Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:3 - ພຣະຄຳພີສັກສິ

3 ຖ້າ​ພວກເຈົ້າ​ໃຊ້​ຊີວິດ​ຕາມ​ກົດບັນຍັດ ແລະ​ຄຳສັ່ງ​ທັງຫລາຍ​ຂອງເຮົາ

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:3
19 Jak'a apnaqawi uñst'ayäwi  

ແຕ່​ຖ້າ​ພວກເຈົ້າ​ກັບຄືນ​ມາ​ຫາ​ເຮົາ​ອີກ ແລະ​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ ເຮົາ​ຈະ​ນຳ​ພວກເຈົ້າ​ກັບ​ມາ​ສູ່​ບ່ອນ​ທີ່​ເຮົາ​ໄດ້​ເລືອກໄວ້​ໃຫ້​ນາມຊື່​ຂອງເຮົາ​ສະຖິດຢູ່; ເຖິງແມ່ນ​ວ່າ​ພວກເຈົ້າ​ຈະ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ທົ່ວ​ທຸກ​ມູມໂລກ​ກໍຕາມ.’


ຖ້າ​ພວກເຈົ້າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ເຮົາ​ກໍ​ຈະ​ອວຍພອນ​ພວກເຈົ້າ ບໍຣິບູນ​ໄປ​ດ້ວຍ​ອາຫານ​ການ​ກິນ​ແລະ​ນໍ້າດື່ມ ທັງ​ຈະ​ບັນດານ​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ.


ຖ້າ​ພວກເຈົ້າ​ເຕັມໃຈ​ແລະ​ເຊື່ອຟັງ​ແຕ່​ເທົ່ານັ້ນ ພວກເຈົ້າ​ກໍ​ຈະ​ໄດ້​ກິນ​ສິ່ງ​ດີ​ທີ່​ເກີດຂຶ້ນ​ໃນ​ດິນແດນ.


ເມື່ອໃດ​ພວກເຈົ້າ​ປູກຝັງ​ພືດພັນ ພຣະອົງ​ຈະ​ສົ່ງ​ຝົນ​ມາ​ຫລໍ່ລ້ຽງ​ໃຫ້​ໃຫຍ່​ຂຶ້ນ ພ້ອມ​ຈະ​ໃຫ້​ພວກເຈົ້າ​ເກັບກ່ຽວ​ໄດ້​ຢ່າງ​ອຸດົມສົມບູນ ແລະ​ຝູງສັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ຫຍ້າ​ກິນ​ຢ່າງ​ອຸດົມສົມບູນ.


ມັນ​ແມ່ນ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ສະໄໝ​ທີ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຄື​ດິນແດນ ຊຶ່ງ​ເປັນ​ດັ່ງ​ເຕົາຫລອມ​ເຫຼັກ​ສຳລັບ​ພວກເຂົາ. ເຮົາ​ໄດ້​ບອກ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ແລະ​ໃຫ້​ກະທຳ​ທຸກຢ່າງ​ທີ່​ເຮົາ​ໄດ້​ສັ່ງ. ເຮົາ​ໄດ້​ບອກ​ພວກເຂົາ​ວ່າ​ຖ້າ​ພວກເຂົາ​ເຊື່ອຟັງ ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ແຕ່​ໃນ​ປີ​ທີ​ຫ້າ ພວກເຈົ້າ​ກິນ​ໝາກໄມ້​ນັ້ນ​ໄດ້. ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທັງໝົດ​ນີ້ ຕົ້ນໄມ້​ຂອງ​ພວກເຈົ້າ​ກໍ​ຈະ​ເກີດ​ໝາກ​ຢ່າງ​ຫລວງຫລາຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ພວກເຂົາ​ຈະ​ປູກ​ພືດພັນ​ຂອງຕົນ​ຢ່າງ​ສະຫງົບສຸກ. ຕົ້ນອະງຸ່ນ​ຂອງ​ພວກເຂົາ​ຈະ​ເກີດ​ໝາກ​ຫລາຍ ແຜ່ນດິນ​ຈະ​ຜະລິດ​ຜົນລະປູກ​ໄດ້​ດີ ແລະ​ຝົນ​ກໍ​ຈະ​ຕົກລົງ​ມາ​ຢ່າງ​ບໍຣິບູນ. ເຮົາ​ຈະ​ໃຫ້​ພຣະພອນ​ທັງໝົດ​ເຫຼົ່ານີ້​ແກ່​ປະຊາຊົນ ທີ່​ລອດຊີວິດ​ຢູ່​ໃນ​ຊາດ​ຂອງເຮົາ​ນັ້ນ.


ຈົ່ງ​ນຳ​ໜຶ່ງສ່ວນສິບ​ເຕັມ​ຈຳນວນ​ມາ​ທີ່​ວິຫານ​ຂອງເຮົາ ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ມີ​ອາຫານ​ຢ່າງ​ເຕັມ​ບໍຣິບູນ. ຈົ່ງ​ລອງ​ເຮັດ​ຢ່າງນັ້ນ​ກັບ​ເຮົາ​ເບິ່ງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ແລະ​ພວກເຈົ້າ​ຈະ​ເຫັນ​ວ່າ ເຮົາ​ຈະ​ໄຂ​ປະຕູ​ສະຫວັນ ແລະ​ຖອກເທ​ພຣະພອນ​ນາໆ​ຊະນິດ ຈົນ​ບໍ່ມີ​ຫ້ອງ​ໃສ່​ໄວ້​ໃນ​ເຮືອນ​ຂອງ​ພວກເຈົ້າ.


“ຖ້າ​ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ເຫຼົ່ານີ້​ແລະ​ປະຕິບັດ​ຕາມ​ຢ່າງ​ສັດຊື່​ແລ້ວ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ຈະ​ສືບຕໍ່​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ກັບ​ພວກເຈົ້າ ແລະ​ພຣະອົງ​ຈະ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຊຳລະ​ລ້າງ​ເສື້ອຜ້າ​ຂອງຕົນ​ໃຫ້​ສະອາດ ເພື່ອ​ພວກເຂົາ​ຈະ​ມີ​ສິດ​ຢ່າງ​ຖືກຕ້ອງ​ເຂົ້າ​ໄປ​ເຖິງ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ຜ່ານ​ທາງ​ປະຕູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka