29 ພວກເຈົ້າຈະຫິວໂຫຍຢ່າງໜັກທີ່ສຸດ ຈົນຈະຕ້ອງກິນພວກລູກຊາຍລູກຍິງຂອງຕົນເອງ.
ສັດຕູຈະປິດລ້ອມເມືອງ ແລະພະຍາຍາມຂ້າຊາວເມືອງຖິ້ມ. ການປິດລ້ອມເມືອງຈະເປັນການໜ້າຢ້ານກົວທີ່ສຸດ ຈົນຊາວເມືອງຈະກິນກັນເອງ ແລະກິນແມ່ນແຕ່ລູກຂອງຕົນເອງ.”
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດ ເບິ່ງພວກທີ່ພຣະອົງກຳລັງເຮັດໃຫ້ທໍລະມານຢູ່ນັ້ນ ສົມຄວນບໍທີ່ພວກຜູ້ຍິງພາກັນກິນລູກທີ່ພວກຕົນຮັກຫລາຍ ສົມຄວນບໍທີ່ພວກປະໂຣຫິດທັງຜູ້ທຳນວາຍຈະຖືກຂ້າທີ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
ໄພພິບັດທີ່ມາເຖິງຄົນຂອງຂ້ອຍ ມີແຕ່ສິ່ງຢ້ານກົວ ແມ່ຜູ້ທີ່ຮັກລູກຮັກຜົວ ກໍຕົ້ມລູກຂອງຕົນເອງກິນໄດ້.
ຜົນກໍຄື ພວກຜູ້ເປັນພໍ່ແມ່ໃນນະຄອນເຢຣູຊາເລັມຈະກິນລູກຂອງຕົນເອງ ແລະພວກລູກໆກໍຈະກິນພໍ່ແມ່ຂອງຕົນເອງ. ເຮົາຈະລົງໂທດເຈົ້າ; ສ່ວນພວກທີ່ຍັງເຫລືອມີຊີວິດຢູ່ນັ້ນ ເຮົາຈະກະຈັດກະຈາຍພວກເຂົາໄປທົ່ວທຸກທິດ.”
ໃນວັນເຫຼົ່ານັ້ນ ເປັນໜ້າເວດທະນາສົງສານຜູ້ຍິງຖືພາ ແລະ ແມ່ກັບລູກອ່ອນທີ່ຍັງກິນນົມຢູ່
ດ້ວຍວ່າ, ວັນທັງຫລາຍກຳລັງຈະມາເຖິງແລ້ວ ຄົນກໍຈະເວົ້າກັນວ່າ, ‘ຍິງທີ່ເປັນໝັນ ຍິງທີ່ບໍ່ເຄີຍອອກລູກ ແລະຍິງທີ່ບໍ່ເຄີຍລ້ຽງລູກ ພວກເຈົ້າກໍເປັນສຸກແທ້ນໍ.’