Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:26 - ພຣະຄຳພີສັກສິ

26 ເມື່ອ​ເຮົາ​ທຳລາຍ​ອາຫານ​ຫລັກ​ຂອງ​ພວກເຈົ້າ, ແມ່ຍິງ​ສິບ​ຄົນ​ຈະ​ໃຊ້​ເຕົາ​ໜ່ວຍ​ດຽວ​ອົບ​ເຂົ້າຈີ່. ພວກເຂົາ​ຈະ​ກຳນົດ​ອັດຕາ​ອາຫານ​ໃຫ້ ແລະ​ເມື່ອ​ພວກເຈົ້າ​ກິນ​ແລ້ວ, ແຕ່​ຍັງ​ຈະ​ຫິວ​ຢູ່.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:26
17 Jak'a apnaqawi uñst'ayäwi  

ການ​ປິດລ້ອມ​ເມືອງ​ໃນ​ຄັ້ງ​ນີ້​ເປັນ​ເຫດ​ໃຫ້​ຕົວເມືອງ ເກີດ​ການຂາດແຄນ​ອາຫານ​ເປັນ​ຢ່າງໜັກ ຈົນ​ວ່າ​ຫົວລໍ​ໂຕໜຶ່ງ​ມີ​ລາຄາ​ແປດສິບ​ຫລຽນ​ເງິນ ແລະ​ຂີ້​ນົກ​ກາງແກ ສອງຮ້ອຍ​ກຼາມ ມີ​ລາຄາ​ຫ້າ​ຫລຽນ​ເງິນ.


ພຣະອົງ​ສົ່ງ​ການ​ອຶດຢາກ​ມາ​ສູ່​ປະເທດ​ຂອງ​ພວກເພິ່ນ ແລະ​ໄດ້​ເອົາ​ອາຫານ​ທັງໝົດ​ໜີໄປ​ດ້ວຍ.


ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໃກ້​ຈະ​ເອົາ​ທຸກສິ່ງ​ແລະ​ທຸກຄົນ​ທີ່​ປະຊາຊົນ​ເພິ່ງພາ​ອາໄສ​ໄດ້​ໄປ​ຈາກ​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ. ສິ່ງ​ທີ່​ພຣະອົງ​ກຳລັງ​ຈະ​ເອົາ​ໄປ​ຈາກ​ພວກເຂົາ​ມີ​ດັ່ງນີ້: ເຂົ້າຈີ່​ແລະ​ນໍ້າ​ດື່ມ,


ເບ້ຍ​ອະງຸ່ນ​ທີ່​ປູກ​ຢູ່​ໃນ​ທີ່ດິນ​ສິບສອງ​ໄຮ່​ຈະ​ກັ່ນ​ເຫຼົ້າ​ອະງຸ່ນ​ໄດ້ ພຽງ​ແປດ​ລິດ​ເທົ່ານັ້ນ. ຫວ່ານ​ແນວປູກ​ໄປ​ແປດສິບ​ລິດ ຈະ​ເກັບກ່ຽວ​ພືດຜົນ​ເປັນເມັດ​ໄດ້​ພຽງແຕ່​ແປດ​ລິດ​ເທົ່ານັ້ນ.”


ເພາະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ ພຣະອົງ​ຈຶ່ງ​ທຳລາຍ​ດິນແດນ​ແລະ​ປະຊາຊົນ​ໃຫ້​ຈິບຫາຍ​ໄປ​ດັ່ງ​ໄຟ​ເຜົາຜານ ໂດຍ​ແຕ່ລະຄົນ​ໄດ້​ຮັບ​ໂທດ​ນັ້ນ​ເທົ່າກັນ.


ປະຊາຊົນ​ທົ່ວ​ທັງ​ປະເທດ​ໄດ້​ເກັບເລັມ​ເອົາ​ອາຫານ​ມາ​ກິນ ບ່ອນ​ລະເລັກ​ລະນ້ອຍ​ຕາມ​ທີ່​ຕົນ​ຫາ​ໄດ້, ແຕ່​ພວກເຂົາ​ກໍ​ບໍ່​ອີ່ມ​ເປັນ​ຈັກເທື່ອ ຈຶ່ງ​ກິນ​ແມ່ນແຕ່​ລູກ​ຂອງຕົນເອງ.


ຖ້າ​ພວກເຂົາ​ຖືສິນ​ອົດອາຫານ ເຮົາ​ກໍ​ຈະ​ບໍ່​ຟັງ​ພວກເຂົາ​ຮ້ອງໄຫ້​ຂໍ​ຄວາມ​ຊ່ວຍເຫລືອ; ແລະ​ຖ້າ​ພວກເຂົາ​ເຜົາ​ສັດ​ບູຊາ​ແລະ​ຖວາຍ​ອາຫານ​ແກ່​ເຮົາ ເຮົາ​ກໍ​ຈະ​ບໍ່​ພໍໃຈ​ກັບ​ພວກເຂົາ ແຕ່​ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສົງຄາມ ໃນ​ການ​ອຶດຕາຍ ແລະ​ໃນ​ການ​ເຈັບໄຂ້​ໄດ້ປ່ວຍ.”


“ມະນຸດ​ເອີຍ ຖ້າ​ປະເທດ​ໜຶ່ງ​ເຮັດ​ບາບ ແລະ​ບໍ່​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ຢຽດ​ມື​ອອກ​ໄປ​ທຳລາຍ​ສະບຽງ​ອາຫານ​ຂອງ​ປະເທດ​ນັ້ນ. ເຮົາ​ຈະ​ສົ່ງ​ການອຶດຢາກ​ໄປ​ຂ້າ​ມະນຸດ​ຕະຫລອດ​ສັດ​ທັງຫລາຍ​ດ້ວຍ.


ເຈົ້າ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ເຂົ້າຈີ່ ສອງຮ້ອຍ​ສາມສິບ​ກຼາມ​ຕໍ່ມື້ ແລະ​ໃຫ້​ກຸ້ມ​ຈົນຮອດ​ມື້ໜ້າ.


ແລ້ວ​ພຣະອົງ​ກໍ​ກ່າວ​ຕື່ມ​ວ່າ, “ມະນຸດ​ເອີຍ ເຮົາ​ຈະ​ຕັດ​ສະບຽງ​ອາຫານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ລົງ. ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ທຸກ​ທໍລະມານ​ໃຈ ແລະ​ອຸກອັ່ງ ເມື່ອ​ພວກເຂົາ​ຕວງ​ອັດຕາ​ອາຫານ​ທີ່​ພວກເຂົາ​ກິນ ແລະ​ນໍ້າ​ທີ່​ພວກເຂົາ​ດື່ມ.


ເຂົ້າຈີ່​ແລະ​ນໍ້າ​ຂອງ​ພວກເຂົາ​ຈະ​ໝົດ​ໄປ ພວກເຂົາ​ຈະ​ສິ້ນຫວັງ ແລະ​ພວກເຂົາ​ຈະ​ຊຸດໂຊມ​ລົງ​ເພາະ​ການບາບ​ຂອງ​ພວກເຂົາ​ນັ້ນ.”


ເຮົາ​ຈະ​ຕັດ​ສະບຽງ​ອາຫານ​ຂອງ​ເຈົ້າ ແລະ​ປະ​ໃຫ້​ເຈົ້າ​ອຶດ​ຕາຍ. ເຈົ້າ ຈະ​ເຈັບປວດ​ດ້ວຍ​ຄວາມ​ອຶດຫິວ ດັ່ງ​ຖືກ​ລູກທະນູ​ອັນ​ແຫລມຄົມ​ທຳລາຍ.


ພວກເຈົ້າ​ຈະ​ກິນ​ສ່ວນແບ່ງ​ເຄື່ອງ​ບູຊາ​ທີ່​ເປັນ​ຂອງ​ພວກເຈົ້າ; ແຕ່​ກໍ​ຍັງ​ຈະ​ຫິວ​ຢູ່. ພວກເຈົ້າ​ຈະ​ຂາບໄຫວ້​ບັນດາ​ພະ​ທີ່​ໃຫ້​ເກີດ​ຄວາມ​ອຸດົມ​ສົມບູນ; ແຕ່​ກໍ​ຍັງ​ບໍ່ມີ​ລູກ ເພາະ​ພວກເຈົ້າ​ໜີ​ຈາກ​ພຣະເຈົ້າຢາເວ​ໄປ​ບົວລະບັດ​ຮັບໃຊ້​ພະອື່ນ.”


ຫລັງຈາກ​ເຫດການ​ທັງໝົດ​ນີ້​ແລ້ວ ຖ້າ​ພວກເຈົ້າ​ສືບຕໍ່​ຂັດຂືນ​ເຮົາ​ຢູ່;


ພວກເຈົ້າ​ຈະ​ກິນ​ແຕ່​ຈະ​ບໍ່​ຮູ້​ອີ່ມ ຕາມ​ຄວາມຈິງ​ແລ້ວ​ພວກເຈົ້າ​ຍັງ​ຈະ​ຫິວ​ຢູ່​ເລື້ອຍໆ. ພວກເຈົ້າ​ຈະ​ໄດ້​ສິ່ງຂອງ​ຫລາຍ​ຢ່າງ​ມາ ແຕ່​ພວກເຈົ້າ​ຈະ​ທ້ອນໂຮມ​ໄວ້​ບໍ່ໄດ້; ທຸກສິ່ງ​ທີ່​ພວກເຈົ້າ​ຈະ​ສະສົມ​ໄວ້ ເຮົາ​ຈະ​ທຳລາຍ​ສິ່ງນັ້ນ​ດ້ວຍ​ໄພ​ສົງຄາມ.


ພວກເຈົ້າ​ຫວ່ານ​ເມັດພືດ​ຢ່າງ​ຫລວງຫລາຍ ແຕ່​ເກັບກ່ຽວ​ໄດ້​ໜ້ອຍດຽວ. ພວກເຈົ້າ​ມີ​ອາຫານ ແຕ່​ກໍ​ກິນ​ບໍ່​ພໍ​ອີ່ມ. ພວກເຈົ້າ​ມີ​ເຫຼົ້າ​ອະງຸ່ນ ແຕ່​ກໍ​ດື່ມ​ບໍ່​ພໍ​ເມົາ ພວກເຈົ້າ​ມີ​ເຄື່ອງນຸ່ງຫົ່ມ ແຕ່​ກໍ​ອົບອຸ່ນ​ບໍ່​ພຽງພໍ. ຄົນ​ເຮັດ​ວຽກ​ໜັກ​ກໍ​ລ້ຽງ​ຊີບ​ຕົນ​ບໍ່​ພໍ​ກຸ້ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka