23 ຫລັງຈາກຜ່ານການລົງໂທດນີ້ແລ້ວ ຖ້າພວກເຈົ້າຍັງບໍ່ຍອມເຊື່ອຟັງເຮົາ ແລະສືບຕໍ່ໝິ່ນປະໝາດເຮົາຢູ່
ພຣະອົງຊົງບໍຣິສຸດຕໍ່ຜູ້ທີ່ບໍຣິສຸດ ແຕ່ຊົງເປັນສັດຕູຕໍ່ຜູ້ທີ່ຊົ່ວຮ້າຍ.
ພຣະອົງບໍຣິສຸດຕໍ່ຜູ້ທີ່ມີໃຈບໍຣິສຸດ ແຕ່ພຣະອົງເປັນສັດຕູຕໍ່ຜູ້ທີ່ຊົ່ວຮ້າຍ.
ເຮົາໄດ້ລົງໂທດພວກເຈົ້າແຕ່ກໍບໍ່ໄດ້ຜົນເລີຍ; ພວກເຈົ້າບໍ່ຍອມໃຫ້ເຮົາຕີສອນ. ເໝືອນໂຕສິງທີ່ຮ້າຍກາດ ພວກເຈົ້າໄດ້ຂ້າພວກຜູ້ທຳນວາຍຂອງພວກເຈົ້າເອງ.
ແມ່ນແທ້ ພຣະເຈົ້າຢາເວຊອກຫາຄວາມສັດຊື່ ພຣະອົງຂ້ຽນຕີພວກເຈົ້າ ແຕ່ກໍບໍ່ສົນໃຈຮໍ່າຮຽນ; ພຣະອົງໄດ້ຢຽບຢໍ່າພວກເຈົ້າ ແຕ່ກໍບໍ່ຍອມຮໍ່າຮຽນ ພວກເຈົ້າດື້ດ້ານທັງບໍ່ຍອມຫັນໜີຈາກການບາບ.
ໂດຍລົງໂທດພວກຂ້ານ້ອຍທຸກຢ່າງ ຕາມທີ່ໄດ້ມີກ່າວໄວ້ໃນກົດບັນຍັດຂອງໂມເຊ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ແຕ່ຈົນບັດນີ້ ພວກຂ້ານ້ອຍກໍຍັງບໍ່ໄດ້ພະຍາຍາມເຮັດໃຫ້ພຣະອົງພໍໃຈ ໂດຍຫັນໜີຈາກບາບ ຫລືໂດຍປະພຶດຕາມຄວາມຈິງຂອງພຣະອົງ.
ຖ້າພວກເຈົ້າຍັງສືບຕໍ່ຕໍ່ຕ້ານເຮົາ ແລະປະຕິເສດທີ່ຈະຍອມເຊື່ອຟັງເຮົາ; ເຮົາກໍຈະເພີ່ມໂທດກຳໃຫ້ແກ່ພວກເຈົ້າ ຕາມໂທດກຳທີ່ພວກເຈົ້າສົມຄວນໄດ້ຮັບອີກເຖິງເຈັດເທົ່າ.