Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:22 - ພຣະຄຳພີສັກສິ

22 ເຮົາ​ຈະ​ໃຫ້​ສັດຮ້າຍ​ມາ​ທຳຮ້າຍ​ລູກ​ຂອງ​ພວກເຈົ້າ​ໃຫ້​ຕາຍ ຝູງສັດ​ຂອງ​ພວກເຈົ້າ​ຈະ​ຈິບຫາຍ ຈົນ​ຕາມ​ຖະໜົນ​ຫົນທາງ​ບໍ່ມີ​ຄົນ​ທຽວ​ໄປມາ​ເລີຍ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:22
17 Jak'a apnaqawi uñst'ayäwi  

ຕອນ​ທີ່​ພວກເຂົາ​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃໝ່ ພວກເຂົາ​ບໍ່ໄດ້​ນະມັດສະການ​ພຣະເຈົ້າຢາເວ; ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສົ່ງ​ຝູງ​ສິງ​ມາ​ກັດກິນ​ພວກເຂົາ​ບາງຄົນ.


ເອລີຊາ​ອວ່າຍໜ້າ​ມາ​ຈ້ອງເບິ່ງ​ພວກເຂົາ ແລະ​ສາບແຊ່ງ​ພວກເຂົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ. ແລ້ວ​ກໍ​ມີ​ໝີແມ່​ສອງ​ໂຕ​ອອກ​ມາ​ແຕ່​ປ່າ ແລະ​ຄຸບ​ເດັກຊາຍ​ສີ່ສິບສອງ​ຄົນ​ນັ້ນ ໃຫ້​ໄດ້​ຮັບ​ບາດເຈັບ​ຢ່າງໜັກ.


ໃນ​ສະໄໝ​ນັ້ນ​ບໍ່ມີ​ຜູ້ໃດ​ໄປມາ​ໄດ້​ຢ່າງ​ຕະຫລອດ​ປອດໄພ, ເພາະ​ມີ​ຄວາມ​ເດືອດຮ້ອນ ແລະ​ຄວາມ​ວຸ້ນວາຍ ຢູ່​ທົ່ວ​ທຸກ​ບ່ອນ​ໃນ​ດິນແດນ.


ສະນັ້ນ ແຜ່ນດິນ​ໂລກ​ນີ້ ຈຶ່ງ​ຖືກ​ສາບແຊ່ງ ໃຫ້​ສົມກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ຄື​ໜ້ອຍຄົນ​ທີ່ສຸດ​ຈະ​ມີ​ຊີວິດ​ຢູ່.


ຫົນທາງຫລວງ​ທຸກ​ສາຍ​ກໍ​ເຕັມ​ໄປ​ດ້ວຍ​ອັນຕະລາຍ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ທຽວ. ຂໍ້​ສັນຍາ​ຕ່າງໆ​ຖືກ​ຝ່າຝືນ ແລະ​ຂໍ້​ຕົກລົງ​ຕ່າງໆ​ຖືກ​ລະເມີດ. ບໍ່ມີ​ຜູ້ໃດ​ນັບຖື​ຊຶ່ງກັນແລະກັນ​ຕໍ່ໄປ.


ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ແລ້ວ​ວ່າ ຈະ​ໃຫ້​ສິ່ງ​ທີ່​ໜ້າຢ້ານ​ສີ່​ປະການ​ນີ້​ເກີດຂຶ້ນ​ກັບ​ພວກເຂົາ​ເຊັ່ນ: ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ເສິກ​ສົງຄາມ; ຝູງ​ໝາ​ຈະ​ລາກ​ຊາກສົບ​ຂອງ​ພວກເຂົາ​ໄປ​ກິນ; ຝູງນົກ​ຈະ​ສັບຕອດ​ກິນ​ຊາກສົບ​ເຫຼົ່ານັ້ນ ແລະ​ອັນ​ທີ່​ເຫຼືອ​ນັ້ນ​ສັດປ່າ​ຈະ​ກິນ​ໃຫ້​ກ້ຽງ.


ແລະ​ເວົ້າ​ວ່າ, “ກະລຸນາ​ເຮັດ​ຕາມ​ທີ່​ພວກເຮົາ​ຂໍຮ້ອງ​ເຖີດ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໃຫ້​ພວກເຮົາ​ດ້ວຍ. ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ທຸກຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່. ຄັ້ງ​ໜຶ່ງ​ນັ້ນ ພວກເຮົາ​ເຄີຍ​ມີ​ຫລາຍ​ຄົນ, ແຕ່​ບັດນີ້​ພວກເຮົາ​ເຫຼືອ​ຢູ່​ພຽງ​ໜ້ອຍຄົນ​ເທົ່ານັ້ນ ດັ່ງ​ທີ່​ທ່ານ​ໄດ້​ເຫັນ​ນີ້ແຫລະ.


ບັດນີ້ ຈຶ່ງ​ບໍ່ມີ​ຜູ້ໃດ​ມາ​ເຝົ້າ​ທີ່​ພຣະວິຫານ ເພື່ອ​ນະມັດສະການ​ໃນ​ວັນ​ສັກສິດ​ຕ່າງໆ. ຍິງ​ສາວ​ເຄີຍ​ຮ້ອງເພງ​ຢູ່​ທີ່​ນັ້ນ​ກໍ​ທົນທຸກ​ຄືກັນ ບັນດາ​ປະໂຣຫິດ​ມີ​ແຕ່​ຮ້ອງ​ຄວນຄາງ​ທັງສິ້ນ. ປະຕູ​ທາງ​ເຂົ້າ​ນະຄອນ​ກໍ​ຫວ່າງເປົ່າ ພູເຂົາ​ຊີໂອນ​ກໍ​ໂສກເສົ້າ​ເຈັບປວດ​ໃນ​ຊີວີ.


“ຫລື​ເຮົາ​ອາດ​ສົ່ງ​ສັດປ່າ​ໄປ​ທຳລາຍ​ປະຊາຊົນ ໂດຍ​ກະທຳ​ໃຫ້​ດິນແດນ​ເຕັມ​ແຕ່​ອັນຕະລາຍ ຈົນ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ໄດ້


“ເຫດວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ຈະ​ສົ່ງ​ການລົງໂທດ​ອັນ​ຮ້າຍແຮງ​ທີ່ສຸດ​ສີ່​ຢ່າງ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ເຊັ່ນ: ສົງຄາມ, ການອຶດຢາກ, ເຫຼົ່າ​ສັດປ່າ​ທັງຫລາຍ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ເພື່ອ​ທຳລາຍ​ມະນຸດ​ກັບ​ຝູງສັດ​ທັງຫລາຍ.


ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ຮົກຮ້າງ​ຫວ່າງເປົ່າ ແລະ​ອຳນາດ​ທີ່​ພວກເຂົາ​ແສນ​ພູມໃຈ​ນັ້ນ​ກໍ​ຈະ​ໝົດສິ້ນໄປ. ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ປ່າຮົກ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ທ່ອງທ່ຽວ​ຜ່ານ​ໄປ.


ເຮົາ​ຈະ​ສົ່ງ​ການ​ອຶດຢາກ ແລະ​ຝູງ​ສັດປ່າ​ມາ​ຂ້າ​ລູກ​ຂອງ​ເຈົ້າ ພ້ອມ​ທັງ​ຈະ​ສົ່ງ​ການ​ເຈັບໄຂ້​ໄດ້ປ່ວຍ, ການ​ຮຸນແຮງ ແລະ​ສົງຄາມ​ມາ​ຂ້າ​ເຈົ້າ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ເຮົາ​ຈະ​ນຳ​ຄວາມ​ສະຫງົບສຸກ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ສາມາດ​ນອນຫລັບ​ສະບາຍ​ຢ່າງ​ຫາຍ​ກັງວົນ. ເຮົາ​ຈະ​ກຳຈັດ​ຝູງສັດ​ທີ່​ນຳ​ອັນຕະລາຍ​ມາ​ສູ່​ທີ່​ດິນແດນ​ທຳມາ​ຫາກິນ​ຂອງ​ພວກເຈົ້າ ແລະ​ໃນ​ທີ່ນັ້ນ​ເສິກ​ສົງຄາມ​ຈະ​ບໍ່ມີ​ອີກ​ຕໍ່ໄປ.


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


ແລະ​ເຮົາ​ໄດ້​ກວາດ​ພວກເຂົາ​ເໝືອນ​ລົມພະຍຸ​ພັດ ໃຫ້​ໜີໄປ​ອາໄສ​ຢູ່​ໃນ​ຕ່າງ​ປະເທດ. ດັ່ງນັ້ນ ດິນແດນ​ທີ່​ອຸດົມ​ຮັ່ງມີ​ນີ້​ຈຶ່ງ​ຖືກ​ປະປ່ອຍ​ໃຫ້​ເປົ່າປ່ຽວ​ເປັນ​ຕາ​ໜ້າຢ້ານກົວ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ.”


ພວກເຂົາ​ຈະ​ຕາຍ​ເພາະ ການ​ເຈັບໄຂ້​ແລະ​ອຶດຫິວ; ພວກເຂົາ​ຈະ​ສິ້ນ​ຊີວິດ​ໄປ ຍ້ອນ​ພະຍາດ​ອັນ​ຮ້າຍແຮງ​ມາ​ຖືກ. ເຮົາ​ຈະ​ໃຫ້​ສັດປ່າ​ມາ​ຕໍ່ຕ້ານ ກັດ​ກິນ​ພວກເຂົາ​ໃຫ້​ວອດວາຍ ທັງ​ຈະ​ໃຫ້​ງູພິດ​ຮ້າຍ​ມາ​ກັດ ຕອດ​ພວກເຂົາ​ໃຫ້​ເຈັບປວດ.


ໃນ​ສະໄໝ​ລູກຊາຍ​ຂອງ​ອານາດ​ທ້າວ​ຊຳຄາ ທັງ​ໃນ​ສະໄໝ​ຂອງ​ນາງ​ຢາເອນ​ດ້ວຍ ບໍ່ມີ​ຍວດຍານ​ເຄື່ອນຍ້າຍ​ທ່ຽວ​ໄປ​ໃນ​ດິນແດນ ແລະ​ຜູ້​ສັນຈອນ​ກໍ​ທ່ຽວ​ໄປ​ຕາມ​ທາງ​ໂຄ້ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka