Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:21 - ພຣະຄຳພີສັກສິ

21 ຖ້າ​ພວກເຈົ້າ​ຍັງ​ສືບຕໍ່​ຕໍ່ຕ້ານ​ເຮົາ ແລະ​ປະຕິເສດ​ທີ່​ຈະ​ຍອມ​ເຊື່ອຟັງ​ເຮົາ; ເຮົາ​ກໍ​ຈະ​ເພີ່ມ​ໂທດກຳ​ໃຫ້​ແກ່​ພວກເຈົ້າ ຕາມ​ໂທດກຳ​ທີ່​ພວກເຈົ້າ​ສົມຄວນ​ໄດ້​ຮັບ​ອີກ​ເຖິງ​ເຈັດ​ເທົ່າ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:21
9 Jak'a apnaqawi uñst'ayäwi  

ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ແກ້ແຄ້ນ​ຊົນຊາດ​ອື່ນ​ເຈັດ​ຄັ້ງ ຍ້ອນ​ການ​ດູໝິ່ນ​ນິນທາ​ທີ່​ພວກເຂົາ​ເຮັດ​ຕໍ່​ພຣະອົງ​ນັ້ນ.


ໃນ​ເທື່ອ​ນີ້ ເຮົາ​ຈະ​ບໍ່​ລົງໂທດ​ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ຂອງ​ເຈົ້າ​ເທົ່ານັ້ນ; ແຕ່​ເຮົາ​ຈະ​ລົງໂທດ​ເຈົ້າ​ເຊັ່ນກັນ​ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ວ່າ ທົ່ວ​ເທິງ​ແຜ່ນດິນ​ໂລກນີ້​ບໍ່ມີ​ພະອື່ນ​ໃດ​ເທົ່າທຽມ​ເຮົາ.


ພຣະເຈົ້າຢາເວ​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ ແລະ​ຢຽດ​ມື​ອອກ​ລົງໂທດ​ພວກເຂົາ​ສາ​ແລ້ວ. ພູ​ທັງຫລາຍ​ຈະ​ສັ່ນສະເທືອນ ແລະ​ຊາກສົບ​ຂອງ​ຄົນຕາຍ​ກໍ​ຈະ​ຖືກ​ປະປ່ອຍ​ໄວ້​ຕາມ​ຖະໜົນ​ຫົນທາງ​ດັ່ງ​ຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ບໍ່​ເຊົາ​ໂກດຮ້າຍ ແຕ່​ຍັງ​ຈະ​ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ​ຕໍ່ໄປ.


ບັດນີ້ ມະນຸດ​ເອີຍ ຈົ່ງ​ທຳນວາຍ​ເຖີດ. ຈົ່ງ​ຕົບ​ມື​ແລະ​ດາບ​ຈະ​ຟັນແລ້ວ​ຟັນອີກ. ມັນ​ແມ່ນ​ດາບ​ດວງ​ໜຶ່ງ​ທີ່​ຂ້າ ຄື​ດາບ​ດວງ​ໜຶ່ງ​ທີ່​ໜ້າຢ້ານກົວ​ຫລາຍ ທັງ​ໃຊ້​ສັງຫານໝູ່.


ຖ້າ​ເຖິງ​ຂັ້ນ​ນີ້​ແລ້ວ​ພວກເຈົ້າ​ຍັງ​ບໍ່​ຍອມ​ເຊື່ອຟັງ​ເຮົາ ເຮົາ​ກໍ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ຕື່ມ​ອີກ​ເຈັດ​ເທົ່າ.


ຫລັງຈາກ​ຜ່ານ​ການ​ລົງໂທດ​ນີ້​ແລ້ວ ຖ້າ​ພວກເຈົ້າ​ຍັງ​ບໍ່​ຍອມ​ເຊື່ອຟັງ​ເຮົາ ແລະ​ສືບຕໍ່​ໝິ່ນປະໝາດ​ເຮົາ​ຢູ່


ເຮົາ​ກໍ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ ແລະ​ເຮົາ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ໃຫ້​ໜັກ​ກວ່າເກົ່າ​ອີກ​ເຖິງ​ເຈັດ​ເທົ່າ.


ຫລັງຈາກ​ເຫດການ​ທັງໝົດ​ນີ້​ແລ້ວ ຖ້າ​ພວກເຈົ້າ​ສືບຕໍ່​ຂັດຂືນ​ເຮົາ​ຢູ່;


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ໃຫຍ່ຫລວງ ແລະ​ໜ້າ​ອັດສະຈັນ​ໃນ​ສະຫວັນ​ອີກ​ຢ່າງ​ໜຶ່ງ ຄື​ມີ​ເທວະດາ​ເຈັດ​ຕົນ​ຖື​ໄພ​ອັນຕະລາຍ​ເຈັດ​ຢ່າງ ເປັນ​ໄພ​ອັນຕະລາຍ​ຄັ້ງ​ສຸດທ້າຍ ເພາະວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ເປັນ​ການ​ສິ້ນສຸດ​ລົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka