Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:19 - ພຣະຄຳພີສັກສິ

19 ເຮົາ​ຈະ​ທຳລາຍ​ຄວາມ​ດື້ດຶງ​ຈອງຫອງ​ຂອງ​ພວກເຈົ້າ; ຝົນ​ຈະ​ບໍ່​ຕົກ ປະເທດ​ຂອງ​ພວກເຈົ້າ​ຈະ​ເກີດ​ແຫ້ງແລ້ງ ແລະ​ດິນ​ປູກຝັງ​ຈະ​ແຂງ​ດັ່ງ​ຫີນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:19
20 Jak'a apnaqawi uñst'ayäwi  

ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເອລີຢາ ໄທເມືອງ​ຕີຊະເບ​ໃນ​ເຂດ​ກີເລອາດ​ໄດ້​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ອົງ​ຊົງ​ພຣະຊົນຢູ່​ທີ່​ຂ້ານ້ອຍ​ຮັບໃຊ້​ຢູ່​ນີ້; ໃນ​ສອງ​ຫລື​ສາມ​ປີ​ຂ້າງ​ໜ້າ​ຈະ​ບໍ່ມີ​ນໍ້າໝອກ​ຫລື​ນໍ້າ​ຝົນ ຈົນກວ່າ​ຂ້ານ້ອຍ​ຈະ​ສັ່ງ​ໃຫ້​ມີ.”


ເມື່ອໃດ​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ແລະ​ພຣະອົງ​ກໍໄດ້​ກັກ​ຝົນ​ບໍ່​ໃຫ້​ຕົກ; ແລະ​ຕໍ່ມາ ເມື່ອ​ພວກເຂົາ​ກັບໃຈ​ຫັນໜ້າ​ມາ​ທາງ​ພຣະວິຫານ​ນີ້ ຖ່ອມຕົວ​ພາວັນນາ​ອະທິຖານ​ຫາ​ພຣະອົງ,


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ມີ​ອຳນາດ ທຸກຄົນ​ທີ່​ອວດອົ່ງ ແລະ​ທຸກຄົນ​ທີ່​ຈອງຫອງ​ນັ້ນ​ໄດ້​ຖ່ອມຕົວ​ລົງ.


ພວກເຂົາ​ຈະ​ເດ່​ມື​ອອກ​ເໝືອນ​ຄົນ​ທີ່​ພະຍາຍາມ​ລອຍນໍ້າ​ໄປ, ແຕ່​ພຣະອົງ​ຈະ​ເຮັດ​ໃຫ້​ພວກເຂົາ​ອ່ອນແຮງ ແລະ​ມື​ພວກເຂົາ​ຈະ​ຈົມ​ລົງ​ຢ່າງ​ຂາດ​ຜູ້​ຊ່ວຍ.


ພຣະອົງ​ໄດ້​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ ແລະ​ທຳລາຍ​ເມືອງ​ອັນ​ເຂັ້ມແຂງ​ຂອງ​ພວກເຂົາ​ຖິ້ມ ຄື​ເມືອງ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ຢູ່​ອາໄສ ແລະ​ທຳລາຍ​ໝຸ່ນ​ທະລາຍ​ໃຫ້​ເປັນ​ຂີ້ຝຸ່ນ.


ເຄາະກຳ​ເປັນ​ຂອງ​ອານາຈັກ​ອິດສະຣາເອນ​ສາ​ແລ້ວ ຄວາມ​ຮຸ່ງເຮືອງ​ຂອງ​ອານາຈັກ​ກຳລັງ​ຫ່ຽວແຫ້ງ​ລົງ ດັ່ງ​ມົງກຸດ​ດອກໄມ້​ທີ່​ຢູ່​ເທິງ​ຫົວ​ຂອງ​ຜູ້ນຳ​ຂີ້ເມົາ​ທັງຫລາຍ. ຫົວ​ອັນ​ອວດອົ່ງ​ຂອງ​ພວກເຂົາ​ມີ​ກິ່ນ​ຫອມຫວນ​ດີ ແຕ່​ພວກເຂົາ​ພັດ​ນອນ​ເມົາ​ບໍ່ໄດ້​ສະຕິ​ດັ່ງ​ຄົນຕາຍ.


“ດ້ວຍ​ວິທີ​ນີ້​ແຫຼະ ເຮົາ​ຈະ​ທຳລາຍ​ຄວາມ​ຈອງຫອງ​ຂອງ​ຢູດາ ແລະ​ຄວາມ​ຈອງຫອງ​ອັນໃຫຍ່​ຂອງ​ຊາວ​ນະຄອນ​ເຢຣູຊາເລັມ.


ດ້ວຍເຫດນີ້, ຝົນ​ຈຶ່ງ​ບໍ່​ຕົກ​ຕາມ​ລະດູການ ແລະ ຝົນ​ຍາມ​ລະດູ​ໃບໄມ້ປົ່ງ​ຈຶ່ງ​ຍັງ​ບໍ່​ມາ. ເບິ່ງ​ເຈົ້າ​ຄື​ຍິງ​ແມ່ຈ້າງ​ແທ້ໆ; ເຈົ້າ​ຜູ້​ບໍ່ມີ​ຢ່າງອາຍ​ເອີຍ.


ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.


ພຣະເຈົ້າຢາເວ​ຊົງ​ກ່າວ​ວ່າ, “ຈາກ​ເມືອງ​ມິກໂດນ​ທາງ​ທິດເໜືອ ເຖິງ​ເມືອງ​ອາຊວານ​ທາງ​ທິດໃຕ້ ທະຫານ​ໜ່ວຍ​ປ້ອງກັນ​ທັງໝົດ​ຂອງ​ປະເທດ​ເອຢິບ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ. ກອງທັບ​ອັນ​ອວດອົ່ງ​ທະນົງ​ຕົວ​ຂອງ​ປະເທດ​ເອຢິບ​ຈະ​ຖືກ​ທຳລາຍ​ກ້ຽງ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ຮົກຮ້າງ​ຫວ່າງເປົ່າ ແລະ​ອຳນາດ​ທີ່​ພວກເຂົາ​ແສນ​ພູມໃຈ​ນັ້ນ​ກໍ​ຈະ​ໝົດສິ້ນໄປ. ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ປ່າຮົກ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ທ່ອງທ່ຽວ​ຜ່ານ​ໄປ.


ເຮົາ​ຈະ​ນຳ​ຊາດ​ຕ່າງໆ​ທີ່​ໂຫດຮ້າຍ​ທີ່ສຸດ​ມາ​ທີ່​ນີ້ ແລະ​ຈະ​ປ່ອຍ​ໃຫ້​ພວກເຂົາ​ຢຶດເອົາ​ເຮືອນ​ຂອງ​ພວກເຈົ້າ. ຄົນ​ແຂງແຮງ​ທີ່ສຸດ​ໃນ​ພວກເຈົ້າ​ຈະ​ສູນເສຍ​ຄວາມ​ໝັ້ນໃຈ ເມື່ອ​ເຮົາ​ໄດ້​ນຳ​ເອົາ​ຊົນຊາດ​ທັງຫລາຍ​ມາ​ເຮັດ​ໃຫ້​ບ່ອນຕ່າງໆ​ທີ່​ພວກເຈົ້າ​ນະມັດສະການ​ນີ້​ເປັນ​ມົນທິນ.


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


ໃນ​ວັນ​ນັ້ນ ພວກເຈົ້າ​ທີ່​ເປັນ​ປະຊາຊົນ​ຂອງເຮົາ ຈະ​ບໍ່ໄດ້​ອັບອາຍ​ຂາຍໜ້າ​ອີກ​ຕໍ່ໄປ ຍ້ອນ​ໄດ້​ກະບົດ​ຕໍ່ສູ້​ເຮົາ. ເຮົາ​ຈະ​ກຳຈັດ​ທຸກຄົນ ທີ່​ອວດດີ​ແລະ​ຈອງຫອງ​ໃຫ້​ໝົດສິ້ນ​ໄປ ແລະ​ພວກເຈົ້າ​ຈະ​ບໍ່​ກະບົດ​ຕໍ່ສູ້​ເຮົາ​ອີກ​ຕໍ່ໄປ ທີ່​ເທິງ​ເນີນພູ​ສັກສິດ​ຂອງເຮົາ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ສະໄໝ​ຂອງ​ເອລີຢາ ເມື່ອ​ຝົນ​ບໍ່​ຕົກ​ສາມ​ປີ​ເຄິ່ງ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ທົ່ວ​ດິນແດນ​ນັ້ນ ໄດ້​ມີ​ແມ່ໝ້າຍ​ຫລາຍ​ຄົນ​ໃນ​ຊາດ​ອິດສະຣາເອນ.


ຖ້າ​ພວກເຈົ້າ​ຂືນ​ເຮັດ ພຣະເຈົ້າຢາເວ​ກໍ​ຈະ​ໂກດຮ້າຍ​ພວກເຈົ້າ. ພຣະອົງ​ຈະ​ປິດ​ຟ້າ​ສະຫວັນ​ບໍ່​ໃຫ້​ຝົນ​ຕົກ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍ​ຈະ​ແຂງ​ກະດ້າງ ຈົນ​ພືດພັນ​ເກີດ​ບໍ່ໄດ້. ແລ້ວ​ໃນ​ບໍ່​ດົນ ພວກເຈົ້າ​ກໍ​ຈະ​ຕາຍ​ໃນ​ທີ່ນັ້ນ; ເຖິງ​ແມ່ນ​ວ່າ​ເປັນ​ດິນແດນ​ດີ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້​ພວກເຈົ້າ​ກໍຕາມ.


ຝົນ​ຈະ​ບໍ່​ຕົກ​ແລະ​ດິນ​ຈະ​ແຫ້ງແລ້ງ​ແຂງ​ກະດ້າງ​ຄື​ເຫຼັກ.


ຫີບ​ຂອງ​ພຣະເຈົ້າ​ໄດ້​ຖືກ​ຢຶດ​ໄປ ແລະ​ໂຮຟະນີ​ກັບ​ຟີເນຮາ​ລູກຊາຍ​ສອງ​ຄົນ​ຂອງ​ເອລີ​ກໍ​ຖືກ​ຂ້າ​ດ້ວຍ.


ເມື່ອ​ພວກ​ທີ່​ລອດ​ຕາຍ​ກັບຄືນ​ມາ​ຄ້າຍ ພວກ​ຜູ້ນຳ​ຊາວ​ອິດສະຣາເອນ​ຈຶ່ງ​ເວົ້າ​ວ່າ, “ເປັນຫຍັງ​ມື້ນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ພວກ​ຟີລິດສະຕິນ​ຊະນະ​ພວກເຮົາ? ຈົ່ງ​ໄປ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ມາ​ຈາກ​ເມືອງ​ຊີໂລ ເພື່ອ​ວ່າ​ພຣະອົງ ຈະ​ສະຖິດ​ຢູ່​ກັບ​ພວກເຮົາ ແລະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ເງື້ອມມື​ສັດຕູ​ຂອງ​ພວກເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka