18 ຖ້າເຖິງຂັ້ນນີ້ແລ້ວພວກເຈົ້າຍັງບໍ່ຍອມເຊື່ອຟັງເຮົາ ເຮົາກໍຈະລົງໂທດບາບກຳຂອງພວກເຈົ້າຕື່ມອີກເຈັດເທົ່າ.
ຂ້ານ້ອຍໂມທະນາຂອບພຣະຄຸນພຣະອົງມື້ໜຶ່ງເຈັດເທື່ອ ຍ້ອນການຕັດສິນອັນຍຸດຕິທຳຂອງພຣະອົງນັ້ນ.
ໃນເທື່ອນີ້ ເຮົາຈະບໍ່ລົງໂທດບັນດາຂ້າຣາຊການ ແລະປະຊາຊົນຂອງເຈົ້າເທົ່ານັ້ນ; ແຕ່ເຮົາຈະລົງໂທດເຈົ້າເຊັ່ນກັນເພື່ອເຈົ້າຈະໄດ້ຮູ້ວ່າ ທົ່ວເທິງແຜ່ນດິນໂລກນີ້ບໍ່ມີພະອື່ນໃດເທົ່າທຽມເຮົາ.
ບໍ່ວ່າຄົນສັດຊື່ນັ້ນຈະຫຼົ້ມຈົມເຖິງເຈັດຄັ້ງກໍຕາມ ລາວກໍຈະລຸກຂຶ້ນຕັ້ງຕົວໃໝ່ໄດ້ສະເໝີ, ແຕ່ຄົນຊົ່ວຮ້າຍນັ້ນລົ້ມລົງຄັ້ງດຽວ ແຕ່ຈະລຸກຂຶ້ນບໍ່ໄດ້ ແລະຄວາມພິນາດຈິບຫາຍນັ້ນມັນທຳລາຍຄົນຊົ່ວຮ້າຍລົງເລີຍ.
ພຣະເຈົ້າຢາເວໂກດຮ້າຍປະຊາຊົນຂອງພຣະອົງ ແລະຢຽດມືອອກລົງໂທດພວກເຂົາສາແລ້ວ. ພູທັງຫລາຍຈະສັ່ນສະເທືອນ ແລະຊາກສົບຂອງຄົນຕາຍກໍຈະຖືກປະປ່ອຍໄວ້ຕາມຖະໜົນຫົນທາງດັ່ງຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງກໍຍັງບໍ່ເຊົາໂກດຮ້າຍ ແຕ່ຍັງຈະຢຽດມືອອກເພື່ອລົງໂທດພວກເຂົາຕໍ່ໄປ.
ເພາະຝົນບໍ່ຕົກແລະພື້ນດິນແຫ້ງແລ້ງໄປ ພວກພໍ່ນາກໍເປັນທຸກໃຈຈຶ່ງອັດໜ້າຕົນໄວ້.
ແລ້ວເຈົ້າເນບູກາດເນັດຊາກໍໂກດຮ້າຍຊັດຣາກ, ເມຊາກ ແລະອາເບັດເນໂກຢ່າງສຸດຂີດຈົນໜ້າດຳຕາແດງ. ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ຄົນຂອງຕົນ ໄປດັງໄຟໃນເຕົາໃຫ້ຮ້ອນຂຶ້ນກວ່າເກົ່າເຖິງເຈັດເທົ່າ.
ຖ້າພວກເຈົ້າຍັງສືບຕໍ່ຕໍ່ຕ້ານເຮົາ ແລະປະຕິເສດທີ່ຈະຍອມເຊື່ອຟັງເຮົາ; ເຮົາກໍຈະເພີ່ມໂທດກຳໃຫ້ແກ່ພວກເຈົ້າ ຕາມໂທດກຳທີ່ພວກເຈົ້າສົມຄວນໄດ້ຮັບອີກເຖິງເຈັດເທົ່າ.
ເຮົາກໍຈະຫັນມາຕໍ່ສູ້ພວກເຈົ້າ ແລະເຮົາຈະລົງໂທດບາບກຳຂອງພວກເຈົ້າໃຫ້ໜັກກວ່າເກົ່າອີກເຖິງເຈັດເທົ່າ.
ຕໍ່ໄປເຮົາຈະຫັນມາລົງໂທດພວກເຈົ້າຢ່າງໂຫດຮ້າຍທາລຸນ ໃຫ້ໜັກຕື່ມຂຶ້ນກວ່າເກົ່າອີກເຈັດເທົ່າ.
ຜູ້ທີ່ເຄີຍຢູ່ດີກິນດີກໍອອກຮັບຈ້າງຫາຢູ່ຫາກິນ ແຕ່ຜູ້ທີ່ຫິວໂຫຍຊໍ້າບໍ່ຫິວໂຫຍຕໍ່ໄປອີກ. ພັນລະຍາທີ່ເປັນໝັນນັ້ນໄດ້ລູກເຖິງເຈັດຄົນ ແຕ່ແມ່ມີລູກຫລາຍຄົນຊໍ້າບໍ່ມີລູກຕໍ່ໄປອີກ.