Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:16 - ພຣະຄຳພີສັກສິ

16 ເຮົາ​ຈະ​ລົງໂທດ​ພວກເຈົ້າ. ເຮົາ​ຈະ​ນຳ​ໄພ​ອັນຕະລາຍ​ມາ​ສູ່​ພວກເຈົ້າ ຄື: ພະຍາດ​ຊໍ້າເຮື້ອ​ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ນາໆ​ປະການ ອັນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຕາບອດ ແລະ​ຕາຍ​ຖິ້ມ​ໄປ​ລ້າໆ; ພວກເຈົ້າ​ຈະ​ປູກ​ພືດ​ນາໆ​ຊະນິດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ກິນ​ຜົນ​ຂອງ​ມັນ ຍ້ອນ​ວ່າ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຈະ​ເຂົ້າ​ມາ​ຢຶດຄອງ ແລະ​ກິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ລົງ​ແຮງ​ປູກຝັງ​ນັ້ນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:16
35 Jak'a apnaqawi uñst'ayäwi  

ເມື່ອ​ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ດິນແດນ ຫລື​ມີ​ໂຣກ​ລະບາດ ຫລື​ມີ​ພືດຜົນ​ຖືກ​ທຳລາຍ​ຍ້ອນ​ລົມ​ຮ້ອນ​ພັດ ຫລື​ຍ້ອນ​ຝູງຕັກແຕນ ຫລື​ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ຖືກ​ໂຈມຕີ ຫລື​ເມື່ອ​ມີ​ໂຣກໄພ​ໄຂ້ເຈັບ​ເກີດຂຶ້ນ​ທ່າມກາງ​ພວກເຂົາ


ອ້ອມຮອບ​ຕົວ​ລາວ​ນັ້ນ ຄວາມຢ້ານ​ໃຫຍ່​ລໍຄອຍ ມັນ​ຕິດຕາມ​ລາວ​ໄປ​ໃນ​ທຸກໆ​ບາດ​ກ້າວ.


ລູກທະນູ​ຈະ​ທະລຸ​ຊອດ​ຮ່າງກາຍ​ຂອງ​ພວກເຂົາ; ຕົນຕົວ​ຂອງ​ພວກເຂົາ​ກໍ​ເປິເປື້ອນ​ໄປ​ດ້ວຍ​ເລືອດ. ເມື່ອໃດ​ຖອດ​ທະນູ​ອອກ​ຈາກ​ຫົວໃຈ​ຂອງ​ພວກເຂົາ ຄວາມຢ້ານ​ຕາຍ​ກໍ​ມາ​ສິງ​ສູ່​ພວກເຂົາ​ເມື່ອນັ້ນ.


ກໍ​ຂໍ​ໃຫ້​ຜົນລະປູກ​ຂອງຂ້ອຍ​ຖືກ​ທຳລາຍ​ໝົດ ຫລື​ໃຫ້​ຄົນອື່ນໆ​ກິນ​ອາຫານ​ທີ່​ຂ້ອຍ​ໄດ້​ປູກ​ໄວ້.


ຂໍ​ຊົງ​ໂຜດ​ເລືອກເອົາ​ຄົນ​ອະທຳ​ມາ​ຕັດສິນ​ເຂົາ ແລະ​ໃຫ້​ສັດຕູ​ຄົນ​ໜຶ່ງ​ຂອງ​ເຂົາ​ຟ້ອງ​ເຂົາ​ຄືນ​ສາ.


ພວກເຂົາ​ໄດ້​ຖືກ​ທຳລາຍ​ຖິ້ມ​ໃນ​ຊົ່ວອຶດ​ຫັນໃຈດຽວ ພວກເຂົາ​ໄດ້​ລົງ​ໄປ​ສູ່​ຈຸດຈົບ​ອັນ​ໜ້າຢ້ານ.


ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ໃຫ້​ການ​ເປັນ​ຢູ່​ຂອງ​ພວກເຂົາ​ສິ້ນສຸດ​ລົງ​ດັ່ງ​ລົມຫາຍໃຈ ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຂົາ​ຈົບລົງ ຍ້ອນ​ຄວາມ​ຫຼົ້ມຈົມ​ຢ່າງ​ກະທັນຫັນ.


ພຣະອົງ​ໄດ້​ບອກ​ວ່າ, “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງພວກເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ດ້ວຍ​ໂຣກໄພໄຂ້ເຈັບ ດັ່ງ​ທີ່​ໄດ້​ນຳ​ມາ​ທຳລາຍ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ປິ່ນປົວ​ຮັກສາ​ເຈົ້າ​ໃຫ້​ດີ.”


ພຣະເຈົ້າຢາເວ​ສາບແຊ່ງ​ບ້ານເຮືອນ​ຂອງ​ຄົນຊົ່ວຮ້າຍ, ແຕ່​ອວຍພອນ​ບ້ານເຮືອນ​ຂອງ​ຄົນ​ຊອບທຳ.


ພວກເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຫລື​ຈະ​ຖືກ​ແກ່​ໄປ​ເປັນ​ຊະເລີຍເສິກ. ເຖິງ​ປານນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຈົ້າ.


ພຣະເຈົ້າຢາເວ​ໄດ້​ເຮັດ​ສັນຍາ​ໜຶ່ງ​ອັນ​ໜັກແໜ້ນ​ໄວ້ ແລະ​ຈະ​ເຮັດ​ຕາມ​ນັ້ນ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ: “ເຂົ້າ​ຂອງເຈົ້າ​ຈະ​ບໍ່​ເປັນ​ອາຫານ​ແກ່​ສັດຕູ​ອີກ​ຕໍ່ໄປ ຄົນຕ່າງດ້າວ​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຂອງເຈົ້າ​ອີກ.


ເມື່ອ​ກະສັດ​ແຫ່ງ​ຢູດາຍ​ຮູ້​ຂ່າວ​ວ່າ ກອງທັບ​ແຫ່ງ​ຊີເຣຍ​ໄດ້​ຕັ້ງ​ຢູ່​ເຂດແດນ​ອິດສະຣາເອນ​ແລ້ວ ເພິ່ນ​ພ້ອມ​ທັງ​ປະຊາຊົນ​ກໍ​ເກີດ​ຢ້ານກົວ ຈົນ​ຕົວ​ສັ່ນເຊັນ​ດັ່ງ​ຕົ້ນໄມ້​ຖືກ​ລົມ​ພັດ​ແຮງ.


ປະຊາຊົນ​ຂອງເຮົາ​ປູກ​ເຂົ້າ ແຕ່​ກ່ຽວ​ຫຍ້າ​ແທນ ພວກເຂົາ​ໄດ້​ເຮັດ​ວຽກ​ໜັກ ແຕ່​ພັດ​ບໍ່ໄດ້​ຫຍັງ​ຈັກຢ່າງ. ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ທີ່​ມີ​ຕໍ່​ພວກເຂົາ ຈຶ່ງ​ໃຫ້​ຜົນລະປູກ​ຂອງ​ພວກເຂົາ​ຕົກເຮ່ຍ​ເສຍໄປ​ສິ້ນ.”


ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ແລ້ວ​ວ່າ ຈະ​ໃຫ້​ສິ່ງ​ທີ່​ໜ້າຢ້ານ​ສີ່​ປະການ​ນີ້​ເກີດຂຶ້ນ​ກັບ​ພວກເຂົາ​ເຊັ່ນ: ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ເສິກ​ສົງຄາມ; ຝູງ​ໝາ​ຈະ​ລາກ​ຊາກສົບ​ຂອງ​ພວກເຂົາ​ໄປ​ກິນ; ຝູງນົກ​ຈະ​ສັບຕອດ​ກິນ​ຊາກສົບ​ເຫຼົ່ານັ້ນ ແລະ​ອັນ​ທີ່​ເຫຼືອ​ນັ້ນ​ສັດປ່າ​ຈະ​ກິນ​ໃຫ້​ກ້ຽງ.


ໃນ​ດິນແດນ​ມີ​ແມ່ໝ້າຍ​ຫລາຍກວ່າ ທີ່​ແຄມ​ທະເລ​ມີ​ເມັດຊາຍ. ເຮົາ​ຂ້າ​ຊາວ​ໜຸ່ມ ແລະ​ໃຫ້​ແມ່​ທຸກ​ລະທົມ​ໃຈ ໂດຍ​ຕີ​ພວກເຂົາ​ລົງ​ບຶດດຽວ​ໃຫ້​ລະທົມ​ໃຈ​ຢ້ານ.


ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກັບ​ມິດ​ສະຫາຍ​ຂອງເຈົ້າ​ຕົກໃຈ​ຢ້ານ ແລະ​ເຈົ້າ​ກໍ​ຈະ​ເຫັນ​ພວກເຂົາ​ທັງໝົດ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ເຫຼົ່າ​ສັດຕູ. ເຮົາ​ຈະ​ມອບ​ປະຊາຊົນ​ຢູດາ​ທັງໝົດ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ຈັບ​ເອົາ​ບາງຄົນ​ໄປ​ເປັນ​ຊະເລີຍ​ທີ່​ປະເທດ​ຂອງ​ລາວ ຫລື​ສັງຫານ​ບາງຄົນ​ເສຍ.


ພວກເຂົາ​ຈະ​ກິນ​ຜົນລະປູກ ແລະ​ອາຫານ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ; ພວກເຂົາ​ຈະ​ຂ້າ​ລູກ​ຊາຍ​ຍິງ​ທັງຫລາຍ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ຂ້າ​ຝູງແກະ​ແລະ​ຝູງງົວ ທັງ​ຈະ​ທຳລາຍ​ຕົ້ນອະງຸ່ນ ແລະ​ກົກ​ໝາກເດື່ອເທດ​ຂອງ​ພວກເຈົ້າ​ດ້ວຍ. ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຊຶ່ງ​ພວກເຈົ້າ​ໄວ້ວາງໃຈ​ນັ້ນ ກໍ​ຈະ​ຖືກ​ທຳລາຍ​ໂດຍ​ກອງທັບ​ຂອງ​ພວກເຂົາ.”


ພວກເຈົ້າ​ຈະ​ບໍ່​ໄປມາ​ໂດຍ​ບໍ່ມີ​ຜ້າປົກ​ຫົວ ແລະ​ຈະ​ບໍ່​ຍ່າງ​ຕີນ​ເປົ່າ ຫລື​ໄວ້ທຸກ ຫລື​ຮ້ອງໄຫ້. ພວກເຈົ້າ​ຈະ​ຈ່ອຍຜອມ​ຍ້ອນ​ການບາບ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຄໍ່າຄວນ​ຕໍ່​ກັນແລະກັນ.


“ມະນຸດ​ເອີຍ ຈົ່ງ​ກ່າວ​ຢໍ້າ​ສິ່ງ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ເວົ້າ, ‘ຜົນ​ບາບກຳ​ແລະ​ການກະທຳ​ຜິດ​ຂອງ​ພວກເຮົາ​ກໍ​ຢູ່​ເທິງ​ພວກເຮົາ. ພວກເຮົາ​ກຳລັງ​ເສື່ອມເສຍ​ໄປ. ເຮັດ​ແນວໃດ​ພວກເຮົາ​ຈຶ່ງ​ຈະ​ມີ​ຊີວິດ​ຢູ່​ໄດ້?’


ພວກເຈົ້າ​ຂົ່ມເຫັງ​ຄົນ​ຍາກຈົນ ແລະ​ລັກ​ເອົາ​ເຂົ້າຂອງ​ຂອງ​ພວກເຂົາ. ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ຫລັງ​ງາມໆ​ທີ່​ພວກເຈົ້າ​ສ້າງ​ຂຶ້ນ​ມາ​ດ້ວຍ​ຫີນ ຫລື​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ອັນ​ສວຍງາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້.


ພວກເຈົ້າ​ຈະ​ຫວ່ານ​ເມັດພືດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເກັບກ່ຽວ. ພວກເຈົ້າ​ຈະ​ບີບ​ເອົາ​ນໍ້າມັນ​ຈາກ​ໝາກກອກເທດ​ແຕ່​ຈະ​ບໍ່ໄດ້​ໃຊ້​ມັນ. ພວກເຈົ້າ​ຈະ​ເຮັດ​ເຫຼົ້າ​ອະງຸ່ນ​ແຕ່​ຈະ​ບໍ່ໄດ້​ດື່ມ​ມັນ.


ພວກເຈົ້າ​ຫວ່ານ​ເມັດພືດ​ຢ່າງ​ຫລວງຫລາຍ ແຕ່​ເກັບກ່ຽວ​ໄດ້​ໜ້ອຍດຽວ. ພວກເຈົ້າ​ມີ​ອາຫານ ແຕ່​ກໍ​ກິນ​ບໍ່​ພໍ​ອີ່ມ. ພວກເຈົ້າ​ມີ​ເຫຼົ້າ​ອະງຸ່ນ ແຕ່​ກໍ​ດື່ມ​ບໍ່​ພໍ​ເມົາ ພວກເຈົ້າ​ມີ​ເຄື່ອງນຸ່ງຫົ່ມ ແຕ່​ກໍ​ອົບອຸ່ນ​ບໍ່​ພຽງພໍ. ຄົນ​ເຮັດ​ວຽກ​ໜັກ​ກໍ​ລ້ຽງ​ຊີບ​ຕົນ​ບໍ່​ພໍ​ກຸ້ມ.


ພຣະເຈົ້າຢາເວ​ຈະ​ນຳ​ໂຣກ​ລະບາດ​ມາ​ສູ່​ຊົນຊາດ​ທັງໝົດ ຊຶ່ງ​ໄດ້​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ. ເນື້ອໜັງ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ ເມື່ອ​ຍັງ​ມີ​ຊີວິດ​ຢູ່; ຕາ​ແລະ​ລີ້ນ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ​ເຊັ່ນກັນ​ດ້ວຍ.


ເຮົາ​ຈະ​ລົງໂທດ​ລູກ​ຂອງ​ພວກເຈົ້າ ແລະ​ເອົາ​ໜ້າ​ພວກເຈົ້າ​ຖູ​ໃສ່​ຂີ້​ສັດ​ທີ່​ພວກເຈົ້າ​ນຳ​ມາ​ຖວາຍບູຊາ​ນັ້ນ ແລ້ວ​ພວກເຈົ້າ​ກໍ​ຈະ​ຖືກ​ໂຍນ​ອອກ​ໄປ​ພ້ອມ​ກັບ​ຂີ້​ສັດ​ນັ້ນ.


ພວກເຂົາ​ຈະ​ກິນ​ງົວ​ໃນ​ຝູງ​ຂອງ​ພວກເຈົ້າ ແລະ​ພືດຜົນ​ຂອງ​ພວກເຈົ້າ ສ່ວນ​ພວກເຈົ້າ​ນັ້ນ ກໍ​ຈະ​ພາກັນ​ອຶດ​ຕາຍ. ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ງົວ, ແກະ ແລະ​ພືດຜົນ​ຕ່າງໆ​ຈະ​ບໍ່ມີ​ເຫຼືອ​ໄວ້​ໃຫ້​ເລີຍ ແລະ ພວກເຈົ້າ​ຈະ​ພາກັນ​ຕາຍ.


ເສິກ​ສົງຄາມ​ຈະ​ເຮັດ​ໃຫ້ ຄົນ​ຕາຍ​ຕາມ​ທາງຍ່າງ; ຄວາມ​ຢ້ານ​ໃຫຍ່​ຈະ​ຍ່າງຍ້າຍ ບຸກ​ເຂົ້າ​ສູ່​ບ້ານເຮືອນ. ຊາຍໜຸ່ມ​ຍິງສາວ​ຈະ​ສິ້ນຊີບ ລົ້ມຫາຍ​ຕາຍ​ຈາກ​ໄປ; ແມ່ນແຕ່​ເດັກອ່ອນນ້ອຍ​ທັງຫລາຍ ແລະ​ຜູ້ເຖົ້າ​ກໍ​ບໍ່​ເຫຼືອ​ດ້ວຍ.


ການ​ຕົກ​ຢູ່​ໃນ​ເງື້ອມມື​ຂອງ​ພຣະເຈົ້າ ອົງ​ຊົງ​ຊີວິດ​ຢູ່​ນັ້ນ ເປັນ​ສິ່ງ​ທີ່​ໜ້າຢ້ານກົວ​ຢ່າງ​ໃຫຍ່ຫລວງ.


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ໃນ​ບ້ານ​ໂອຟະຣາ ນັ່ງ​ຢູ່​ໃຕ້​ຕົ້ນໂອກ​ຊຶ່ງ​ເປັນ​ຂອງ​ໂຢອາດ ຄົນ​ໃນ​ຕະກຸນ​ອາບີເອເຊ. ກີເດໂອນ​ລູກຊາຍ​ຂອງ​ໂຢອາດ ກຳລັງ​ລີ້​ຟາດເຂົ້າ​ຢູ່​ໃນ​ບ່ອນ​ທີ່​ບີບ​ນໍ້າ​ໝາກອະງຸ່ນ ເພື່ອ​ບໍ່​ໃຫ້​ຊາວ​ມີດີອານ​ເຫັນ.


ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຈະ​ໃຫ້​ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເຈົ້າ​ມີ​ຊີວິດ​ຢູ່; ລາວ​ຈະ​ໄດ້​ເປັນ​ປະໂຣຫິດ​ບົວລະບັດ​ຮັບໃຊ້​ເຮົາ, ແຕ່​ລາວ ຈະ​ຕາບອດ​ແລະ​ສູນເສຍ​ຄວາມຫວັງ​ທຸກຢ່າງ ສ່ວນ​ເຊື້ອສາຍ​ຄົນອື່ນໆ​ນັ້ນ​ຈະ​ຕາຍ​ຢ່າງ​ທາລຸນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka