Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:15 - ພຣະຄຳພີສັກສິ

15 ຖ້າ​ພວກເຈົ້າ​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ​ທັງ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງເຮົາ ແລະ​ທຳລາຍ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:15
27 Jak'a apnaqawi uñst'ayäwi  

ຊາຍ​ຄົນ​ໃດ​ທີ່​ບໍ່​ຍອມ​ເຮັດ​ພິທີຕັດ ຊາຍ​ຄົນ​ນັ້ນ​ກໍ​ຈະ​ຖືກ​ຕັດ​ອອກ​ຈາກ​ພີ່ນ້ອງ​ຂອງຕົນ ເພາະ​ລາວ​ບໍ່​ຮັກສາ​ພັນທະສັນຍາ​ທີ່​ໄດ້​ມີ​ໄວ້​ກັບ​ເຮົາ.”


ພວກເຂົາ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ພຣະອົງ, ພວກເຂົາ​ບໍ່​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ເຮັດ​ໄວ້​ກັບ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ແລະ​ພວກເຂົາ​ບໍ່​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງ​ພຣະອົງ. ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ໄຮ້​ຄ່າ​ຈົນ​ກາຍເປັນ​ຄົນ​ໄຮ້​ຄ່າ​ເອງ ແລະ​ພວກເຂົາ​ໄດ້​ເຮັດ​ຕາມ​ທຳນຽມ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ ໂດຍ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ທີ່​ບໍ່​ໃຫ້​ເອົາ​ແບບຢ່າງ​ຂອງ​ຊົນຊາດ​ເຫຼົ່ານັ້ນ.


ແຕ່​ພວກເຂົາ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ພວກ​ຜູ້ນຳຂ່າວ​ຂອງ​ພຣະເຈົ້າ ໂດຍ​ບໍ່ຍອມ​ຮັບ​ເອົາ​ຖ້ອຍຄຳ​ຂອງ​ພຣະອົງ ແລະ​ຫົວຂວັນ​ໃສ່​ຜູ້ທຳນວາຍ​ຂອງ​ພຣະອົງ; ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ​ຫລາຍ​ຍິ່ງ​ຂຶ້ນ ຈົນ​ບໍ່ມີ​ຜູ້ໃດ​ໜີພົ້ນ​ໄປ​ໄດ້.


ເຈົ້າ​ປະຕິເສດ​ເຮົາ ກ່າວ​ຕຳໜິ​ຕິຕຽນ ແລະ​ບໍ່​ຍອມຮັບ​ຂໍ້ຄຳສັ່ງ​ຂອງເຮົາ​ດ້ວຍ.


ບັດນີ້ ຖ້າ​ພວກເຈົ້າ​ເຊື່ອຟັງ​ເຮົາ ແລະ​ຮັກສາ​ພັນທະສັນຍາ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ. ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງເຮົາ, ແຕ່​ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ທີ່​ເຮົາ​ເລືອກ​ໄວ້​


ແລ້ວ​ເພິ່ນ​ກໍ​ອ່ານ​ໜັງສື​ພັນທະສັນຍາ​ດ້ວຍ​ສຽງດັງ​ສູ່​ປະຊາຊົນ​ຟັງ. ພວກເຂົາ​ຕ່າງ​ກໍ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ທັງໝົດ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”


ເຈົ້າ​ບໍ່ເຄີຍ​ຕ້ອງການ​ຄຳແນະນຳ​ຈາກ​ເຮົາ​ເລີຍ ຫລື​ບໍ່​ສົນໃຈ​ຈັກເທື່ອ​ເພື່ອ​ໃຫ້​ເຮົາ​ຕັກເຕືອນ​ກໍ່ສ້າງ​ເຈົ້າ.


ການ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່ເກີດ​ແຫ່ງ​ປັນຍາ ຄົນ​ໂງ່ຈ້າ​ປະໝາດ​ປັນຍາ ແລະ​ການ​ສຶກສາ​ຮຽນຮູ້.


ແລະ​ເຈົ້າ​ກໍ​ຈະ​ເວົ້າ​ວ່າ, “ຊັ້ນແຫລະ ເພາະ​ຂ້ອຍ​ບໍ່​ມັກ​ໃຫ້​ຄົນອື່ນ​ຕັກເຕືອນ ແລະ​ບໍ່​ຍອມ​ໃຫ້​ຜູ້​ອື່ນ​ດັດແປງ​ກໍ່ສ້າງ.


ປະຊາກອນ​ໄດ້​ເຮັດ​ໃຫ້​ໂລກນີ້​ເປັນ​ມົນທິນ ໂດຍ​ລະເມີດ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ​ຕະຫລອດໄປ.


ພວກເຂົາ​ໄດ້​ກັບຄືນ​ໄປ​ເຮັດ​ບາບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ນັ້ນ ຄື​ພວກເຂົາ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ, ແຕ່​ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ທັງສອງ​ຄື​ອິດສະຣາເອນ​ແລະ​ຢູດາ ຕ່າງ​ກໍ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ.


ພັນທະສັນຍາ​ນີ້​ຈະ​ບໍ່​ຄື​ພັນທະສັນຍາ​ເກົ່າ ທີ່​ເຮົາ​ໄດ້​ເຮັດ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ໄດ້​ຈູງ​ແຂນ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ. ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ດັ່ງ​ຜົວ​ຂອງ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ຮັກສາ​ພັນທະສັນຍາ​ນັ້ນ​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ເທີ້ນ ເຮົາ​ກຳລັງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ປະຊາຊົນ​ເຫຼົ່ານີ້ ຄື​ໄພພິບັດ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ ແລະ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ຈະ​ເຮັດ​ກັບ​ເຈົ້າ​ຕາມ​ທີ່​ເຈົ້າ​ສົມຄວນ​ໄດ້​ຮັບ ເພາະ​ເຈົ້າ​ໄດ້​ເມີນເສີຍ​ຕໍ່​ຄຳສັນຍາ​ຕ່າງໆ​ຂອງ​ເຈົ້າ ແລະ​ໄດ້​ຝ່າຝືນ​ພັນທະສັນຍາ​ດ້ວຍ.


ເຮົາ​ຈະ​ສະຖິດ​ຢູ່​ໃນ​ຫໍເຕັນ​ຂອງເຮົາ​ໃນ​ທ່າມກາງ​ພວກເຈົ້າ ໂດຍ​ຈະ​ບໍ່​ຫັນ​ໜີໄປ​ຈາກ​ພວກເຈົ້າ​ຈັກເທື່ອ.


ເຖິງຢ່າງໃດກໍດີ ໃນ​ຂັ້ນຕົ້ນ​ດິນແດນ​ຈະ​ຕ້ອງ​ບໍ່​ໃຫ້​ມີ​ຄົນ​ພັກພາ​ອາໄສ​ຢູ່ ເພື່ອ​ວ່າ​ມັນ​ຈະ​ຊົມຊື່ນ​ຍິນດີ​ກັບ​ປີຊະບາໂຕ (ປີ​ແຫ່ງ​ການ​ພັກຜ່ອນ) ແລະ​ພວກເຂົາ​ຕ້ອງ​ຮັບ​ໂທດ​ຢ່າງ​ພຽງພໍ​ເສຍ​ກ່ອນ ຍ້ອນ​ການ​ທີ່​ພວກເຂົາ​ໄດ້​ປະຖິ້ມ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ.


ເຮົາ​ຈະ​ອວຍພອນ​ພວກເຈົ້າ​ໃຫ້​ມີ​ລູກຫລານ​ຢ່າງ​ຫລວງຫລາຍ; ສ່ວນ​ເຮົາ​ກໍ​ຈະ​ຖື​ຮັກສາ​ພັນທະສັນຍາ ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ.


ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ກະທຳ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ໃນ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ພວກເຈົ້າ. ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ. ຕາມ​ຄວາມ​ເປັນຈິງ ເຮົາ​ໄດ້​ນຳ​ຄຳສາບແຊ່ງ​ນັ້ນ​ມາ​ແລ້ວ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ​ຢ່າງ​ແທ້ຈິງ.


ຍ້ອນ​ວ່າ​ລາວ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ໄດ້​ຕັ້ງໃຈ​ລະເມີດ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ໃຫ້​ລາວ​ຮັບຜິດຊອບ​ການຕາຍ​ຂອງ​ລາວເອງ.”’


‘ຈົ່ງ​ເບິ່ງ​ເຖີດ ຄົນ​ທີ່​ມັກ​ປະໝາດ​ນິນທາ ຈົ່ງ​ປະຫລາດ​ໃຈ​ແລະ​ຈິບຫາຍ​ໄປ​ສາ​ເຖີດ ດ້ວຍວ່າ, ສິ່ງ​ທີ່​ເຮົາ​ກະທຳ​ຢູ່​ໃນວັນນີ້ ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຈະ​ບໍ່​ຍອມ ເຊື່ອຟັງ​ເປັນ​ແນ່ ເຖິງ​ແມ່ນ​ວ່າ​ມີ​ບາງຄົນ ມາ​ອະທິບາຍ​ໃຫ້​ຟັງ​ແລ້ວ​ກໍຕາມ.”’


ເຫດ​ວ່າ, ການ​ທີ່​ເອົາໃຈໃສ່​ຝ່າຍ​ເນື້ອໜັງ ນັ້ນ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ, ແທ້ຈິງ​ແລ້ວ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ບໍ່ໄດ້


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຈະ​ຕາຍ​ໃນ​ໄວໆ​ນີ້ ແລະ​ຫລັງຈາກ​ເຈົ້າ​ຕາຍໄປ​ແລ້ວ​ປະຊາຊົນ​ກໍ​ຈະ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ. ພວກເຂົາ​ຈະ​ປະຖິ້ມ​ເຮົາ ແລະ​ໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ​ໃນ​ດິນແດນ​ທີ່​ພວກເຂົາ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.


ດ້ວຍເຫດນີ້ ຜູ້​ທີ່​ຝ່າຝືນ​ນັ້ນ​ກໍ​ບໍ່​ໄດ້​ຝ່າຝືນ​ຕໍ່​ມະນຸດ ແຕ່​ຝ່າຝືນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ເຈົ້າ​ທັງຫລາຍ.


ຈະ​ບໍ່​ເໝືອນ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັນຍາ ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ໃນ​ເມື່ອ​ເຮົາ​ໄດ້​ຈູງ​ມື​ຂອງ​ພວກເຂົາ ພາ​ອອກ​ມາ​ຈາກ​ປະເທດ​ເອຢິບ.’ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ເຂົາ​ເຫຼົ່ານັ້ນ​ບໍ່ໄດ້​ຕັ້ງ​ຢູ່​ໃນ​ພັນທະສັນຍາ​ຂອງເຮົາ. ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ສົນໃຈ​ຕໍ່​ພວກເຂົາ.’


ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ທັງ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ແລ້ວ​ມື​ຂອງ​ພຣະເຈົ້າຢາເວ​ຈະ​ຕໍ່ສູ້​ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka