Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:13 - ພຣະຄຳພີສັກສິ

13 ຝ່າຍ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ​ອີກ​ຕໍ່ໄປ. ເຮົາ​ໄດ້​ຕັດ​ແລະ​ຫັກ​ແອກ ທີ່​ເຮັດ​ໃຫ້ກຽດ​ແລະ​ສັກສີ​ຂອງ​ພວກເຈົ້າ​ຕົກຕໍ່າ ແລະ​ທັງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ ໃຫ້​ຍ່າງ​ໄປມາ​ຢ່າງ​ສະຫງ່າ​ຜ່າເຜີຍ.”

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:13
18 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ ເໝືອນ​ດັ່ງ​ທີ່​ແມ່​ຂອງ​ຂ້ານ້ອຍ​ໄດ້​ປະຕິບັດ​ມາ ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນຕາຍ​ໄດ້.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ ຊຶ່ງ​ພວມ​ເດີນທາງ​ໄປ​ຢ່າງ​ມີໄຊ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.


ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.


ເຮົາ​ຈະ​ເອົາ​ໃຫ້​ພວກ​ທີ່​ກົດຂີ່​ເຈົ້າ​ດື່ມ​ແທນ ຄື​ພວກ​ທີ່​ໃຫ້​ເຈົ້າ​ນອນ​ກາງ​ຫົນທາງ​ນັ້ນ ແລະ​ພວກເຂົາ​ກໍໄດ້​ຢຽບຢໍ່າ​ເຈົ້າ​ລົງ ດັ່ງ​ຢຽບ​ຂີ້ຝຸ່ນ​ດິນ​ທີ່​ພື້ນ​ຕີນ​ຂອງ​ເຂົາເຈົ້າ.”


ພຣະອົງ​ໃຫ້​ພວກເຂົາ​ມີ​ຄວາມ​ຍິນດີ​ອັນ​ຍິ່ງໃຫຍ່ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ມີ​ຄວາມສຸກ​ໃນ​ຈິດໃຈ. ພວກເຂົາ​ຊົມຊື່ນ​ຍິນດີ​ດ້ວຍ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ດັ່ງ​ຄົນ​ຊົມຊື່ນ​ຍິນດີ​ເມື່ອ​ພວກເຂົາ​ເກັບກ່ຽວ​ເຂົ້າ ຫລື​ເໝືອນ​ດັ່ງ​ຄົນ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ເວລາ​ທີ່​ພວກເຂົາ​ແບ່ງປັນ​ຊັບສິນ​ທີ່​ຢຶດ​ມາ​ໄດ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຊາດ​ອິດສະຣາເອນ​ເອີຍ ເຫິງນານ​ແລ້ວ ທີ່​ເຈົ້າ​ບໍ່​ຍອມ​ຢູ່​ໃຕ້​ສິດ​ອຳນາດ​ຂອງເຮົາ ບໍ່​ເຊື່ອຟັງ​ເຮົາ​ແລະ​ນະມັດສະການ​ເຮົາ​ດ້ວຍ. ທີ່​ເນີນ​ທີ່ສູງ​ແຕ່ລະ​ໜ່ວຍ ທີ່​ກ້ອງ​ຕົ້ນໄມ້​ແຕ່ລະກົກ ເຈົ້າ​ຂາບໄຫວ້​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ທັງນັ້ນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ກ່າວ​ດັ່ງນີ້: “ເຮົາ​ໄດ້​ທຳລາຍ​ການ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ.


ເຮົາ​ຈະ​ນຳ​ເຢໂຮຍອາກິນ ລູກຊາຍ​ຂອງ​ເຢໂຮຍອາກິມ​ຜູ້​ເປັນ​ກະສັດ​ແຫ່ງ​ຢູດາຍ ທີ່​ໄດ້​ຖືກ​ຈັບ​ໄປ​ບາບີໂລນ​ພ້ອມກັບ​ປະຊາຊົນ​ຢູດາຍ​ນັ້ນ​ກັບຄືນ​ມາ​ຄືກັນ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ການ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”


ຄວາມມືດ​ຈະ​ເຂົ້າ​ປົກຄຸມ​ເມືອງ​ຕາປັນເຮັດ ເມື່ອ​ເຮົາ​ທັບມ້າງ​ອຳນາດ​ຂອງ​ປະເທດ​ເອຢິບ ແລະ​ເຮັດ​ໃຫ້​ກຳລັງ​ທີ່​ເອຢິບ​ໄດ້​ອວດອ້າງ​ຢ່າງ​ໜັກໜາ​ນັ້ນ​ສິ້ນສູນ​ໄປ. ເມກໝອກ​ຈະ​ປົກຄຸມ​ປະເທດ​ເອຢິບ ແລະ​ປະຊາຊົນ​ຕາມ​ເມືອງ​ທັງຫລາຍ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ຕົ້ນໄມ້​ຈະ​ເກີດ​ໝາກ, ທົ່ງນາ​ຈະ​ໃຫ້​ຜົນລະປູກ ແລະ​ທຸກຄົນ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ດິນແດນ​ຂອງຕົນ. ເມື່ອ​ເຮົາ​ໄດ້​ປົດ​ໂສ້​ກັບ​ປົດປ່ອຍ​ປະຊາຊົນ​ຂອງເຮົາ​ອອກ​ຈາກ​ການ​ເປັນ​ທາດ​ແລ້ວ ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເຮົາ​ໄດ້​ໃຊ້​ທັງ​ຄວາມຮັກ ແລະ​ຄວາມ​ອ່ອນຫວານ ເປັນ​ເຄື່ອງຊັກຈູງ​ໃຈ​ໃຫ້​ພວກເຂົາ​ກັບ​ມາ​ຫາ​ເຮົາ​ອີກ. ເຮົາ​ໄດ້​ໂຊມ​ພວກເຂົາ​ລຸກ​ຂຶ້ນ​ທັງ​ແນບ​ໃສ່​ແກ້ມ​ເຮົາ ແລະ​ກົ້ມ​ລົງ​ລ້ຽງ​ດູແລ​ພວກເຂົາ​ໄວ້.


ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ມອບ​ດິນແດນ​ການາອານ​ໃຫ້​ແກ່​ພວກເຈົ້າ ແລະ​ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.


ເພາະ​ພວກເຂົາ​ເປັນ​ຄົນ​ຮັບໃຊ້​ຂອງເຮົາ ຊຶ່ງ​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ພວກເຂົາ​ຈະ​ບໍ່​ຖືກ​ຂາຍ​ໃຫ້​ເປັນ​ທາດຮັບໃຊ້​ອີກ.


ດ້ວຍວ່າ, ປະຊາຊົນ​ອິດສະຣາເອນ​ນັ້ນ​ເປັນ​ທາດຮັບໃຊ້​ຂອງເຮົາ ພວກເຂົາ​ເປັນ​ທາດຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ບັດນີ້ ເຮົາ​ຈະ​ປົດ​ອຳນາດ​ຂອງ​ອັດຊີເຣຍ​ອອກ​ຈາກ​ເຈົ້າ ແລະ​ຈະ​ຫັກ​ໂສ້​ທີ່​ລ່າມ​ເຈົ້າ​ໄວ້​ນັ້ນ​ອອກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka