ລະບຽບ^ພວກເລວີ 26:12 - ພຣະຄຳພີສັກສິ12 ເຮົາຈະຢູ່ກັບເຈົ້າ, ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າກໍຈະເປັນປະຊາຊົນຂອງເຮົາ. Uka jalj uñjjattʼäta |
ມັນແມ່ນພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ສະໄໝທີ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບ ຄືດິນແດນ ຊຶ່ງເປັນດັ່ງເຕົາຫລອມເຫຼັກສຳລັບພວກເຂົາ. ເຮົາໄດ້ບອກພວກເຂົາໃຫ້ເຊື່ອຟັງເຮົາ ແລະໃຫ້ກະທຳທຸກຢ່າງທີ່ເຮົາໄດ້ສັ່ງ. ເຮົາໄດ້ບອກພວກເຂົາວ່າຖ້າພວກເຂົາເຊື່ອຟັງ ພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ.
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’