Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:11 - ພຣະຄຳພີສັກສິ

11 ເຮົາ​ຈະ​ສະຖິດ​ຢູ່​ໃນ​ຫໍເຕັນ​ຂອງເຮົາ​ໃນ​ທ່າມກາງ​ພວກເຈົ້າ ໂດຍ​ຈະ​ບໍ່​ຫັນ​ໜີໄປ​ຈາກ​ພວກເຈົ້າ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:11
27 Jak'a apnaqawi uñst'ayäwi  

ຕະຫລອດ​ເວລາ​ທີ່​ເຮົາ​ເດີນທາງ​ໄປ​ກັບ​ຊາວ​ອິດສະຣາເອນ​ນັ້ນ ເຮົາ​ບໍ່ໄດ້​ຖາມ​ພວກ​ຜູ້ປົກຄອງ ຄົນໃດ​ຄົນໜຶ່ງ​ທີ່​ເຮົາ​ໄດ້​ແຕ່ງຕັ້ງ​ນັ້ນ​ວ່າ ເຫດໃດ​ພວກເຂົາ​ຈຶ່ງ​ບໍ່​ສ້າງ​ພຣະວິຫານ​ດ້ວຍ​ໄມ້ແປກ​ໃຫ້​ເຮົາ​ຢູ່.’


ເຮົາ​ຈະ​ຢູ່​ກັບ​ປະຊາຊົນ​ຊາວ​ອິດສະຣາເອນ​ຂອງເຮົາ ໃນ​ວິຫານ​ທີ່​ເຈົ້າ​ກຳລັງ​ສ້າງ​ຢູ່​ນີ້ ແລະ​ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຈັກເທື່ອ.”


ຂ້ານ້ອຍ​ໄດ້​ສ້າງ ພຣະວິຫານ​ອັນ​ສະຫງ່າງາມ​ໃຫ້​ພຣະອົງ​ຢູ່ ເປັນ​ສະຖານທີ່​ສຳລັບ​ພຣະອົງ ຈະ​ສະຖິດ​ຢູ່​ຕະຫລອດໄປ.”


ໂອ​ພຣະເຈົ້າ​ເອີຍ ແຕ່​ພຣະອົງ​ຢາກ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້​ແທ້​ບໍ? ແມ່ນແຕ່​ຟ້າ​ສະຫວັນ​ທັງໝົດ​ກໍ​ບໍ່​ໃຫຍ່​ພໍ​ທີ່​ຈະ​ຮັບ​ພຣະອົງ​ໄດ້ ແລ້ວ​ພຣະວິຫານ​ທີ່​ຂ້ານ້ອຍ​ສ້າງ​ນີ້​ຈະ​ໃຫຍ່​ພຽງພໍ​ສຳລັບ​ພຣະອົງ​ໄດ້​ຢ່າງໃດ?


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ໄພ່ພົນ​ຂອງ​ພຣະອົງ ພຣະອົງ​ເບື່ອໜ່າຍ​ກຽດຊັງ​ພວກເຂົາ.


ພຣະອົງ​ມີ​ທີ່​ປະທັບ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ແລະ​ມີ​ທີ່​ສະຖິດ ທີ່​ເທິງ​ພູເຂົາ​ຊີໂອນ​ດ້ວຍ.


ເມື່ອ​ເຫັນ​ເຊັ່ນນີ້ ພຣະເຈົ້າ​ກໍ​ກິ້ວໂກດ​ຫລາຍ ສະນັ້ນ ພຣະອົງ​ຈຶ່ງ​ປະລະ​ປະຊາຊົນ​ຂອງ​ພຣະອົງ​ໝົດ​ສິ້ນ.


ຊາວ​ອິດສະຣາເອນ​ຕ້ອງ​ສ້າງ​ຫໍເຕັນ​ສັກສິດ​ສຳລັບ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ.


ເຮົາ​ຈະ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍ​ເພື່ອ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”


ຈົ່ງ​ຈື່ຈຳ​ພຣະສັນຍາ ແລະ​ຢ່າ​ກຽດຊັງ​ພວກ​ຂ້ານ້ອຍ​ເລີຍ ຢ່າ​ນຳ​ຄວາມ​ອັບອາຍ​ມາ​ສູ່​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບັນລັງ​ຂອງ​ພຣະເຈົ້າ​ຕັ້ງ​ຢູ່​ຢ່າງ​ສະຫງ່າຣາສີ ຢ່າ​ຍົກເລີກ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ທ້ອນ


ອົງພຣະ​ຜູ້​ເປັນເຈົ້າ​ບໍ່​ຍອມ​ຮັບ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ປະຖິ້ມ​ພຣະວິຫານ​ຂອງ​ພຣະອົງ​ດ້ວຍ; ພຣະອົງ​ໃຫ້​ສັດຕູ​ທຳລາຍ​ກຳແພງ​ພຣະວິຫານ ພວກເຂົາ​ໂຮຮ້ອງ​ຍິນດີ​ເພາະ​ໄດ້​ໄຊຊະນະ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຄື​ໃນ​ຄັ້ງ​ໜຶ່ງ​ນັ້ນ ເປັນ​ບ່ອນ​ທີ່​ພວກເຮົາ ພາກັນ​ນະມັດສະການ​ຢ່າງ​ຊົມຊື່ນ​ຍິນດີ​ລົ້ນ.


ອິດສະຣາເອນ​ເອີຍ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ສະຖິດ​ຢູ່​ນຳ ແລະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່ມີ​ພຣະເຈົ້າ​ອື່ນ​ໃດ​ອີກ​ມີ​ແຕ່​ເຮົາ​ເທົ່ານັ້ນ ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.


ຢ່າ​ໄດ້​ນຳ​ເອົາ​ຮີດຄອງ​ຂອງ​ປະຊາຊົນ​ຜູ້​ທີ່​ອາໄສ​ຢູ່​ໃນ​ບ່ອນ​ນັ້ນ​ມາ​ໃຊ້; ເຮົາ​ກຳລັງ​ຂັບໄລ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ເຫຼົ່ານັ້ນ​ໃຫ້​ອອກ​ໄປ ເພື່ອ​ພວກເຈົ້າ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ. ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ເບື່ອໜ່າຍ ຕໍ່​ຮີດຄອງ​ອັນ​ຊົ່ວຊ້າ​ທັງປວງ​ຂອງ​ພວກເຂົາ.


ຖ້າ​ພວກເຈົ້າ​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ​ທັງ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງເຮົາ ແລະ​ທຳລາຍ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ


ເຖິງຢ່າງໃດກໍດີ ໃນ​ຂັ້ນຕົ້ນ​ດິນແດນ​ຈະ​ຕ້ອງ​ບໍ່​ໃຫ້​ມີ​ຄົນ​ພັກພາ​ອາໄສ​ຢູ່ ເພື່ອ​ວ່າ​ມັນ​ຈະ​ຊົມຊື່ນ​ຍິນດີ​ກັບ​ປີຊະບາໂຕ (ປີ​ແຫ່ງ​ການ​ພັກຜ່ອນ) ແລະ​ພວກເຂົາ​ຕ້ອງ​ຮັບ​ໂທດ​ຢ່າງ​ພຽງພໍ​ເສຍ​ກ່ອນ ຍ້ອນ​ການ​ທີ່​ພວກເຂົາ​ໄດ້​ປະຖິ້ມ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ.


ແຕ່​ເຖິງ​ປານນັ້ນ​ກໍດີ ເມື່ອ​ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ສັດຕູ​ນັ້ນ ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຢ່າງ​ໝົດສິ້ນ ຫລື​ທຳລາຍ​ພວກເຂົາ​ໃຫ້​ໝົດ​ໄປ. ການ​ກະທຳ​ເຊັ່ນນັ້ນ ກໍ​ເທົ່າ​ກັບ​ເປັນ​ການ​ຕັດຂາດ​ຕໍ່​ພັນທະສັນຍາ​ຂອງເຮົາ​ທີ່​ມີ​ໄວ້​ກັບ​ພວກເຂົາ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ຂ້າພະເຈົ້າ​ໝົດ​ຄວາມ​ອົດທົນ​ກັບ​ຄົນລ້ຽງແກະ​ອື່ນ​ສາມ​ຄົນ ທີ່​ກຽດຊັງ​ຂ້າພະເຈົ້າ; ພຽງ​ເດືອນ​ດຽວ​ເທົ່ານັ້ນ ຂ້າພະເຈົ້າ​ກໍໄດ້​ກຳຈັດ​ພວກເຂົາ​ທັງໝົດ.


ໃນ​ພຣະອົງ​ນັ້ນ ພວກເຈົ້າ​ກຳລັງ​ຖືກ​ກໍ່​ຂຶ້ນ​ໃຫ້​ເປັນ​ທີ່​ສະຖິດ​ຂອງ​ພຣະເຈົ້າ ໂດຍ​ພຣະວິນຍານ​ເໝືອນກັນ.


ເມື່ອ​ພຣະເຈົ້າຢາເວ​ເຫັນ​ເຊັ່ນນີ້ ພຣະອົງ​ຈຶ່ງ​ໂກດຮ້າຍ​ຫລາຍ ຈຶ່ງ​ບໍ່​ຮັບ​ຊາຍ​ຍິງ​ເຫຼົ່ານີ້ ເປັນ​ບຸດ​ຂອງ​ພຣະເຈົ້າ.


ຖ້າ​ດິນແດນ​ຂອງ​ພວກເຈົ້າ​ບໍ່​ເໝາະ​ທີ່​ຈະ​ນະມັດສະການ ຈົ່ງ​ພາກັນ​ມາ​ດິນແດນ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ມີ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ນັ້ນ. ຈົ່ງ​ຮຽກຮ້ອງ​ເອົາ​ດິນແດນ​ໃນ​ທ່າມກາງ​ພວກເຮົາ​ໄດ້. ແຕ່​ຢ່າ​ກະບົດ​ຕໍ່​ພຣະເຈົ້າຢາເວ ຫລື​ຕໍ່​ພວກເຮົາ ໂດຍ​ສ້າງ​ແທ່ນບູຊາ​ຂຶ້ນ​ຕື່ມ​ໃສ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.


ປະໂຣຫິດ​ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ດຽວນີ້​ພວກເຮົາ​ຮູ້​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ທ່າມກາງ​ພວກເຮົາ. ພວກເຈົ້າ​ບໍ່ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ ແລະ​ຍັງ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ລົງໂທດ​ຂອງ​ພຣະເຈົ້າຢາເວ​ດ້ວຍ.”


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ພຣະຣາຊບັນລັງ​ຂອງ​ພຣະເຈົ້າ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ໃນ​ພຣະວິຫານ ທັງ​ກາງເວັນ​ແລະ​ກາງຄືນ ແລະ​ພຣະອົງ​ຜູ້​ທີ່​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ​ນັ້ນ ຈະ​ຊົງ​ສະຖິດ​ຢູ່​ນຳ​ແລະ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka