Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:10 - ພຣະຄຳພີສັກສິ

10 ພວກເຈົ້າ​ຈະ​ເກັບກ່ຽວ​ໄດ້​ຢ່າງ​ຫລວງຫລາຍ ຈົນ​ວ່າ​ເອົາ​ໄວ້​ກິນ​ກຸ້ມ​ໜຶ່ງ​ປີ​ໄດ້ ແລະ​ເຖິງ​ແມ່ນ​ວ່າ ພວກເຈົ້າ​ຈະ​ຂົນ​ຜົນລະປູກ​ທີ່​ເຫຼືອ​ໃນ​ປີ​ທີ່​ຜ່ານ​ມາ​ນັ້ນ​ອອກ​ໄປ​ໝົດ ມັນ​ຍັງ​ຈະ​ບໍ່ມີ​ບ່ອນ​ພຽງພໍ​ສຳລັບ​ໄວ້​ຜົນລະປູກ​ທີ່​ເກັບກ່ຽວ​ໃໝ່​ໃນ​ປີ​ນັ້ນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:10
5 Jak'a apnaqawi uñst'ayäwi  

ແລ້ວ​ເອຊາຢາ​ກໍ​ກ່າວ​ແກ່​ກະສັດ​ເຮເຊກີຢາ​ວ່າ, “ນີ້ແມ່ນ​ໝາຍສຳຄັນ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ໃນ​ປີ​ນີ້​ແລະ​ປີ​ໜ້າ ທ່ານ​ຈະ​ໄດ້​ກິນ​ແຕ່​ເຂົ້າ​ທີ່​ເກີດຂຶ້ນ​ຕາມ​ປ່າ​ເທົ່ານັ້ນ, ແຕ່​ໃນ​ປີ​ຕໍ່ໄປ​ທ່ານ​ຈະ​ໄດ້​ປູກ​ພືດ​ແລະ​ເກັບກ່ຽວ ແລະ​ຈະ​ໄດ້​ປູກ​ຕົ້ນ​ອະງຸ່ນ​ກັບ​ກິນ​ໝາກ​ຂອງ​ມັນ.


ໃນ​ລານ​ຟາດເຂົ້າ​ຈະ​ມີ​ເຂົ້າ​ຢ່າງ​ຫລວງຫລາຍ ອ່າງ​ບີບ​ກໍ​ມີ​ແຕ່​ນໍ້າ​ອະງຸ່ນ​ກັບ​ນໍ້າມັນ​ໝາກກອກເທດ.


ເມື່ອ​ພວກເຈົ້າ​ປູກຝັງ​ໃນ​ໄຮ່ນາ​ໃນ​ປີ​ທີ​ແປດ ພວກເຈົ້າ​ຍັງ​ຈະ​ກິນ​ສິ່ງ​ທີ່​ເກັບກ່ຽວ​ໄດ້​ຈາກ​ຜົນລະປູກ​ໃນ​ປີ​ທີ​ຫົກ​ນັ້ນ​ຢູ່ ແລະ​ພວກເຈົ້າ​ຍັງ​ຈະ​ມີ​ກິນ​ພຽງພໍ​ຈົນເຖິງ​ລະດູ​ເກັບກ່ຽວ​ຜົນລະປູກ​ໃນ​ປີ​ທີ​ເກົ້າ.”


ເສດຖີ​ຄົນ​ນີ້​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຈະ​ເຮັດ​ແນວ​ໃດ​ດີ ເພາະ​ເຮົາ​ບໍ່ມີ​ບ່ອນ​ພຽງພໍ ເພື່ອ​ຈະ​ເກັບ​ຜົນລະປູກ​ທັງໝົດ​ນີ້​ໄວ້?’


ຕໍ່​ຈາກ​ວັນ​ປັດສະຄາ ແມ່ນ​ວັນ​ທຳອິດ​ຊຶ່ງ​ພວກເຂົາ​ໄດ້​ກິນ​ແຕ່​ສິ່ງ​ທີ່​ຊາວ​ການາອານ​ໄດ້​ປູກ​ຄື: ເຂົ້າ​ຂົ້ວ​ກັບ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka