Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:1 - ພຣະຄຳພີສັກສິ

1 “ຢ່າ​ສ້າງ​ຮູບເຄົາຣົບ ຫລື​ຕັ້ງ​ຮູບ​ຫລໍ່​ຮູບປັ້ນ, ເສົາ​ຫີນ ຫລື​ເສົາ​ຫີນ​ທີ່​ແກະສະຫລັກ​ເປັນ​ລວດລາຍ ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ​ເພື່ອ​ຂາບໄຫວ້​ມັນ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:1
30 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ຕັ້ງ​ເສົາ​ສັກສິດ ແລະ​ຮູບ​ເຈົ້າແມ່​ອາເຊຣາ ໄວ້​ຕາມ​ເທິງ​ເນີນພູ​ຕ່າງໆ ແລະ​ຢູ່​ໃຕ້​ຕົ້ນໄມ້​ໃຫຍ່​ທຸກ​ກົກ.


ພວກເຂົາ​ປະຖິ້ມ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ໄດ້​ໃຊ້​ໂລຫະ​ຫລໍ່​ຮູບ​ງົວ​ສອງ​ໂຕ​ຂຶ້ນ​ມາ​ຂາບໄຫວ້; ພວກເຂົາ​ຍັງ​ໄດ້​ເຮັດ​ຮູບ​ຂອງ​ເຈົ້າແມ່​ອາເຊຣາ, ຂາບໄຫວ້​ຕາເວັນ​ເດືອນ​ດາວ ແລະ​ຮັບໃຊ້​ພະບາອານ.


ແລະ​ໄດ້​ປະພຶດ​ຕາມ​ປະເພນີ​ຂອງ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ ແລະ​ທັງ​ໄດ້​ຢຶດຖື​ທຳນຽມ​ທີ່​ກະສັດ​ແຫ່ງ​ອິດສະຣາເອນ ໄດ້​ນຳ​ມາ​ປະຕິບັດ.


ພວກເຂົາ​ກຸກກວນ​ພຣະອົງ​ໃຫ້​ໂກດຮ້າຍ​ສະເໝີມາ ໂດຍ​ມີ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເຄືອງໃຈ​ຫລາຍ ຍ້ອນ​ຮູບເຄົາຣົບ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ນັ້ນ.


ທຸກຄົນ​ທີ່​ຂາບໄຫວ້​ຮູບເຄົາຣົບ​ຕ່າງ​ກໍ​ຖືກ​ອັບອາຍ ບັນດາ​ພະ​ທັງຫລາຍ​ຈຶ່ງ​ກົ້ມ​ຂາບລົງ ຕໍ່ໜ້າ​ພຣະອົງ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.


ຢ່າ​ເຮັດ​ຮູບ​ພະ​ເປັນ​ເງິນ​ເປັນ​ຄຳ ໄວ້​ຂາບໄຫວ້​ຄຽງ​ຄູ່​ເຮົາ​ເດັດຂາດ.


ຢ່າ​ຂາບໄຫວ້​ພະ​ຂອງ​ພວກເຂົາ ຫລື​ນະມັດສະການ​ພະ​ເຫຼົ່ານັ້ນ​ເດັດຂາດ ແລະ​ຢ່າ​ນຳ​ເອົາ​ພິທີ​ປະຕິບັດ​ທາງ​ສາສະໜາ​ຂອງ​ພວກເຂົາ​ມາ​ໃຊ້. ຈົ່ງ​ທຳລາຍ​ບັນດາ​ພະ​ຂອງ​ພວກເຂົາ ພ້ອມທັງ​ທັບ​ເສົາ​ຫີນ​ສັກສິດ​ໃຫ້​ໝຸ່ນ​ທະລາຍ.


ຢ່າ​ເຮັດ​ຮູບ​ພະ​ໄວ້​ຂາບໄຫວ້.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ​ເປັນ​ຄຳ ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຖິ້ມ​ເສຍ ແລະ​ປະ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ໂຕໜູ​ແລະ​ໂຕ​ເຈຍ.


ຢ່າ​ປະຖິ້ມ​ເຮົາ​ແລະ​ຂາບໄຫວ້​ຮູບເຄົາຣົບ; ຢ່າ​ເອົາ​ໂລຫະ​ມາ​ເຮັດ​ຮູບ​ພະ ແລະ​ຂາບໄຫວ້​ຮູບ​ນັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ດ້ວຍວ່າ, ປະຊາຊົນ​ອິດສະຣາເອນ​ນັ້ນ​ເປັນ​ທາດຮັບໃຊ້​ຂອງເຮົາ ພວກເຂົາ​ເປັນ​ທາດຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ສຳລັບ​ປະໂຣຫິດ​ຜູ້​ຖວາຍ​ເລືອດ​ກັບ​ໄຂມັນ​ຕາມ​ພິທີ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ, ຜູ້ນັ້ນ​ຕ້ອງ​ໄດ້​ຮັບ​ຊີ້ນ​ຂາ​ຂວາ​ດ້ານຫລັງ​ຂອງ​ສັດ​ນັ້ນ.


ພວກເຈົ້າ​ຕ້ອງ​ຂັບໄລ່​ປະຊາຊົນ​ໃນ​ດິນແດນ​ນັ້ນ​ອອກ​ໄປ​ໃຫ້​ໝົດ. ໃຫ້​ທຳລາຍ​ເສົາ​ຫີນ​ແລະ​ຮູບເຄົາຣົບ​ທີ່​ເປັນ​ໂລຫະ​ພ້ອມ​ບ່ອນ​ນະມັດສະການ​ຮູບ​ເຫຼົ່ານັ້ນ​ທັງໝົດ​ຖິ້ມ.


ໃນ​ເມື່ອ​ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະເຈົ້າ ພວກເຮົາ​ກໍ​ບໍ່ຄວນ​ຖື​ວ່າ​ພຣະເຈົ້າ​ເປັນ​ຄື​ຮູບເຄົາຣົບ​ທີ່​ເປັນ​ຄຳ, ທີ່​ເປັນ​ເງິນ, ຫລື​ເປັນ​ຫີນ ທີ່​ຖືກ​ແກະສະຫລັກ​ດ້ວຍ​ສິນລະປະ ດ້ວຍ​ສີມື​ຂອງ​ນາຍຊ່າງ​ຜູ້​ຊຳນານ.


‘ຄຳສາບແຊ່ງ​ເປັນ​ຂອງ​ທຸກໆ​ຄົນ ທີ່​ໃຊ້​ຫີນ, ໄມ້ ແລະ​ໂລຫະ ເຮັດ​ຮູບເຄົາຣົບ​ແລະ​ຂາບໄຫວ້​ຮູບ​ນັ້ນ​ຢ່າງ​ລັບລີ້; ພຣະເຈົ້າຢາເວ​ກຽດຊັງ​ການ​ຂາບໄຫວ້​ຮູບເຄົາຣົບ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້.


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


ຊາວ​ດານ​ໄດ້​ຕັ້ງ​ຮູບເຄົາຣົບ​ຂຶ້ນ​ຂາບໄຫວ້ ແລະ​ໂຢນາທານ​ລູກຊາຍ​ຂອງ​ເກໂຊມ ແລະ​ຫລານຊາຍ​ຂອງ​ໂມເຊ ໄດ້​ເປັນ​ຜູ້​ບົວລະບັດ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ​ໃນ​ຖານະ​ປະໂຣຫິດ​ຂອງ​ຊາວ​ດານ ແລະ​ເຊື້ອສາຍ​ຂອງ​ໂຢນາທານ​ກໍໄດ້​ບົວລະບັດ​ຮັບໃຊ້​ເປັນ​ປະໂຣຫິດ​ເລື້ອຍ​ມາ ຈົນກວ່າ​ປະຊາຊົນ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka