Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 24:9 - ພຣະຄຳພີສັກສິ

9 ສ່ວນ​ເຂົ້າຈີ່​ນັ້ນ​ໃຫ້​ເປັນ​ຂອງ​ອາໂຣນ ແລະ​ເຊື້ອສາຍ​ຂອງ​ລາວ ແລະ​ພວກເຂົາ​ຈະ​ຕ້ອງ​ກິນ​ເຂົ້າຈີ່​ນັ້ນ​ໃນ​ບ່ອນ​ສັກສິດ ເພາະ​ແມ່ນ​ອາຫານ​ບໍຣິສຸດ ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ສຳລັບ​ປະໂຣຫິດ.”

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 24:9
17 Jak'a apnaqawi uñst'ayäwi  

ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຜູ້​ບົວລະບັດ​ຮັກສາ​ຕະກຽງ ຢູ່​ຊ້ອງໜ້າ​ເຮົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ເບື້ອງ​ນອກ ຄື​ຢູ່​ນອກ​ຜ້າກັ້ງ​ທາງ​ໜ້າ​ຂອງ​ຫີບ​ພັນທະສັນຍາ. ຈົ່ງ​ໄຕ້​ຕະກຽງ​ແຕ່​ຕອນ​ຄໍ່າ​ຈົນເຖິງ​ຕອນ​ຮຸ່ງ​ເຊົ້າ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ຈົ່ງ​ໃຫ້​ຊາວ​ອິດສະຣາເອນ​ກັບ​ເຊື້ອສາຍ​ຂອງ​ພວກເຂົາ ຕັ້ງໃຈ​ໃສ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້​ຕະຫລອດໄປ.”


ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ສອງ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ເອົາ​ພືດຜົນ​ເປັນເມັດ​ທີ່​ເຫຼືອ​ຈາກ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ມາ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ແລະ​ກິນ​ທີ່​ຂ້າງ​ແທ່ນບູຊາ​ເພາະ​ການ​ຖວາຍ​ນີ້​ແມ່ນ​ບໍຣິສຸດ​ທີ່ສຸດ.


“ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ກິນ​ເຄື່ອງ​ຖວາຍ​ລຶບລ້າງ​ບາບ​ໃນ​ບ່ອນ​ບໍຣິສຸດ? ມັນ​ເປັນ​ຂອງ​ບໍຣິສຸດ​ທີ່ສຸດ ແລະ​ພຣະອົງ​ໄດ້​ມອບ​ສິ່ງ​ນັ້ນ​ໃຫ້​ພວກເຈົ້າ ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ຕໍ່ໜ້າ​ພຣະເຈົ້າຢາເວ.


ຄົນ​ຢ່າງ​ນັ້ນ​ອາດ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ຂອງເຂົາ​ແລ້ວ​ໄດ້ ຄື: ທັງ​ອາຫານ​ທີ່​ຖວາຍ​ແລ້ວ​ຢ່າງ​ບໍຣິສຸດ​ແລະ​ຢ່າງ​ບໍຣິສຸດ​ທີ່ສຸດ;


ມີ​ຊາຍ​ຄົນ​ໜຶ່ງ​ທີ່​ພໍ່​ເປັນ​ຄົນ​ເອຢິບ ແລະ​ແມ່​ເປັນ​ຄົນ​ອິດສະຣາເອນ​ຊື່​ວ່າ ເຊໂລມິດ ເປັນ​ລູກສາວ​ຂອງ​ດີບະຣີ ທີ່​ມາ​ຈາກ​ຕະກຸນ​ດານ. ຊາຍ​ຜູ້​ນີ້​ໄດ້​ຜິດຖຽງກັນ​ກັບ​ຄົນ​ອິດສະຣາເອນ​ຜູ້ໜຶ່ງ​ຢູ່​ໃນ​ຄ້າຍພັກ. ເວລາ​ຜິດຖຽງກັນ​ນັ້ນ ລາວ​ໄດ້​ສາບແຊ່ງ​ພຣະນາມ​ພຣະເຈົ້າ. ສະນັ້ນ ເຂົາ​ຈຶ່ງ​ນຳ​ລາວ​ມາ​ຫາ​ໂມເຊ;


ຢ່າ​ໃຫ້​ຊາວ​ອິດສະຣາເອນ​ຄົນ​ໃດ​ກິນ​ໄຂມັນ ຫລື​ກິນ​ເລືອດ; ອັນ​ນີ້​ແມ່ນ​ລະບຽບການ ທີ່​ຊາວ​ອິດສະຣາເອນ​ຕ້ອງ​ຢຶດຖື​ຕະຫລອດໄປ​ບໍ່​ວ່າ​ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ໃດ​ກໍຕາມ.


ຕໍ່ມາ ປະໂຣຫິດ​ຈະ​ປ່ຽນ​ຖ່າຍ​ເຄື່ອງນຸ່ງ​ອອກ ແລະ​ເອົາ​ຂີ້ເຖົ່າ​ໄປ​ຖິ້ມ​ນອກ​ຄ້າຍ ໃນ​ບ່ອນ​ເຮັດ​ຄວາມ​ສະອາດ.


ພວກ​ປະໂຣຫິດ​ຈະ​ກິນ​ຂອງ​ທີ່​ເຫຼືອ​ນັ້ນ​ກໍໄດ້,


ໄປ​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ໃຫ້​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້: ສຳລັບ​ການ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ. ເຄື່ອງ​ຖວາຍ​ເຜົາບູຊາ​ຕ້ອງ​ຖືກ​ປະ​ໄວ້​ທີ່​ແທ່ນ​ຕະຫລອດ​ຄືນ ແລະ​ໄຟ​ກໍ​ໃຫ້​ລຸກ​ຢູ່​ສະເໝີ.


ແລ້ວ​ຈົ່ງ​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ທາງເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.”


ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ວ່າ, “ຈົ່ງ​ເອົາ​ຊີ້ນ​ທີ່​ຕົ້ມ​ໄວ້​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ, ແລ້ວ​ກິນ​ໃນ​ທີ່ນັ້ນ​ກັບ​ເຂົ້າຈີ່​ໃນ​ກະຕ່າ​ສຳລັບ​ການ​ສະຖາປະນາ​ຕາມ​ຄຳສັ່ງ​ນັ້ນ.


“ແຕ່​ພວກເຈົ້າ​ນັ້ນ​ໝິ່ນປະໝາດ​ເຮົາ ເມື່ອ​ພວກເຈົ້າ​ເວົ້າ​ວ່າ, ‘ແທ່ນບູຊາ​ຂອງເຮົາ​ໜ້າລັງກຽດ’ ແລະ​ເວລາ​ທີ່​ພວກເຈົ້າ​ຖວາຍ​ອາຫານ​ເປັນ​ມົນທິນ​ທີ່​ເທິງ​ແທ່ນ​ນັ້ນ.


ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ໄດ້​ກິນ​ເຂົ້າຈີ່​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຊຶ່ງ​ເພິ່ນ​ແລະ​ຄົນ​ຂອງ​ເພິ່ນ​ບໍ່ມີ​ສິດ​ທີ່​ຈະ​ກິນ​ເຂົ້າຈີ່​ນັ້ນ ເພາະ​ແມ່ນ​ປະໂຣຫິດ​ເທົ່ານັ້ນ ທີ່​ມີ​ສິດ​ກິນ​ເຂົ້າຈີ່​ນັ້ນ​ໄດ້.


ໃນ​ສະໄໝ​ນັ້ນ ແມ່ນ​ອາບີອາທາ​ເປັນ​ມະຫາ​ປະໂຣຫິດ ດາວິດ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະຖິດ​ຂອງ​ພຣະເຈົ້າ ແລະ​ກິນ​ເຂົ້າຈີ່​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຊຶ່ງ​ຕາມ​ກົດບັນຍັດ​ແລ້ວ ມີ​ແຕ່​ປະໂຣຫິດ​ເທົ່ານັ້ນ ທີ່​ມີ​ສິດ​ກິນ​ເຂົ້າຈີ່​ນີ້​ໄດ້; ນອກ​ນັ້ນ​ຍັງ​ປັນ​ໃຫ້​ຄົນ​ຂອງຕົນ​ກິນ​ນຳ​ດ້ວຍ.”


ຄື​ລາວ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະຖິດ​ຂອງ​ພຣະເຈົ້າ ເອົາ​ເຂົ້າຈີ່​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ມາ​ກິນ ແລະ​ຍັງ​ແບ່ງປັນ​ໃຫ້​ພັກພວກ​ຂອງຕົນ​ກິນ​ດ້ວຍ, ຊຶ່ງ​ກົດບັນຍັດ​ຫ້າມ​ບໍ່​ໃຫ້​ຜູ້ໃດ​ກິນ​ເຂົ້າຈີ່​ນີ້ ນອກຈາກ​ປະໂຣຫິດ​ເທົ່ານັ້ນ.”


ດັ່ງນັ້ນ ປະໂຣຫິດ​ຈຶ່ງ​ເອົາ​ເຂົ້າຈີ່​ບໍຣິສຸດ​ສັກສິດ​ນັ້ນ​ໃຫ້​ດາວິດ ເພາະ​ເພິ່ນ​ມີ​ແຕ່​ເຂົ້າຈີ່​ທີ່​ໄດ້​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ແລ້ວ​ເທົ່ານັ້ນ ຊຶ່ງ​ໄດ້​ເອົາ​ມາ​ຈາກ​ໂຕະ​ສັກສິດ ແລະ​ເອົາ​ເຂົ້າຈີ່​ໃໝ່​ມາ​ວາງ​ໄວ້​ແທນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka