ລະບຽບ^ພວກເລວີ 24:8 - ພຣະຄຳພີສັກສິ8 ທຸກວັນຊະບາໂຕ ຈົ່ງນຳເຂົ້າຈີ່ມາວາງຢູ່ຕໍ່ໜ້າພຣະເຈົ້າຢາເວທຸກຍຸກທຸກສະໄໝສືບໄປ. ອັນນີ້ໃຫ້ຖືເປັນໜ້າທີ່ຂອງຊາວອິດສະຣາເອນຕະຫລອດໄປ. Uka jalj uñjjattʼäta |
ທຸກເຊົ້າແລະທຸກແລງ ພວກເຂົາໄດ້ຖວາຍເຄື່ອງຫອມ ແລະຂ້າສັດເຜົາທັງໂຕບູຊາແກ່ພຣະເຈົ້າຢາເວ. ພວກເຂົາຖວາຍເຂົ້າຈີ່ທີ່ເທິງໂຕະ ຊຶ່ງຖືກຊຳລະໃຫ້ໝົດມົນທິນແລ້ວຕາມພິທີ ແລະທຸກແລງພວກເຂົາໄດ້ໄຕ້ຕະກຽງເທິງຫລັກຮອງຕະກຽງທີ່ເຮັດດ້ວຍຄຳ. ພວກເຮົາປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງໄວ້, ແຕ່ພວກທ່ານໄດ້ປະຖິ້ມພຣະອົງ.
ຂ້າພະເຈົ້າຈະສ້າງວິຫານ ເພື່ອຖວາຍກຽດແກ່ພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ. ພຣະວິຫານນັ້ນຈະເປັນບ່ອນສັກສິດ ຊຶ່ງປະຊາຊົນຂອງຂ້າພະເຈົ້າ ແລະຂ້າພະເຈົ້າເອງ ຈະເຜົາເຄື່ອງຫອມນະມັດສະການພຣະອົງ ຄືບ່ອນທີ່ພວກຂ້າພະເຈົ້າຈະຖວາຍເຂົ້າຈີ່ສັກສິດຕະຫລອດໄປ ແລະທັງຈະເປັນບ່ອນເຜົາເຄື່ອງຖວາຍທຸກໆເຊົ້າ ແລະທຸກໆແລງຕະຫລອດທັງວັນຊະບາໂຕ, ວັນສະຫລອງເດືອນຂຶ້ນໃໝ່ ແລະວັນສັກສິດອື່ນໆ ເປັນການຍ້ອງຍໍຖວາຍກຽດແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ພຣະອົງໄດ້ສັ່ງໃຫ້ຊາດອິດສະຣາເອນປະຕິບັດເຊັ່ນນີ້ຕະຫລອດໄປ.
ພວກຂ້ານ້ອຍຈະຈັດຫາໄວ້ສຳລັບການນະມັດສະການໃນພຣະວິຫານ ດັ່ງນີ້: ເຂົ້າຈີ່ສັກສິດ, ພືດຜົນເປັນເມັດທີ່ຖວາຍປະຈຳວັນ, ສັດຫລາຍໂຕທີ່ຕ້ອງເຜົາບູຊາແຕ່ລະວັນ, ເຄື່ອງຖວາຍບູຊາສັກສິດສຳລັບວັນຊະບາໂຕ, ສຳລັບວັນເດືອນຂຶ້ນໃໝ່ ແລະສຳລັບວັນອື່ນໆ, ເຄື່ອງຖວາຍບູຊາສັກສິດອື່ນໆ, ເຄື່ອງຖວາຍບູຊາເພື່ອລຶບລ້າງບາບຂອງຊາດອິດສະຣາເອນ ແລະສິ່ງອື່ນໆອີກ ທີ່ຈຳເປັນສຳລັບພຣະວິຫານ.