ລະບຽບ^ພວກເລວີ 24:6 - ພຣະຄຳພີສັກສິ6 ເມື່ອເຮັດແລ້ວ ຈົ່ງວາງເຂົ້າຈີ່ນັ້ນເປັນສອງແຖວຄື: ແຖວລະຫົກກ້ອນເທິງໂຕະທີ່ໂອບດ້ວຍຄຳສົດ ຊຶ່ງຕັ້ງໄວ້ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ. Uka jalj uñjjattʼäta |
ທຸກເຊົ້າແລະທຸກແລງ ພວກເຂົາໄດ້ຖວາຍເຄື່ອງຫອມ ແລະຂ້າສັດເຜົາທັງໂຕບູຊາແກ່ພຣະເຈົ້າຢາເວ. ພວກເຂົາຖວາຍເຂົ້າຈີ່ທີ່ເທິງໂຕະ ຊຶ່ງຖືກຊຳລະໃຫ້ໝົດມົນທິນແລ້ວຕາມພິທີ ແລະທຸກແລງພວກເຂົາໄດ້ໄຕ້ຕະກຽງເທິງຫລັກຮອງຕະກຽງທີ່ເຮັດດ້ວຍຄຳ. ພວກເຮົາປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງໄວ້, ແຕ່ພວກທ່ານໄດ້ປະຖິ້ມພຣະອົງ.
ພວກຂ້ານ້ອຍຈະຈັດຫາໄວ້ສຳລັບການນະມັດສະການໃນພຣະວິຫານ ດັ່ງນີ້: ເຂົ້າຈີ່ສັກສິດ, ພືດຜົນເປັນເມັດທີ່ຖວາຍປະຈຳວັນ, ສັດຫລາຍໂຕທີ່ຕ້ອງເຜົາບູຊາແຕ່ລະວັນ, ເຄື່ອງຖວາຍບູຊາສັກສິດສຳລັບວັນຊະບາໂຕ, ສຳລັບວັນເດືອນຂຶ້ນໃໝ່ ແລະສຳລັບວັນອື່ນໆ, ເຄື່ອງຖວາຍບູຊາສັກສິດອື່ນໆ, ເຄື່ອງຖວາຍບູຊາເພື່ອລຶບລ້າງບາບຂອງຊາດອິດສະຣາເອນ ແລະສິ່ງອື່ນໆອີກ ທີ່ຈຳເປັນສຳລັບພຣະວິຫານ.