Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 24:4 - ພຣະຄຳພີສັກສິ

4 ອາໂຣນ​ຈະ​ຕ້ອງ​ດູແລ​ຮັກສາ​ຕະກຽງ​ເທິງ​ຫລັກ​ທີ່​ເຮັດ​ດ້ວຍ​ຄຳສົດ ແລະ​ກວດເບິ່ງ​ໃຫ້​ຮຸ່ງ​ແຈ້ງ​ຢູ່​ຢ່າງ​ສະໝໍ່າ​ສະເໝີ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 24:4
19 Jak'a apnaqawi uñst'ayäwi  

ໂຕະ​ຮອງ​ຕີນ​ຕະກຽງ​ສິບ​ໜ່ວຍ​ຕັ້ງ​ຢູ່​ຕໍ່ໜ້າ​ບ່ອນ​ສັກສິດ​ທີ່ສຸດ ຄື​ຫ້າ​ໜ່ວຍ​ຢູ່​ທາງໃຕ້ ແລະ​ອີກ​ຫ້າ​ໜ່ວຍ​ຢູ່​ທາງເໜືອ; ດອກໄມ້, ຕະກຽງ ແລະ​ເຄື່ອງ​ຄີບ;


ເຮັດ​ຕະກຽງ​ແຕ່ລະ​ໜ່ວຍ ແລະ​ລຳ​ຕະກຽງ​ແຕ່ລະອັນ;


ພວກເພິ່ນ​ໄດ້​ອັດ​ປະຕູ​ພຣະວິຫານ, ໄດ້​ປ່ອຍ​ໃຫ້​ຕະກຽງ​ມອດ ແລະ​ບໍ່ໄດ້​ເຜົາ​ເຄື່ອງຫອມ​ຖວາຍ​ຫລື​ເຜົາບູຊາ​ໃນ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.


ໂຕະ​ແລະ​ເຄື່ອງໃຊ້​ທັງໝົດ​ປະຈຳ​ໂຕະ, ຫລັກ​ຕະກຽງ​ເປັນ​ຄຳສົດ ແລະ​ເຄື່ອງໃຊ້​ປະຈຳ​ຕະກຽງ, ແທ່ນ​ສຳລັບ​ເຜົາ​ເຄື່ອງຫອມ,


ຫລັກຕັ້ງຕະກຽງ​ທີ່​ເຮັດ​ດ້ວຍ​ຄຳສົດ, ຕະກຽງ ແລະ​ເຄື່ອງໃຊ້​ທຸກຢ່າງ​ສຳລັບ​ຕະກຽງ ແລະ​ນໍ້າມັນ​ສຳລັບ​ໄຕ້​ຕະກຽງ;


ພວກເຂົາ​ໄດ້​ຂົນ​ເອົາ​ທຸກສິ່ງ​ທີ່​ເຮັດ​ດ້ວຍ​ຄຳ ຫລື​ເງິນ​ໄປ ດັ່ງນີ້: ຖ້ວຍນ້ອຍ, ກະຖັງ​ໃສ່​ຖ່ານໄຟ, ອ່າງ​ໃສ່​ເລືອດ​ຈາກ​ເຄື່ອງ​ຖວາຍບູຊາ, ກ່ອງ​ໃສ່ຂີ້ເຖົ່າ, ຫລັກຕັ້ງຕະກຽງ, ອ່າງ​ສຳລັບ​ໃຊ້​ເຜົາ​ເຄື່ອງຫອມ ແລະ​ຖ້ວຍ​ສຳລັບ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍບູຊາ.


ທຸກ​ວັນ​ເວລາ​ຄໍ່າ ອາໂຣນ​ຕ້ອງ​ໄຕ້​ຕະກຽງ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຮັກສາ​ໃຫ້​ມັນ​ຮຸ່ງ​ຢູ່​ຈົນເຖິງ​ແຈ້ງ ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ຢູ່​ນອກ​ຜ້າກັ້ງ​ຕໍ່ໜ້າ​ຂອງ​ຫີບ​ພັນທະສັນຍາ. ໃຫ້​ພາກັນ​ຢຶດຖື​ລະບຽບ​ການ​ນີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ.


ພວກ​ໂກຮາດ​ຮັບຜິດຊອບ​ຫີບ​ພັນທະສັນຍາ, ໂຕະ, ຫລັກ​ຕະກຽງ, ແທ່ນບູຊາ, ພາຊະນະ​ຕ່າງໆ​ທີ່​ປະໂຣຫິດ​ໃຊ້​ໃນ​ບ່ອນ​ສັກສິດ ແລະ​ຜ້າກັ້ງ​ປະຕູ​ເຂົ້າ​ບ່ອນ​ສັກສິດ​ທີ່ສຸດ. ພວກເຂົາ​ຮັບຜິດຊອບ​ວຽກງານ​ທຸກຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້.


ພວກເຂົາ​ຈະ​ຕ້ອງ​ໃຊ້​ຜ້າ​ສີຟ້າ​ປົກ​ຫລັກ​ຕະກຽງ, ຕະກຽງ, ເຫລັກຄີບ, ຖາດ​ໃສ່ຄີມ, ແລະ​ຖັງ​ໃສ່​ນໍ້າມັນ​ໄຕ້​ຕະກຽງ.


“ຈົ່ງ​ບອກ​ອາໂຣນ​ໃຫ້​ຕັ້ງ​ຕະກຽງ​ເຈັດ​ໜ່ວຍ​ຢູ່​ເທິງ​ຫລັກ​ຕະກຽງ ໂດຍ​ໃຫ້​ແສງ​ໄຟ​ເຍືອງ​ໄປ​ຂ້າງໜ້າ.”


ດ້ວຍວ່າ, ມີ​ຫໍເຕັນ​ສັກສິດ​ທີ່​ຈັດຕັ້ງ​ຂຶ້ນ​ແລ້ວ ຄື​ຫ້ອງ​ຊັ້ນນອກ ຊຶ່ງ​ມີ​ຫລັກ​ຕະກຽງ ມີ​ໂຕະ ແລະ​ມີ​ເຂົ້າຈີ່​ທີ່​ຕັ້ງ​ຖວາຍ​ໄວ້ ຫ້ອງ​ທຳອິດ​ນີ້​ເອີ້ນ​ວ່າ, ສະຖານທີ່​ສັກສິດ.


ນີ້​ແມ່ນ​ຄວາມ​ເລິກລັບ​ຂອງ​ດາວ​ທັງ​ເຈັດ ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງເຮົາ ແລະ​ຄັນ​ຕະກຽງ​ຄຳ​ທັງ​ເຈັດ​ນັ້ນ ກໍ​ຄື​ດາວ​ເຈັດ​ດວງ​ນັ້ນ ໄດ້​ແກ່​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ ໄດ້​ແກ່​ຄຣິສຕະຈັກ​ທັງ​ເຈັດ.”


ພະຍານ​ທັງສອງ​ໄດ້​ແກ່​ຕົ້ນ​ກອກເທດ​ສອງ​ຕົ້ນ ແລະ​ຄັນ​ຕະກຽງ​ຄຳ​ສອງ​ອັນ ຊຶ່ງ​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ.


ເຫດສະນັ້ນ ຈົ່ງ​ລະນຶກ​ວ່າ​ເຈົ້າ​ໄດ້​ຕົກ​ຈາກ​ສະພາບ​ໃດ​ແລ້ວ ຈົ່ງ​ກັບໃຈ​ເສຍ​ໃໝ່​ແລະ​ເຮັດ​ຕາມ​ຢ່າງ​ເດີມ. ຖ້າບໍ່​ດັ່ງນັ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ ແລະ​ຈະ​ຍົກ​ຄັນ​ຕະກຽງ​ຂອງ​ເຈົ້າ​ອອກ​ຈາກ​ບ່ອນ​ມັນ ເວັ້ນ​ໄວ້​ແຕ່​ເຈົ້າ​ຈະ​ກັບໃຈ​ເສຍ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka