ລະບຽບ^ພວກເລວີ 24:19 - ພຣະຄຳພີສັກສິ19 ຖ້າຜູ້ໃດຜູ້ໜຶ່ງທຳຮ້າຍຮ່າງກາຍຂອງຜູ້ອື່ນ ບໍ່ວ່າລາວຈະເຮັດໃຫ້ຄົນອື່ນນັ້ນຢ່າງໃດ ເຂົາກໍຈະເຮັດໃຫ້ລາວເໝືອນກັນຢ່າງນັ້ນ. Uka jalj uñjjattʼäta |
ຖ້າລາວເຮັດໃຫ້ກະດູກຊີກໜຶ່ງຂອງຄົນອື່ນຫັກ ກະດູກຊີກໜຶ່ງຂອງລາວກໍຈະຕ້ອງຫັກຄືກັນ; ຖ້າລາວເຮັດໃຫ້ຕາໜ່ວຍໜຶ່ງຂອງຄົນອື່ນບອດ ຕາໜ່ວຍໜຶ່ງຂອງລາວກໍຈະຕ້ອງບອດດ້ວຍ; ຖ້າລາວຕີແຂ້ວເຫຼັ້ມໜຶ່ງຂອງຄົນອື່ນຫັກ ແຂ້ວເຫຼັ້ມໜຶ່ງຂອງລາວກໍຈະຕ້ອງຫັກດ້ວຍ. ລາວທຳຮ້າຍຄົນອື່ນຢ່າງໃດ ຄົນອື່ນກໍຈະທຳຮ້າຍລາວຄືນຢ່າງນັ້ນ.
ເຈົ້າອາໂດນີເບເຊັກຈຶ່ງຮ້ອງຂຶ້ນວ່າ, “ຍັງມີກະສັດເຈັດສິບຄົນ ທີ່ຖືກຕັດໂປ້ມືແລະໂປ້ຕີນ; ພວກເຂົາພາກັນເກັບເສດອາຫານຕາມກ້ອງໂຕະຂອງຂ້ອຍ. ບັດນີ້ ພຣະເຈົ້າໄດ້ເຮັດຕໍ່ຂ້ອຍດັ່ງທີ່ຂ້ອຍໄດ້ເຮັດຕໍ່ພວກເຂົານັ້ນ.” ຕໍ່ມາ ເຈົ້າອາໂດນີເບເຊັກໄດ້ຖືກນຳຕົວໄປທີ່ເມືອງເຢຣູຊາເລັມ ແລະເພິ່ນໄດ້ຕາຍຢູ່ທີ່ນັ້ນ.