1 ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
ຈົ່ງສັ່ງປະຊາຊົນອິດສະຣາເອນໃຫ້ນຳນໍ້າມັນໝາກກອກເທດອັນດີທີ່ສຸດ ມາໃຫ້ເຈົ້າສຳລັບໄຕ້ຕະກຽງໃນເວລາກາງຄືນ ເພື່ອມັນຈະສ່ອງແສງສະຫວ່າງຢູ່ສະເໝີ.
ສະນັ້ນ ໂມເຊໄດ້ບອກລູກຫລານປະຊາຊົນອິດສະຣາເອນ ໃຫ້ຮູ້ຈັກວັນເທດສະການທັງຫລາຍຂອງພຣະເຈົ້າຢາເວ.
“ໃຫ້ສັ່ງປະຊາຊົນນຳນໍ້າມັນໝາກກອກເທດສົດ ທີ່ມີຄຸນນະພາບດີສຳລັບໄຕ້ຕະກຽງມາຖວາຍໃນຫໍເຕັນ ເພື່ອວ່າຕະກຽງຈະຮຸ່ງແຈ້ງຢູ່ສະເໝີ.
ສ່ວນເອເລອາຊາລູກຊາຍຂອງປະໂຣຫິດອາໂຣນນັ້ນ ໃຫ້ລາວຮັບຜິດຊອບຫໍເຕັນສັກສິດທັງໝົດພ້ອມດ້ວຍນໍ້າມັນສຳລັບໄຕ້ຕະກຽງ, ເຄື່ອງຫອມ, ພືດຜົນເປັນເມັດເພື່ອຖວາຍບູຊາ, ນໍ້າມັນເຈີມບໍຣິສຸດ ແລະສິ່ງອື່ນອີກທີ່ຢູ່ໃນນັ້ນ.”
“ຈົ່ງບອກອາໂຣນໃຫ້ຕັ້ງຕະກຽງເຈັດໜ່ວຍຢູ່ເທິງຫລັກຕະກຽງ ໂດຍໃຫ້ແສງໄຟເຍືອງໄປຂ້າງໜ້າ.”