Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 23:8 - ພຣະຄຳພີສັກສິ

8 ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ເປັນ​ເວລາ​ເຈັດ​ວັນ. ໃນ​ວັນ​ທີ​ເຈັດ ພວກເຈົ້າ​ຈະ​ຕ້ອງ​ຈັດຕັ້ງ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ​ອີກ​ເພື່ອ​ນະມັດສະການ ແຕ່​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ​ໃນວັນນີ້.”

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 23:8
9 Jak'a apnaqawi uñst'ayäwi  

ໃນ​ມື້​ທີ​ໜຶ່ງ ແລະ​ໃນ​ມື້​ທີ​ເຈັດ ພວກເຈົ້າ​ຕ້ອງ​ມາ​ເຕົ້າໂຮມ​ກັນ​ນະມັດສະການ​ເຮົາ. ຢ່າ​ເຮັດ​ວຽກ​ໃດໆ​ໃນ​ສອງ​ມື້​ນັ້ນ ແຕ່​ໃຫ້​ພວກເຈົ້າ​ຕຽມ​ອາຫານ​ກິນ​ໄດ້.


ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ ແລະ​ໃນ​ວັນ​ທີ​ເຈັດ​ໃຫ້​ຈັດ​ເທດສະການ​ເພື່ອ​ຍົກຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ.


ແຕ່ລະວັນ​ໃນ​ເຈັດ​ວັນ​ຂອງ​ເທດສະການ​ນັ້ນ ລາວ​ຈະ​ຕ້ອງ​ຖວາຍບູຊາ​ງົວເຖິກ​ເຈັດ​ໂຕ ກັບ​ແກະເຖິກ​ເຈັດ​ໂຕ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ໂດຍ​ໃຫ້​ເຜົາ​ທັງໝົດ​ຖວາຍ​ແກ່​ພຣະເຈົ້າຢາເວ, ແຕ່ລະວັນ​ລາວ​ຈະ​ຕ້ອງ​ຖວາຍ​ແບ້ເຖິກ​ໂຕໜຶ່ງ ເປັນ​ເຄື່ອງ​ບູຊາ​ລຶບລ້າງ​ບາບ.


ໃນ​ວັນ​ທຳອິດ​ຂອງ​ເທດສະການ​ນີ້ ພວກເຈົ້າ​ຕ້ອງ​ຈັດຕັ້ງ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແລະ​ເກັບກ່ຽວ​ພືດຜົນ​ຂອງ​ດິນແດນ​ນັ້ນ; ຈົ່ງ​ນຳ​ຮວງເຂົ້າ​ຮວງ​ທຳອິດ​ທີ່​ໄດ້​ກ່ຽວ ແລ້ວ​ໄປ​ໃຫ້​ປະໂຣຫິດ.


ໃນ​ວັນ​ເລີ່ມຕົ້ນ​ຂອງ​ເທດສະການ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ແຕ່​ໃນ​ວັນ​ທີ​ເຈັດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳ​ວັນ​ໃດໆ​ທັງ​ສິ້ນ.


ໃນ​ວັນ​ເລີ່ມ​ເທດສະການ​ຂອງ​ລະດູ​ເກັບກ່ຽວ ຄື​ເມື່ອ​ຖວາຍ​ພືດຜົນ​ເປັນເມັດ​ອັນ​ໃໝ່​ໃຫ້​ພຣະເຈົ້າຢາເວ​ນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ສຳລັບ​ຫົກ​ມື້​ຕໍ່ໄປ ໃຫ້​ພວກເຈົ້າ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກິນ ແລະ​ໃນ​ມື້​ທີ​ເຈັດ ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢ່າ​ເຮັດ​ວຽກ​ໃນວັນນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka