7 ໃນວັນທຳອິດຂອງເທດສະການນີ້ ພວກເຈົ້າຕ້ອງຈັດຕັ້ງການໂຮມຊຸມນຸມອັນສັກສິດບໍຣິສຸດເພື່ອນະມັດສະການ ແລະຢ່າເຮັດວຽກປະຈຳວັນໃດໆທັງສິ້ນ.
ໃນມື້ທີໜຶ່ງ ແລະໃນມື້ທີເຈັດ ພວກເຈົ້າຕ້ອງມາເຕົ້າໂຮມກັນນະມັດສະການເຮົາ. ຢ່າເຮັດວຽກໃດໆໃນສອງມື້ນັ້ນ ແຕ່ໃຫ້ພວກເຈົ້າຕຽມອາຫານກິນໄດ້.
ໃນວັນນັ້ນຢ່າເຮັດວຽກປະຈຳວັນໃດໆທັງສິ້ນ ແຕ່ຈົ່ງເຕົ້າໂຮມກັນເພື່ອນະມັດສະການ. ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ ທຸກຍຸກທຸກສະໄໝສືບໄປ ບໍ່ວ່າພວກເຂົາຈະຢູ່ທີ່ໃດກໍຕາມ.
ພວກເຈົ້າຢ່າເຮັດວຽກປະຈຳວັນໃດໆທັງສິ້ນໃນວັນນີ້ ແລະເຈົ້າຈະຕ້ອງຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ.”
ຈົ່ງຖວາຍເຄື່ອງບູຊາດ້ວຍໄຟແກ່ພຣະເຈົ້າຢາເວເປັນເວລາເຈັດວັນ. ໃນວັນທີເຈັດ ພວກເຈົ້າຈະຕ້ອງຈັດຕັ້ງການໂຮມຊຸມນຸມອັນສັກສິດບໍຣິສຸດອີກເພື່ອນະມັດສະການ ແຕ່ຢ່າເຮັດວຽກປະຈຳວັນໃດໆທັງສິ້ນໃນວັນນີ້.”
ໃນວັນທີໜຶ່ງຂອງເດືອນທີເຈັດ ໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ ແລະຢ່າເຮັດວຽກໃດໆທັງສິ້ນ. ໃນວັນນີ້ຈົ່ງເປົ່າແກໃຫ້ດັງສະໜັ່ນ.
ໃນວັນທີສິບຫ້າຂອງເດືອນທີເຈັດໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ. ຈົ່ງສະຫລອງເທດສະການນີ້ ເພື່ອຍົກຍໍໃຫ້ກຽດພຣະເຈົ້າຢາເວຕະຫລອດເຈັດວັນ ແລະຢ່າເຮັດວຽກໃດໆທັງສິ້ນ.