Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 23:6 - ພຣະຄຳພີສັກສິ

6 ໃນ​ວັນ​ທີ​ສິບຫ້າ​ໃນ​ເດືອນ​ດຽວກັນ​ແມ່ນ​ວັນ​ເລີ່ມ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ແກ່​ພຣະເຈົ້າຢາເວ ແລະ​ໃນ​ທັງໝົດ​ເຈັດ​ວັນ​ນັ້ນ ເຈົ້າ​ບໍ່​ຕ້ອງ​ກິນ​ເຂົ້າຈີ່​ໃດໆ​ທີ່​ມີ​ເຊື້ອແປ້ງ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 23:6
9 Jak'a apnaqawi uñst'ayäwi  

ພວກເຈົ້າ​ຕ້ອງ​ສະຫລອງ​ວັນ​ນີ້​ເປັນ​ວັນ​ສຳຄັນ ເພື່ອ​ໃຫ້​ລະນຶກເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ພວກເຈົ້າ. ຈົ່ງ​ສະຫລອງ​ວັນ​ນີ້​ຕະຫລອດໄປ.


ໃນ​ເດືອນ​ອາບີບ ເດືອນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ສະຫລອງ​ມື້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຕາມ​ພິທີ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ. ຢ່າ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃດໆ​ໃນ​ເຈັດ​ວັນ ຕາມ​ກຳນົດ​ຂອງ​ພິທີ​ນັ້ນ. ຢ່າ​ເຂົ້າ​ມາ​ນະມັດສະການ​ເຮົາ​ໂດຍ​ບໍ່ມີ​ເຄື່ອງ​ຖວາຍ.


ຈົ່ງ​ຖື​ຮັກສາ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຕາມ​ທີ່​ເຮົາ​ສັ່ງ​ໄວ້​ໃນ​ເດືອນ​ອາບີບ​ນັ້ນ ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຈັດ​ວັນ ເພາະ​ໃນ​ເດືອນ​ນີ້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.


ຢ່າ​ເຮັດ​ເຂົ້າຈີ່​ໃສ່​ເຊື້ອແປ້ງ​ເມື່ອ​ກິນ​ອາຫານ​ນີ້, ແຕ່​ໃຫ້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ ເໝືອນ​ດັ່ງ​ພວກເຈົ້າ​ໄດ້​ເຮັດ​ຄາວ​ທີ່​ອອກ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ຟ້າວຟັ່ງ​ນັ້ນ. ຈົ່ງ​ກິນ​ເຂົ້າຈີ່​ນີ້ ຄື​ເຂົ້າຈີ່​ແຫ່ງ​ຄວາມ​ທົນທຸກ​ເພື່ອ​ວ່າ​ຕາບໃດ​ທີ່​ຍັງ​ມີ​ຊີວິດ​ຢູ່ ພວກເຈົ້າ​ຈະ​ໄດ້​ຈົດຈຳ​ວັນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ທົນທຸກ​ນັ້ນ.


ສຳລັບ​ຫົກ​ມື້​ຕໍ່ໄປ ໃຫ້​ພວກເຈົ້າ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກິນ ແລະ​ໃນ​ມື້​ທີ​ເຈັດ ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢ່າ​ເຮັດ​ວຽກ​ໃນວັນນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka