Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 23:5 - ພຣະຄຳພີສັກສິ

5 ປັດສະຄາ ຄື​ວັນ​ສະເຫລີມ​ສະຫລອງ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ວັນ​ນີ້​ເລີ່ມ​ແຕ່​ຕາເວັນ​ຕົກ​ດິນ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 23:5
14 Jak'a apnaqawi uñst'ayäwi  

ໃນ​ເດືອນ​ອາບີບ ເດືອນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ສະຫລອງ​ມື້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຕາມ​ພິທີ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ. ຢ່າ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃດໆ​ໃນ​ເຈັດ​ວັນ ຕາມ​ກຳນົດ​ຂອງ​ພິທີ​ນັ້ນ. ຢ່າ​ເຂົ້າ​ມາ​ນະມັດສະການ​ເຮົາ​ໂດຍ​ບໍ່ມີ​ເຄື່ອງ​ຖວາຍ.


ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ ເຈົ້າ​ຈະ​ຕ້ອງ​ເລີ່ມ​ການ​ສະຫລອງ​ປັດສະຄາ. ໃຫ້​ທຸກຄົນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ.


ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ, ພວກ​ສາວົກ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ຈັດແຈ່ງ​ອາຫານ​ປັດສະຄາ​ສຳລັບ​ທ່ານ​ຢູ່​ທີ່​ໃດ?”


ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຄື​ວັນ​ທີ່​ພວກເຂົາ​ຂ້າ​ລູກແກະ ເພື່ອ​ຈັດແຈ່ງ​ອາຫານ​ປັດສະຄາ ບັນດາ​ສາວົກ​ຂອງ​ພຣະເຢຊູເຈົ້າ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຈັດແຈ່ງ​ອາຫານ​ປັດສະຄາ​ສຳລັບ​ທ່ານ​ຢູ່​ທີ່​ໃດ?”


ພໍ​ເຖິງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ເມື່ອ​ມີ​ການ​ຂ້າ​ແກະ​ສຳລັບ​ອາຫານ​ປັດສະຄາ.


ໃນ​ເວລາ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຕັ້ງ​ຄ້າຍພັກ​ທີ່​ກິນການ ຕາມ​ທົ່ງ​ຮາບພຽງ​ຂອງ​ເມືອງ​ເຢຣິໂກ​ນັ້ນ ພວກເຂົາ​ໄດ້​ສະຫລອງ​ປັດສະຄາ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka