42 ປະຊາຊົນອິດສະຣາເອນທຸກຄົນຈະຕ້ອງສະຫລອງເທດສະການປຸກຕູບຢູ່ເປັນເວລາເຈັດວັນ,
ສ່ວນຢາໂຄບນັ້ນ ໄດ້ເດີນທາງໄປເຖິງເມືອງຊຸກໂກດ ແລະສ້າງເຮືອນຫລັງໜຶ່ງສຳລັບຄອບຄົວຂອງຕົນ ແລະສ້າງຄອກສຳລັບຝູງສັດ. ດ້ວຍເຫດນີ້ບ່ອນນັ້ນຈຶ່ງມີຊື່ວ່າ ຊຸກໂກດ.
ເຮົາໄດ້ກ່າວແກ່ພວກຜູ້ທຳນວາຍ ແລະໃຫ້ພວກເຂົາເຫັນນິມິດຫລາຍຢ່າງ ແລະເຮົາໄດ້ເຕືອນປະຊາຊົນຂອງເຮົາ ຜ່ານທາງຜູ້ທຳນວາຍເຫຼົ່ານັ້ນ.
ແຕ່ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ພຣະອົງໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເຮົາຈະເຮັດໃຫ້ພວກເຈົ້າອາໄສຢູ່ໃນຜ້າເຕັນອີກດັ່ງພວກເຈົ້າເຄີຍອາໄສຢູ່ ຄາວທີ່ເຮົາມາຫາພວກເຈົ້າໃນຖິ່ນແຫ້ງແລ້ງກັນດານນັ້ນ.
ຈົ່ງສະຫລອງເທດສະການນີ້ເຈັດວັນ. ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ທຸກຍຸກທຸກສະໄໝສືບໄປ.
ແລະເຫັນປະຊາຊົນອິດສະຣາເອນຕັ້ງຄ້າຍພັກຢູ່ຕາມເຜົ່າຂອງຕົນ. ພຣະວິນຍານຂອງພຣະເຈົ້າໄດ້ຄວບຄຸມລາວ
ໂອ ຢາໂຄບເອີຍ ບັນດາເຕັນຂອງທ່ານຊ່າງງາມຫລາຍ ໂອ ຊາວອິດສະຣາເອນເອີຍ ທີ່ອາໄສທັງຫລາຍຂອງທ່ານ ຊ່າງງາມແທ້ໆ.
ເພາະເຮົາຮູ້ແລ້ວວ່າ, ຖ້າວ່າເຮືອນຂອງເຮົາໃນໂລກນີ້ ຄືຮ່າງກາຍນັ້ນໄດ້ຖືກມ້າງລົງເສຍ ເຮົາກໍຍັງມີບ່ອນຢູ່ອາໄສ ຊຶ່ງພຣະເຈົ້າຊົງໂຜດປະທານໃຫ້ເປັນບ່ອນຢູ່ທີ່ບໍ່ໄດ້ສ້າງດ້ວຍມືມະນຸດ ແລະຊົງຕັ້ງຢູ່ຖາວອນເປັນນິດໃນສະຫວັນ.