ດັ່ງນັ້ນ ພວກເຂົາຈຶ່ງໃຫ້ຄຳແນະນຳຕໍ່ໄປນີ້ ແລະສົ່ງຄຳແນະນຳນັ້ນ ໄປທົ່ວນະຄອນເຢຣູຊາເລັມ ທົ່ວເມືອງໃຫຍ່ ແລະເມືອງນ້ອຍທັງຫລາຍ ດັ່ງນີ້: “ຈົ່ງອອກໄປທີ່ເນີນພູ ແລະຊອກເອົາງ່າຕົ້ນໝາກກອກເທດ, ງ່າຕົ້ນສົນ, ງ່າຕົ້ນໄມ້ຫອມ, ງ່າຕົ້ນຕານ ແລະງ່າຂອງຕົ້ນໄມ້ຕ່າງໆ ມາເຮັດຕູບຕາມຄຳແນະນຳທີ່ໄດ້ມີຂຽນໄວ້ໃນກົດບັນຍັດ.”