25 ພວກເຈົ້າຢ່າເຮັດວຽກປະຈຳວັນໃດໆທັງສິ້ນໃນວັນນີ້ ແລະເຈົ້າຈະຕ້ອງຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ.”
ເຖິງແມ່ນວ່າປະຊາຊົນຍັງບໍ່ໄດ້ເລີ່ມສ້າງພຣະວິຫານຂອງພຣະເຈົ້າຢາເວໃໝ່ກໍຕາມ ແຕ່ພວກເຂົາກໍໄດ້ເລີ່ມຕົ້ນເຜົາເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ ໃນມື້ທຳອິດຂອງເດືອນທີເຈັດ.
ໃນວັນນັ້ນຢ່າເຮັດວຽກປະຈຳວັນໃດໆທັງສິ້ນ ແຕ່ຈົ່ງເຕົ້າໂຮມກັນເພື່ອນະມັດສະການ. ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ ທຸກຍຸກທຸກສະໄໝສືບໄປ ບໍ່ວ່າພວກເຂົາຈະຢູ່ທີ່ໃດກໍຕາມ.
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກກັບປະຊາຊົນອິດສະຣາເອນວ່າ ໃນວັນທີສິບຂອງເດືອນທີເຈັດແມ່ນວັນລຶບລ້າງບາບປະຈຳປີຂອງປະຊາຊົນ ຕາມກົດບັນຍັດ. ໃນວັນນີ້ ຢ່າກິນສິ່ງໃດໆເລີຍ; ຈົ່ງພາກັນມານະມັດສະການ ແລະນຳອາຫານມາຖວາຍແກ່ພຣະເຈົ້າຢາເວ.
ໃນວັນທຳອິດຂອງວັນເຫຼົ່ານີ້ ໃຫ້ພາກັນມາເຕົ້າໂຮມເພື່ອນະມັດສະການ ແລະຢ່າເຮັດວຽກປະຈຳວັນໃດໆທັງສິ້ນ.
ໃນວັນທຳອິດຂອງເທດສະການນີ້ ພວກເຈົ້າຕ້ອງຈັດຕັ້ງການໂຮມຊຸມນຸມອັນສັກສິດບໍຣິສຸດເພື່ອນະມັດສະການ ແລະຢ່າເຮັດວຽກປະຈຳວັນໃດໆທັງສິ້ນ.