Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 23:21 - ພຣະຄຳພີສັກສິ

21 ໃນ​ວັນ​ນັ້ນ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບການ​ນີ້ ທຸກຍຸກ​ທຸກສະໄໝ​ສືບ​ໄປ ບໍ່​ວ່າ​ພວກເຂົາ​ຈະ​ຢູ່​ທີ່​ໃດ​ກໍຕາມ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 23:21
14 Jak'a apnaqawi uñst'ayäwi  

ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ລະຫວ່າງ​ເຮົາ ກັບ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ໃຫ້​ເປັນ​ພັນທະສັນຍາ​ສືບ​ໄປ​ສຳລັບ​ຄົນ​ເຊັ່ນ​ຕໍ່ໆໄປ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ.


ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຜູ້​ບົວລະບັດ​ຮັກສາ​ຕະກຽງ ຢູ່​ຊ້ອງໜ້າ​ເຮົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ເບື້ອງ​ນອກ ຄື​ຢູ່​ນອກ​ຜ້າກັ້ງ​ທາງ​ໜ້າ​ຂອງ​ຫີບ​ພັນທະສັນຍາ. ຈົ່ງ​ໄຕ້​ຕະກຽງ​ແຕ່​ຕອນ​ຄໍ່າ​ຈົນເຖິງ​ຕອນ​ຮຸ່ງ​ເຊົ້າ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ຈົ່ງ​ໃຫ້​ຊາວ​ອິດສະຣາເອນ​ກັບ​ເຊື້ອສາຍ​ຂອງ​ພວກເຂົາ ຕັ້ງໃຈ​ໃສ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້​ຕະຫລອດໄປ.”


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ຢ່າ​ກິນ​ພືດຜົນ​ເປັນເມັດ​ຊຶ່ງ​ເກັບກ່ຽວ​ໃໝ່​ໃດໆ​ທັງ​ສິ້ນ ບໍ່​ວ່າ​ກິນ​ດິບ ຫລື​ປີ້ງ ຫລື​ອົບ​ເປັນ​ເຂົ້າຈີ່; ຈົນກວ່າ​ພວກເຈົ້າ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບ​ການ​ນີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ.


“ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ສິ່ງ​ເຫຼົ່ານີ້ ແມ່ນ​ເປັນ​ເທດສະການ​ທີ່​ເຮົາ​ຈັດ​ຕັ້ງ​ໄວ້​ແກ່​ພຣະເຈົ້າຢາເວ ຊຶ່ງ​ເຈົ້າ​ທັງຫລາຍ​ຕ້ອງ​ປະກາດ​ວ່າ​ເປັນ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ.


ປະໂຣຫິດ​ຈະ​ຕ້ອງ​ນຳ​ເຄື່ອງ​ບູຊາ​ນີ້​ແກວ່ງໄປ​ແກວ່ງມາ ພ້ອມ​ກັບ​ລູກແກະ​ສອງ​ໂຕ ມາ​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ເຄື່ອງ​ຖວາຍ​ເຫຼົ່ານີ້​ແມ່ນ​ເຄື່ອງ​ຖວາຍ​ບູຊາ​ສັກສິດ​ແກ່​ພຣະເຈົ້າຢາເວ​ສຳລັບ​ປະໂຣຫິດ.


ພວກເຈົ້າ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ​ໃນວັນນີ້ ແລະ​ເຈົ້າ​ຈະຕ້ອງ​ຖວາຍ​ບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ.”


ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບ​ການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ ບໍ່​ວ່າ​ພວກເຂົາ​ຈະ​ຢູ່​ບ່ອນ​ໃດ​ກໍຕາມ.


ຈົ່ງ​ປະກາດ​ເທດສະການ​ຂອງ​ພຣະເຈົ້າຢາເວ​ດັ່ງ​ຕໍ່ໄປນີ້​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້.


ໃນ​ວັນ​ທຳອິດ​ຂອງ​ເທດສະການ​ນີ້ ພວກເຈົ້າ​ຕ້ອງ​ຈັດຕັ້ງ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ.


ຢ່າ​ໃຫ້​ຊາວ​ອິດສະຣາເອນ​ຄົນ​ໃດ​ກິນ​ໄຂມັນ ຫລື​ກິນ​ເລືອດ; ອັນ​ນີ້​ແມ່ນ​ລະບຽບການ ທີ່​ຊາວ​ອິດສະຣາເອນ​ຕ້ອງ​ຢຶດຖື​ຕະຫລອດໄປ​ບໍ່​ວ່າ​ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ໃດ​ກໍຕາມ.


ຕັ້ງແຕ່​ນີ້​ໄປ ໃຫ້​ຊາວ​ເລວີ​ເທົ່ານັ້ນ​ເບິ່ງແຍງ​ຮັກສາ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໃຫ້​ພວກເຂົາ​ຮັບຜິດຊອບ​ຢ່າງ​ເຕັມສ່ວນ​ຕໍ່​ໜ້າທີ່​ນີ້. ອັນນີ້​ແມ່ນ​ລະບຽບການ​ຕາຍຕົວ​ທີ່​ໃຫ້​ພວກ​ເຊື້ອສາຍ​ຂອງ​ພວກເຈົ້າ​ປະຕິບັດ​ຄືກັນ. ຊາວ​ເລວີ​ຈະ​ບໍ່ມີ​ສົມບັດ​ອັນ​ຖາວອນ ໃນ​ດິນແດນ​ອິດສະຣາເອນ​ເຊັ່ນກັນ


ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຮ່ວມ​ກັບ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ, ທາດຮັບໃຊ້​ຂອງ​ເຈົ້າ, ຊາວ​ເລວີ, ຊາວ​ຕ່າງດ້າວ ເດັກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ. ຈົ່ງ​ຈັດ​ພິທີ​ນີ້​ຂຶ້ນ​ຢູ່​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka