Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 23:2 - ພຣະຄຳພີສັກສິ

2 “ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ສິ່ງ​ເຫຼົ່ານີ້ ແມ່ນ​ເປັນ​ເທດສະການ​ທີ່​ເຮົາ​ຈັດ​ຕັ້ງ​ໄວ້​ແກ່​ພຣະເຈົ້າຢາເວ ຊຶ່ງ​ເຈົ້າ​ທັງຫລາຍ​ຕ້ອງ​ປະກາດ​ວ່າ​ເປັນ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 23:2
28 Jak'a apnaqawi uñst'ayäwi  

ແລ້ວ​ເຢຮູ​ກໍ​ອອກ​ຄຳສັ່ງ​ວ່າ, “ຈົ່ງ​ປະກາດ​ຕັ້ງ​ມື້​ຂາບໄຫວ້ ເພື່ອ​ເປັນ​ການ​ໃຫ້ກຽດ​ພະບາອານ.” ແລ້ວ​ການ​ປະກາດ​ກໍ​ມີ​ຂຶ້ນ


ແລະ​ເມື່ອໃດ​ທີ່​ມີ​ການ​ເຜົາບູຊາ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ​ໃນ​ວັນ​ຊະບາໂຕ, ວັນ​ຂຶ້ນ​ເດືອນ​ໃໝ່ ແລະ​ວັນ​ອື່ນໆ​ອີກ. ກົດ​ຕ່າງໆ​ນີ້​ໄດ້​ເຮັດ​ໄວ້​ຢ່າງ​ສະເພາະ​ເຈາະຈົງ​ຕໍ່​ຈຳນວນ​ຄົນເລວີ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ນີ້. ຊາວ​ເລວີ​ໄດ້​ຖືກ​ມອບໝາຍ​ໃຫ້​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະເຈົ້າຢາເວ​ສືບໄປ.


ໂຊໂລໂມນ​ໄດ້​ສົ່ງ​ທູດ​ນຳຂ່າວ​ໄປ​ບອກ​ກະສັດ​ແຫ່ງ​ຕີເຣ​ວ່າ, “ຈົ່ງ​ເຮັດ​ທຸລະກິດ​ກັບ​ຂ້າພະເຈົ້າ ເໝືອນ​ທ່ານ​ໄດ້​ເຮັດ​ກັບ​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ ເວລາ​ທີ່​ທ່ານ​ໄດ້​ຂາຍ​ໄມ້ແປກ​ເປັນ​ທ່ອນ​ເພື່ອ​ສ້າງ​ວັງ​ຂອງ​ເພິ່ນ​ນັ້ນ.


ສະນັ້ນ ພວກເຂົາ​ຈຶ່ງ​ເຊີນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ຮ່ວມ ເປັນ​ຈຳນວນ​ຫລວງຫລາຍ​ກວ່າ​ສະໄໝ​ກ່ອນ ຄື​ເລີ່ມ​ແຕ່​ເມືອງ​ດານ​ທາງທິດ​ຕາເວັນອອກ ຈົນຮອດ​ເມືອງ​ເບເອນເຊບາ​ທາງທິດໃຕ້ ເພື່ອ​ໃຫ້​ພ້ອມກັນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຕາມ​ທີ່​ກົດບັນຍັດ​ໄດ້​ກຳນົດ​ໄວ້.


ນອກຈາກນີ້​ແລ້ວ ພວກເຂົາ​ກໍ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເປັນ​ປະຈຳ​ດັ່ງນີ້: ການ​ບູຊາ​ເຜົາ​ທັງໝົດ ແລະ​ຖວາຍ​ເຄື່ອງ​ບູຊາ​ໃນ​ມື້​ເດືອນ​ອອກ​ໃໝ່ ແລະ​ຕາມ​ລະບຽບ​ຂອງ​ເທດສະການ​ທຸກຄັ້ງ​ທີ່​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ໃຫ້​ນະມັດສະການ ຕະຫລອດ​ທັງ​ເຄື່ອງ​ບູຊາ​ທັງໝົດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ ຕາມ​ໃຈ​ສະໝັກ​ຂອງ​ໃຜ​ລາວ.


ຈົ່ງ​ເປົ່າແກ​ເປັນ​ການ​ສະຫລອງ​ເທດສະການ ເມື່ອ​ຮອດ​ວັນ​ເດືອນ​ອອກ​ໃໝ່​ແລະ​ດວງຈັນ​ເຕັມ​ດວງ.


ແລ້ວ​ອາໂຣນ​ກໍໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ໄວ້​ຕໍ່ໜ້າ​ຮູບ​ງົວ​ຄຳ ແລະ​ປະກາດ​ວ່າ, “ມື້ອື່ນ​ຈະ​ມີ​ການ​ກິນ​ລ້ຽງ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ.”


ເບິ່ງ​ທີ່​ພູເຂົາ​ຊີໂອນ​ພຸ້ນດູ ນະຄອນ​ທີ່​ພວກເຮົາ​ສະຫລອງ​ເທດສະການ​ຕ່າງໆ. ເບິ່ງ​ນະຄອນ​ເຢຣູຊາເລັມ​ພຸ້ນດູ ຊ່າງ​ເປັນ​ບ່ອນ​ປອດໄພ​ທີ່​ໜ້າຢູ່​ແທ້ໆ ເປັນ​ດັ່ງ​ຜ້າເຕັນ​ທີ່​ຈະ​ບໍ່​ຖືກ​ຍົກຍ້າຍ​ຈັກເທື່ອ ຊຶ່ງ​ຫລັກສຽບ​ບໍ່ເຄີຍ​ຖອນ​ອອກ ແລະ​ເຊືອກເໜັ່ງ​ກໍ​ບໍ່ເຄີຍ​ຂາດ.


ບັດນີ້ ຈຶ່ງ​ບໍ່ມີ​ຜູ້ໃດ​ມາ​ເຝົ້າ​ທີ່​ພຣະວິຫານ ເພື່ອ​ນະມັດສະການ​ໃນ​ວັນ​ສັກສິດ​ຕ່າງໆ. ຍິງ​ສາວ​ເຄີຍ​ຮ້ອງເພງ​ຢູ່​ທີ່​ນັ້ນ​ກໍ​ທົນທຸກ​ຄືກັນ ບັນດາ​ປະໂຣຫິດ​ມີ​ແຕ່​ຮ້ອງ​ຄວນຄາງ​ທັງສິ້ນ. ປະຕູ​ທາງ​ເຂົ້າ​ນະຄອນ​ກໍ​ຫວ່າງເປົ່າ ພູເຂົາ​ຊີໂອນ​ກໍ​ໂສກເສົ້າ​ເຈັບປວດ​ໃນ​ຊີວີ.


ເມື່ອ​ມີ​ການ​ຖົກຖຽງ​ກັນ​ເກີດຂຶ້ນ ບັນດາ​ປະໂຣຫິດ​ຕ້ອງ​ຕັດສິນ​ຄະດີ​ນັ້ນ​ຕາມ​ກົດບັນຍັດ​ຕ່າງໆ​ຂອງເຮົາ. ພວກເຂົາ​ຕ້ອງ​ຮັກສາ​ເທດສະການ​ຕ່າງໆ​ທາງ​ສາສະໜາ ຕາມ​ກົດ​ແລະ​ຂໍ້​ລະບຽບ​ຕ່າງໆ​ຂອງເຮົາ ແລະ​ທັງ​ໃຫ້​ພວກເຂົາ​ຮັກສາ​ວັນ​ຊະບາໂຕ​ເປັນ​ວັນ​ບໍຣິສຸດ​ອີກ​ດ້ວຍ.


ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ມ່ວນຊື່ນ​ທັງໝົດ​ສິ້ນສຸດ​ລົງ ເຊັ່ນ: ບຸນ​ປະຈຳເດືອນ, ປະຈຳ​ອາທິດ ແລະ​ການ​ຊຸມນຸມ​ໃນ​ເທດສະການ​ຕ່າງໆ.


ຈົ່ງ​ອອກ​ຄຳສັ່ງ​ໃຫ້​ປະຊາຊົນ​ອົດອາຫານ ຈົ່ງ​ເອີ້ນ​ກັນ​ມາ​ປະຊຸມ​ເປັນການ​ນັດ​ພິເສດ ຈົ່ງ​ເຕົ້າໂຮມ​ພວກ​ຜູ້ປົກຄອງ​ທັງ​ຊາວ​ຢູດາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພາກັນ​ຮ້ອງໄຫ້​ຫາ​ພຣະເຈົ້າຢາເວ.


ຈົ່ງ​ເປົ່າແກ​ຂຶ້ນ​ຢູ່​ທີ່​ເທິງ​ພູເຂົາ​ຊີໂອນ ຈົ່ງ​ສັ່ງ​ໃຫ້​ອົດອາຫານ​ແລະ​ເອີ້ນ​ປະຊຸມກັນ​ເຖີດ


ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ໂມເຊ​ວ່າ,


ໃນ​ວັນ​ນັ້ນ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບການ​ນີ້ ທຸກຍຸກ​ທຸກສະໄໝ​ສືບ​ໄປ ບໍ່​ວ່າ​ພວກເຂົາ​ຈະ​ຢູ່​ທີ່​ໃດ​ກໍຕາມ.


ອັນ​ນີ້​ແມ່ນ​ເທດສະການ​ທາງ​ສາສະໜາ ທີ່​ພວກເຈົ້າ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ໂດຍ​ການ​ມາ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະ​ການ ແລະ​ຖວາຍ​ບູຊາ​ແກ່​ພຣະເຈົ້າຢາເວ​ຄື: ຖວາຍ​ເຄື່ອງ​ເຜົາບູຊາ, ພືດຜົນ​ເປັນເມັດ, ເຄື່ອງ​ບູຊາ​ອື່ນໆ ແລະ​ເຫຼົ້າ​ອະງຸ່ນ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ແຕ່ລະວັນ.


ຈົ່ງ​ປະກາດ​ເທດສະການ​ຂອງ​ພຣະເຈົ້າຢາເວ​ດັ່ງ​ຕໍ່ໄປນີ້​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້.


ສະນັ້ນ ໂມເຊ​ໄດ້​ບອກ​ລູກຫລານ​ປະຊາຊົນ​ອິດສະຣາເອນ ໃຫ້​ຮູ້ຈັກ​ວັນ​ເທດສະການ​ທັງຫລາຍ​ຂອງ​ພຣະເຈົ້າຢາເວ.


ເບິ່ງດູ ຜູ້​ສົ່ງຂ່າວ​ກຳລັງ​ນຳ​ຂ່າວດີ​ຂ້າມ​ພູເຂົາ​ທັງຫລາຍ​ມາ ພວກເຂົາ​ກຳລັງ​ເດີນທາງ​ມາ ເພື່ອ​ປະກາດ​ສັນຕິສຸກ ປະຊາຊົນ​ຢູດາ​ເອີຍ ຈົ່ງ​ສະເຫລີມ​ສະຫລອງ​ເທດສະການ​ຕ່າງໆ​ຂອງ​ພວກເຈົ້າ​ສາ ແລະ​ຈົ່ງ​ຖວາຍ​ສິ່ງ​ທີ່​ພວກເຈົ້າ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ກັບ​ພຣະເຈົ້າ. ຄົນຊົ່ວຮ້າຍ​ຈະ​ບໍ່​ບຸກລຸກ​ດິນແດນ​ຂອງ​ພວກເຈົ້າ​ອີກ​ຈັກເທື່ອ. ພວກເຂົາ​ໄດ້​ຖືກ​ທຳລາຍ​ຢ່າງ​ໝົດກ້ຽງ​ສາ​ແລ້ວ.


ໃນ​ໂອກາດ​ມ່ວນຊື່ນ​ເບີກບານ​ເຊັ່ນ: ວັນ​ສະຫລອງ​ເທດສະການ​ຕ່າງໆ​ແລະ​ເດືອນ​ອອກ​ໃໝ່ ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ກໍ​ໃຫ້​ເປົ່າແກ​ສຽງດັງ​ກ້ອງສະໜັ່ນ. ການ​ສະຫລອງ​ເທດສະການ​ຕ່າງໆ​ນັ້ນ​ຈະ​ເປັນ​ທີ່​ລະນຶກ​ຄິດເຖິງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ອັນນີ້ ແມ່ນ​ລະບຽບການ​ຕ່າງໆ​ກ່ຽວກັບ​ການ​ເຜົາບູຊາ, ການ​ຖວາຍ​ພືດຜົນ​ເປັນເມັດ​ການ​ຖວາຍ​ເຫຼົ້າ​ອະງຸ່ນ ແລະ​ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ທີ່​ໃຫ້​ພວກເຈົ້າ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ເທດສະການ​ຕ່າງໆ​ທີ່​ໄດ້​ກຳນົດ​ໄວ້. ອັນ​ນີ້​ແມ່ນ​ຕື່ມ​ໃສ່​ການ​ຖວາຍ​ຂອງ​ພວກເຈົ້າ ອັນ​ສືບເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້​ເປັນ​ພິເສດ ຫລື​ການ​ຖວາຍບູຊາ​ຕາມ​ຄວາມ​ສະໝັກ​ໃຈ.


ຫລັງຈາກ​ນັ້ນ ກໍ​ເຖິງ​ເທດສະການ​ຂອງ​ຊາດ​ຢິວ ແລະ​ພຣະເຢຊູເຈົ້າ​ກໍໄດ້​ຂຶ້ນ​ເມືອ​ນະຄອນ​ເຢຣູຊາເລັມ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ອົດສາ​ສູ້​ຫລາຍ​ພຽງ​ໃດ ເພື່ອ​ພວກເຈົ້າ ເພື່ອ​ຊາວ​ເມືອງ​ລາວດີເກອາ ແລະ​ເພື່ອ​ຄົນ​ທັງປວງ​ທີ່​ຍັງ​ບໍ່ໄດ້​ເຫັນ​ໜ້າ​ເຮົາ​ເທື່ອ.


ເຫດສະນັ້ນ ຢ່າ​ໃຫ້​ຜູ້ໃດ​ກ່າວໂທດ​ພວກເຈົ້າ​ໃນ​ເລື່ອງ​ການ​ກິນການ​ດື່ມ ຫລື​ໃນ​ເລື່ອງ​ວັນ​ສຳຄັນ​ທາງ​ສາສະໜາ ຫລື​ໃນ​ເລື່ອງ​ງານ​ສະຫລອງ​ວັນ​ເດືອນ​ອອກ​ໃໝ່ ຫລື​ໃນ​ເລື່ອງ​ວັນ​ຊະບາໂຕ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka