16 ໃນມື້ທີຫ້າສິບ ຫລັງວັນຊະບາໂຕເຈັດເທື່ອ ຈົ່ງນຳພືດຜົນເປັນເມັດ ທີ່ເກັບກ່ຽວໃໝ່ມາຖວາຍແກ່ພຣະເຈົ້າຢາເວ.
ເຄື່ອງຖວາຍນັ້ນໄດ້ເລີ່ມກອງສູງຂຶ້ນໃນເດືອນທີສາມ ແລະສືບຕໍ່ນຳມາຈົນຮອດເດືອນທີສີ່.
ໃຫ້ແຕ່ລະຄອບຄົວນຳເຂົ້າຈີ່ສອງກ້ອນ ມາຖວາຍຍົກຂຶ້ນແກວ່ງໄປແກວ່ງມາເປັນເຄື່ອງຖວາຍພິເສດ. ເຂົ້າຈີ່ແຕ່ລະກ້ອນນັ້ນຈະຕ້ອງເຮັດດ້ວຍແປ້ງສອງກິໂລກຼາມຕີໃສ່ກັບເຊື້ອແປ້ງ ແລະນຳມາຖວາຍແກ່ພຣະເຈົ້າຢາເວ ແບບພືດຜົນເປັນເມັດສຳລັບການເກັບກ່ຽວຄັ້ງທຳອິດ.
ໃນວັນເລີ່ມເທດສະການຂອງລະດູເກັບກ່ຽວ ຄືເມື່ອຖວາຍພືດຜົນເປັນເມັດອັນໃໝ່ໃຫ້ພຣະເຈົ້າຢາເວນັ້ນ ໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ ແລະຢ່າເຮັດວຽກໃດໆທັງສິ້ນ.
ເມື່ອເຖິງວັນເພັນເຕຄໍສະເຕ ບັນດາພີ່ນ້ອງຜູ້ທີ່ເຊື່ອທັງໝົດໃນທີ່ນັ້ນ ກໍມາເຕົ້າໂຮມກັນຢູ່ບ່ອນດຽວ.