Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 23:12 - ພຣະຄຳພີສັກສິ

12 ໃນ​ວັນ​ທີ່​ພວກເຈົ້າ​ຖວາຍ​ພືດຜົນ​ເປັນເມັດ​ແກວ່ງໄປ​ແກວ່ງມາ​ນັ້ນ ພວກເຈົ້າ​ຈົ່ງ​ເຜົາ​ລູກແກະ​ໂຕໜຶ່ງ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ອາຍຸ​ໜຶ່ງ​ປີ ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 23:12
7 Jak'a apnaqawi uñst'ayäwi  

ລູກແກະ​ຫລື​ລູກ​ແບ້​ທີ່​ຈະ​ເລືອກ​ເອົາ​ນັ້ນ​ຈະ​ຕ້ອງ​ເປັນ​ໂຕ​ເຖິກ​ອາຍຸ​ໜຶ່ງ​ປີ ແລະ​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ໃດໆ​ທັງ​ສິ້ນ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ແກະ ຫລື​ແບ້​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ ຕ້ອງ​ໃຫ້​ເປັນ​ໂຕ​ເຖິກ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ.


ປະໂຣຫິດ​ຈະ​ຍົກ​ຮວງເຂົ້າ​ຂຶ້ນ​ແກວ່ງໄປ​ແກວ່ງມາ ເປັນ​ເຄື່ອງ​ຖວາຍບູຊາ​ພິເສດ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ຮອງ​ເອົາ​ພວກເຈົ້າ. ປະໂຣຫິດ​ຈະ​ຖວາຍ​ຮວງເຂົ້າ​ໃນ​ມື້​ໃໝ່ ຫລັງຈາກ​ວັນ​ຊະບາໂຕ.


ພ້ອມ​ດຽວກັນ​ນັ້ນ ພວກເຈົ້າ​ຈະ​ຕ້ອງ​ຖວາຍ ແປ້ງ​ປົນ​ກັບ​ນໍ້າມັນ​ໝາກກອກເທດ ຈຳນວນ​ສອງ​ກິໂລກຼາມ​ເປັນ​ການ​ຖວາຍ​ອາຫານ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ພວກເຈົ້າ​ຈະ​ຕ້ອງ​ຖວາຍ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ເຊັ່ນດຽວ​ກັນ.


ແຕ່​ຊົງ​ໄຖ່​ດ້ວຍ​ພຣະ​ໂລຫິດ ອັນ​ຊົງ​ມີຄ່າ​ຂອງ​ພຣະຄຣິດ ເໝືອນ​ດັ່ງ​ເລືອດ​ລູກແກະ ທີ່​ບໍ່ມີ​ຕຳໜິ​ຫລື​ຮອຍ​ດ່າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka