11 ປະໂຣຫິດຈະຍົກຮວງເຂົ້າຂຶ້ນແກວ່ງໄປແກວ່ງມາ ເປັນເຄື່ອງຖວາຍບູຊາພິເສດຕໍ່ໜ້າພຣະເຈົ້າຢາເວ ເພື່ອວ່າພຣະອົງຈະຮັບຮອງເອົາພວກເຈົ້າ. ປະໂຣຫິດຈະຖວາຍຮວງເຂົ້າໃນມື້ໃໝ່ ຫລັງຈາກວັນຊະບາໂຕ.
ຈົ່ງໃຫ້ອາໂຣນໃສ່ເຄື່ອງປະດັບນັ້ນປິ່ນມາທາງໜ້າ ເພື່ອວ່າພຣະເຈົ້າຢາເວຈະຮັບເອົາການຖວາຍທຸກຢ່າງ ທີ່ປະຊາຊົນອິດສະຣາເອນຖວາຍ ເຖິງແມ່ນວ່າປະຊາຊົນໄດ້ເຮັດຜິດບາງສິ່ງບາງຢ່າງໃນການຖວາຍກໍຕາມ.
ຈົ່ງວາງສິ່ງເຫຼົ່ານີ້ໃສ່ໃນອົ້ງມືຂອງອາໂຣນ ແລະພວກລູກຊາຍຂອງລາວ ແລ້ວບອກພວກເຂົາໃຫ້ຖວາຍແກວ່ງໄປແກວ່ງມາເພື່ອເປັນເຄື່ອງບູຊາແກວ່ງໄປແກວ່ງມາຖວາຍຕໍ່ໜ້າພຣະເຈົ້າຢາເວ.
ແຕ່ເຈົ້າພ້ອມຄອບຄົວຂອງເຈົ້າຈົ່ງກິນຊີ້ນໜ້າເອິກແລະຊີ້ນຂາຫລັງ ແລະຈົ່ງກິນໄດ້ໃນທຸກໆບ່ອນທີ່ບໍ່ເປັນມົນທິນຕາມກົດບັນຍັດ. ເຄື່ອງຖວາຍເຫຼົ່ານີ້ໄດ້ມອບແກ່ເຈົ້າແລະເຊື້ອສາຍຂອງເຈົ້າແລ້ວ ຊຶ່ງເປັນສ່ວນທີ່ພວກເຈົ້າໄດ້ຮັບຈາກການຖວາຍ ເພື່ອຄວາມສາມັກຄີທຳຂອງປະຊາຊົນອິດສະຣາເອນ.
ໃນວັນທີ່ພວກເຈົ້າຖວາຍພືດຜົນເປັນເມັດແກວ່ງໄປແກວ່ງມານັ້ນ ພວກເຈົ້າຈົ່ງເຜົາລູກແກະໂຕໜຶ່ງທີ່ມີສຸຂະພາບດີແລະບໍ່ມີຕຳໜິອາຍຸໜຶ່ງປີ ຖວາຍບູຊາແກ່ພຣະເຈົ້າຢາເວ.
ສ່ວນຊີ້ນໜ້າເອິກແລະຂາຫລັງເບື້ອງຂວານັ້ນ ໃຫ້ເປັນເຄື່ອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ ເພື່ອເປັນສ່ວນມອບໃຫ້ປະໂຣຫິດ ຕາມທີ່ໂມເຊໄດ້ສັ່ງໄວ້ທຸກປະການ.
ດັ່ງນັ້ນ ນາໂອມີຈຶ່ງກັບມາຈາກດິນແດນໂມອາບກັບນາງຣຸດຊາວໂມອາບຜູ້ທີ່ເປັນລູກໃພ້. ເມື່ອທັງສອງມາຮອດເມືອງເບັດເລເຮັມນັ້ນ ກໍພໍດີຖືກກັບຕົ້ນລະດູເກັບກ່ຽວເຂົ້າເດືອຍ.