ຂ້າພະເຈົ້າຈະສ້າງວິຫານ ເພື່ອຖວາຍກຽດແກ່ພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ. ພຣະວິຫານນັ້ນຈະເປັນບ່ອນສັກສິດ ຊຶ່ງປະຊາຊົນຂອງຂ້າພະເຈົ້າ ແລະຂ້າພະເຈົ້າເອງ ຈະເຜົາເຄື່ອງຫອມນະມັດສະການພຣະອົງ ຄືບ່ອນທີ່ພວກຂ້າພະເຈົ້າຈະຖວາຍເຂົ້າຈີ່ສັກສິດຕະຫລອດໄປ ແລະທັງຈະເປັນບ່ອນເຜົາເຄື່ອງຖວາຍທຸກໆເຊົ້າ ແລະທຸກໆແລງຕະຫລອດທັງວັນຊະບາໂຕ, ວັນສະຫລອງເດືອນຂຶ້ນໃໝ່ ແລະວັນສັກສິດອື່ນໆ ເປັນການຍ້ອງຍໍຖວາຍກຽດແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ພຣະອົງໄດ້ສັ່ງໃຫ້ຊາດອິດສະຣາເອນປະຕິບັດເຊັ່ນນີ້ຕະຫລອດໄປ.
ມັນແມ່ນໜ້າທີ່ຂອງລາວທີ່ຈະຈັດຫາສັດມາເຜົາຖວາຍບູຊາ ເອົາພືດຜົນເປັນເມັດ ແລະເຫຼົ້າອະງຸ່ນມາຖວາຍສຳລັບຊົນຊາດອິດສະຣາເອນທັງໝົດ ຍາມເທດສະການເດືອນຂຶ້ນໃໝ່, ໃນວັນຊະບາໂຕ ແລະໃນເທດສະການອື່ນໆ. ລາວຕ້ອງຈັດຫາເຄື່ອງບູຊາເພື່ອຖວາຍລຶບລ້າງບາບ, ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍບູຊາເຜົາທັງໝົດ ແລະເຄື່ອງຖວາຍເພື່ອຄວາມສາມັກຄີທຳ ມາຖວາຍເພື່ອເປັນການຍົກບາບແກ່ປະຊາຊົນອິດສະຣາເອນ.”
ພວກເຈົ້າຕ້ອງຖວາຍງົວເຖິກໂຕໜຶ່ງ, ແກະເຖິກໂຕໜຶ່ງ, ແກະ ຫລືແບ້ໂຕໜຶ່ງແກ່ພຣະເຈົ້າຢາເວກໍໄດ້ ຕາມພິທີເຜົາສັດທັງໂຕຖວາຍບູຊາດ້ວຍໄຟ ຫລືຖວາຍບູຊາອັນເນື່ອງມາຈາກຜົນສຳເລັດໃນການບະບົນໄວ້ ຫລືຖວາຍບູຊາຕາມໃຈສະໝັກ ຫລືຖວາຍບູຊາໃນວັນສະຫລອງເທດສະການຕ່າງໆຕາມປົກກະຕິ ກິ່ນຫອມຫວນຂອງເຄື່ອງບູຊາເຫຼົ່ານີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.