Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 22:8 - ພຣະຄຳພີສັກສິ

8 ລາວ​ຈະ​ຕ້ອງ​ບໍ່​ກິນ​ຊີ້ນ​ສັດ​ໃດໆ​ທີ່​ຕາຍ​ເອງ ຫລື​ຖືກ​ສັດປ່າ​ກັດ​ຕາຍ; ອາຫານ​ນັ້ນ​ຈະ​ເຮັດ​ໃຫ້​ລາວ​ເປັນ​ມົນທິນ. ເຮົາ​ແມ່ນ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 22:8
8 Jak'a apnaqawi uñst'ayäwi  

ຈົ່ງ​ຖວາຍ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ຂອງ​ງົວ ແລະ​ແກະ​ຂອງ​ພວກເຈົ້າ​ແກ່​ເຮົາ. ຈົ່ງ​ໃຫ້​ລູກ​ສັດ​ໂຕ​ເຖິກ​ຫົວປີ​ຢູ່​ກັບ​ແມ່​ຂອງ​ມັນ​ເຈັດ​ວັນ ແລະ​ໃນ​ວັນ​ທີ​ແປດ​ໃຫ້​ນຳ​ມາ​ຖວາຍ​ແກ່​ເຮົາ.


ພວກເຈົ້າ​ເປັນ​ປະຊາຊົນ​ບໍຣິສຸດ​ຂອງເຮົາ. ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຕ້ອງ​ກິນ​ຊີ້ນ​ສັດ​ໃດໆ​ທີ່​ຖືກ​ສັດປ່າ​ກັດ​ຕາຍ ຈົ່ງ​ຖິ້ມ​ໃຫ້​ໝາ​ກິນ​ເສຍ.


ແຕ່​ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ຢ່າ​ເລີຍ ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່ເຄີຍ​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ຈັກເທື່ອ. ຕັ້ງແຕ່​ສະໄໝ​ເປັນ​ເດັກນ້ອຍ ຂ້ານ້ອຍ​ບໍ່ເຄີຍ​ກິນ​ຊີ້ນ​ສັດ​ໃດໆ​ເລີຍ​ທີ່​ຕາຍ​ຢ່າງ​ທຳມະດາ ຫລື​ຖືກ​ສັດປ່າ​ກັດ​ຕາຍ. ຂ້ານ້ອຍ​ບໍ່ເຄີຍ​ກິນ​ອາຫານ​ໃດໆ​ທີ່​ຖື​ວ່າ​ເປັນ​ມົນທິນ.”


ພວກ​ປະໂຣຫິດ​ບໍ່​ຕ້ອງ​ກິນ​ນົກ ຫລື​ສັດ​ໃດໆ​ທີ່​ຕາຍ​ເອງ ຫລື​ຖືກ​ສັດ​ອື່ນ​ກັດ​ຕາຍ.”


ບຸກຄົນ​ໃດໆ ບໍ່​ວ່າ​ຄົນ​ອິດສະຣາເອນ ຫລື​ຄົນ​ຕ່າງດ້າວ​ກໍຕາມ ທີ່​ໄດ້​ກິນ​ຊີ້ນ​ສັດ​ຕາຍ​ເອງ ຫລື​ຖືກ​ສັດປ່າ​ກັດ​ຕາຍ; ລາວ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ, ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ ຈົ່ງ​ອາບນໍ້າ​ຊັກເຄື່ອງ ຫລັງຈາກ​ນັ້ນ ຈຶ່ງ​ຖື​ວ່າ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.


ຢ່າ​ກິນ​ໄຂມັນ​ສັດ​ທີ່​ຕາຍ​ເອງ ຫລື​ທີ່​ຖືກ​ສັດປ່າ​ກັດ​ຕາຍ ແຕ່​ຈະ​ເອົາ​ໄປ​ເຮັດ​ຢ່າງ​ອື່ນ​ກໍໄດ້.


ຢ່າ​ກິນ​ສັດ​ໃດໆ​ທີ່​ຕາຍ​ເອງ. ພວກເຈົ້າ​ອາດ​ຈະ​ເອົາ​ໃຫ້​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ​ກິນ​ໄດ້ ຫລື​ຂາຍ​ໃຫ້​ຄົນ​ຕ່າງດ້າວ​ພວກ​ອື່ນໆ​ໄດ້. ສ່ວນ​ພວກເຈົ້າ​ເປັນ​ພວກ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ​ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ຂອງ​ແມ່​ມັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka