7 ຫລັງຈາກຕາເວັນຕົກດິນແລ້ວ ລາວກໍບໍ່ເປັນມົນທິນ ແລະລາວອາດກິນຂອງຖວາຍອັນສັກສິດ ຊຶ່ງເປັນອາຫານຂອງລາວໄດ້.
ຄົນຢ່າງນັ້ນອາດກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າຂອງເຂົາແລ້ວໄດ້ ຄື: ທັງອາຫານທີ່ຖວາຍແລ້ວຢ່າງບໍຣິສຸດແລະຢ່າງບໍຣິສຸດທີ່ສຸດ;
ປະໂຣຫິດທຸກຄົນທີ່ເປັນມົນທິນກໍຍັງເປັນມົນທິນຈົນຮອດຄໍ່າ ແລະເຂົາຍັງກິນຂອງຖວາຍອັນສັກສິດບໍ່ໄດ້ ຈົນກ່ວາໄດ້ອາບນໍ້າຊຳລະຮ່າງກາຍແລ້ວ.
ເຄື່ອງຖວາຍອັນບໍຣິສຸດທີ່ສຸດ ຊຶ່ງບໍ່ໄດ້ຖືກເຜົາເທິງແທ່ນບູຊາເປັນຂອງເຈົ້າ ແລະມີດັ່ງຕໍ່ໄປນີ້: ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍລຶບລ້າງບາບ ແລະເຄື່ອງຖວາຍໃນການໃຊ້ແທນຄືນ. ທຸກໆສິ່ງທີ່ໄດ້ຖວາຍຢ່າງບໍຣິສຸດໃຫ້ແກ່ເຮົາເປັນຂອງເຈົ້າແລະພວກລູກຂອງເຈົ້າ.
ເຮົາບໍ່ມີສິດທີ່ຈະກິນແລະດື່ມບໍ?