6 ປະໂຣຫິດທຸກຄົນທີ່ເປັນມົນທິນກໍຍັງເປັນມົນທິນຈົນຮອດຄໍ່າ ແລະເຂົາຍັງກິນຂອງຖວາຍອັນສັກສິດບໍ່ໄດ້ ຈົນກ່ວາໄດ້ອາບນໍ້າຊຳລະຮ່າງກາຍແລ້ວ.
ຜູ້ໃດກໍຕາມທີ່ແຕະຕ້ອງສັດເຫຼົ່ານີ້ຫລືຊາກຂອງມັນ ຈະເປັນມົນທິນຈົນຮອດຄໍ່າ.
ຖ້າຊາກສັດຕົກຖືກສິ່ງໃດກໍຕາມ ສິ່ງນັ້ນກໍເປັນມົນທິນ; ບໍ່ວ່າຈະເປັນໄມ້, ເຄື່ອງນຸ່ງຫົ່ມ, ໜັງສັດ, ຫລືກະສອບ; ບໍ່ວ່າຈະໃຊ້ເພື່ອປະໂຫຍດຫຍັງກໍຕາມ. ສິ່ງນັ້ນຈະຕ້ອງຖືກແຊ່ນໍ້າ ແຕ່ຈະຍັງເປັນມົນທິນຈົນຮອດຄໍ່າ.
ຖ້າສັດທີ່ກິນໄດ້ຕາຍເອງ ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງຊາກສັດນັ້ນ ກໍເປັນມົນທິນຈົນຮອດຄໍ່າ.
ແລະຖ້າຜູ້ໃດຜູ້ໜຶ່ງກິນສ່ວນໃດສ່ວນໜຶ່ງຂອງສັດ ລາວຕ້ອງຊັກເຄື່ອງນຸ່ງຫົ່ມ ແຕ່ຈະຍັງເປັນມົນທິນຈົນຮອດຄໍ່າ; ຜູ້ໃດທີ່ຫາມຊາກສັດ ຕ້ອງຊັກເຄື່ອງນຸ່ງຂອງຕົນ ແຕ່ຜູ້ນັ້ນຈະຍັງເປັນມົນທິນຈົນຮອດຄໍ່າ.
ຜູ້ໃດກໍຕາມທີ່ແຕະຕ້ອງຕຽງນອນຂອງລາວ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ແຕະຕ້ອງສັດຫລືຄົນທີ່ເປັນມົນທິນ.
ຫລັງຈາກຕາເວັນຕົກດິນແລ້ວ ລາວກໍບໍ່ເປັນມົນທິນ ແລະລາວອາດກິນຂອງຖວາຍອັນສັກສິດ ຊຶ່ງເປັນອາຫານຂອງລາວໄດ້.
ແລ້ວຮັກກາຍກໍໄດ້ຖາມວ່າ, “ຖ້າວ່າຄົນຜູ້ໜຶ່ງເປັນມົນທິນ ຍ້ອນໄດ້ແຕະຕ້ອງຊາກສົບຄົນຕາຍ. ຖ້າລາວໄດ້ແຕະຕ້ອງອາຫານເຫຼົ່ານີ້ຢ່າງໜຶ່ງຢ່າງໃດ ມັນຈະເຮັດໃຫ້ອາຫານເຫຼົ່ານີ້ເປັນມົນທິນຄືກັນບໍ?” ພວກປະໂຣຫິດຈຶ່ງຕອບວ່າ, “ເປັນມົນທິນ.”
ສິ່ງໃດທີ່ຄົນເປັນມົນທິນຈັບບາຍກໍເປັນມົນທິນ ແລະຜູ້ໃດທີ່ຈັບບາຍ ຜູ້ນັ້ນກໍຍັງເປັນມົນທິນຢູ່ຈົນຮອດຄໍ່າ.”
ແຕ່ກ່ອນ ມີບາງຄົນໃນພວກເຈົ້າໄດ້ເປັນຢ່າງນັ້ນ, ແຕ່ພວກເຈົ້າໄດ້ຖືກຊຳລະຈາກບາບກຳແລ້ວ, ພວກເຈົ້າໄດ້ຖືກຊຳລະໃຫ້ບໍຣິສຸດແລ້ວ, ພວກເຈົ້າໄດ້ເປັນຄົນຊອບທຳແລ້ວ ໂດຍພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ແລະໂດຍພຣະວິນຍານແຫ່ງພຣະເຈົ້າຂອງພວກເຮົາ.
ດັ່ງນັ້ນ ຈົ່ງໃຫ້ພວກເຮົາເຂົ້າມາໃກ້ດ້ວຍຄວາມຈິງໃຈ ແລະດ້ວຍຄວາມເຊື່ອໝັ້ນອັນເຕັມບໍຣິບູນ ດ້ວຍໃຈທີ່ໄດ້ຮັບການຊຳລະຈາກຄວາມຮູ້ສຶກຕົວວ່າມີບາບກຳ ແລະມີຮ່າງກາຍທີ່ໄດ້ຊຳລະລ້າງແລ້ວດ້ວຍນໍ້າບໍຣິສຸດ.