Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 22:4 - ພຣະຄຳພີສັກສິ

4 ບໍ່​ໃຫ້​ເຊື້ອສາຍ​ຂອງ​ອາໂຣນ​ຄົນ​ໃດ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ຂີ້ທູດ ຫລື​ຜູ້​ທີ່​ມີ​ສິ່ງ​ໄຫລ​ອອກ​ຈາກ​ຮ່າງກາຍ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ ຈົນກວ່າ​ລາວ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ປະໂຣຫິດ​ທຸກຄົນ​ກໍ​ເປັນ​ມົນທິນ ຖ້າ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ​ເຊັ່ນ: ແຕະຕ້ອງ​ຊາກສົບ, ມີ​ນໍ້າກາມ​ທີ່​ໄຫລ​ອອກ,

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 22:4
18 Jak'a apnaqawi uñst'ayäwi  

ຖ້າ​ສັດ​ທີ່​ກິນ​ໄດ້​ຕາຍ​ເອງ ຜູ້ໃດ​ຜູ້ໜຶ່ງ​ທີ່​ແຕະຕ້ອງ​ຊາກສັດ​ນັ້ນ ກໍ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.


ສິ່ງໃດສິ່ງໜຶ່ງ​ທີ່​ເຮັດ​ດ້ວຍ​ຜ້າ​ຫລື​ດ້ວຍ​ໜັງ​ທີ່​ນໍ້າກາມ​ເຮ່ຍ​ໃສ່​ນັ້ນ ຕ້ອງ​ລ້າງ​ດ້ວຍ​ນໍ້າ​ແລະ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.


ສ່ວນ​ເຄື່ອງ​ຖວາຍ​ທີ່​ເຫຼືອ​ນັ້ນ​ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເພາະ​ເປັນ​ສ່ວນໜຶ່ງ​ບໍຣິສຸດ​ທີ່ສຸດ​ໃນ​ທ່າມກາງ​ເຄື່ອງ​ບູຊາ​ດ້ວຍ​ໄຟ ຊຶ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ.


ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ທີ່​ຍັງເຫລືອ​ຢູ່​ນັ້ນ ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເພາະ​ເປັນ​ສ່ວນໜຶ່ງ​ບໍຣິສຸດ​ທີ່ສຸດ ໃນ​ທ່າມກາງ​ເຄື່ອງ​ບູຊາ​ດ້ວຍ​ໄຟ ຊຶ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ບັນດາ​ປະໂຣຫິດ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ວ່າ, “ຢ່າ​ໃຫ້​ປະໂຣຫິດ​ປະພຶດ​ຕົນ​ເປັນ​ມົນທິນ​ຕາມ​ກົດບັນຍັດ ໂດຍ​ເຂົ້າ​ຮ່ວມ​ພິທີ​ສົບ​ຂອງ​ພວກ​ພີ່ນ້ອງ​ຂອງຕົນ ເມື່ອ​ພວກເຂົາ​ຕາຍໄປ;


ຄົນ​ຢ່າງ​ນັ້ນ​ອາດ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ຂອງເຂົາ​ແລ້ວ​ໄດ້ ຄື: ທັງ​ອາຫານ​ທີ່​ຖວາຍ​ແລ້ວ​ຢ່າງ​ບໍຣິສຸດ​ແລະ​ຢ່າງ​ບໍຣິສຸດ​ທີ່ສຸດ;


ແລ້ວ​ຮັກກາຍ​ກໍ​ໄດ້ຖາມ​ວ່າ, “ຖ້າ​ວ່າ​ຄົນ​ຜູ້ໜຶ່ງ​ເປັນ​ມົນທິນ ຍ້ອນ​ໄດ້​ແຕະຕ້ອງ​ຊາກສົບ​ຄົນຕາຍ. ຖ້າ​ລາວ​ໄດ້​ແຕະຕ້ອງ​ອາຫານ​ເຫຼົ່ານີ້​ຢ່າງໜຶ່ງ​ຢ່າງໃດ ມັນ​ຈະ​ເຮັດ​ໃຫ້​ອາຫານ​ເຫຼົ່ານີ້​ເປັນ​ມົນທິນ​ຄືກັນ​ບໍ?” ພວກ​ປະໂຣຫິດ​ຈຶ່ງ​ຕອບ​ວ່າ, “ເປັນ​ມົນທິນ.”


ເຄື່ອງ​ຖວາຍ​ພິເສດ​ທັງໝົດ​ເປັນ​ບໍຣິສຸດ​ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເປັນ​ຂອງ​ເຈົ້າ​ແລະ​ພວກ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ທຸກຍຸກ​ທຸກສະໄໝ​ສືບໄປ. ອັນນີ້ ແມ່ນ​ພັນທະສັນຍາ​ຂອງ​ເກືອ​ອັນ​ປ່ຽນແປງ​ບໍ່ໄດ້​ຕໍ່ໜ້າ​ພຣະເຈົ້າຢາເວ​ສຳລັບ​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ.”


ເຄື່ອງ​ຖວາຍ​ອັນ​ບໍຣິສຸດ​ທີ່ສຸດ ຊຶ່ງ​ບໍ່ໄດ້​ຖືກ​ເຜົາ​ເທິງ​ແທ່ນບູຊາ​ເປັນ​ຂອງ​ເຈົ້າ ແລະ​ມີ​ດັ່ງ​ຕໍ່ໄປນີ້: ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ໃນ​ການ​ໃຊ້ແທນຄືນ. ທຸກໆ​ສິ່ງ​ທີ່​ໄດ້​ຖວາຍ​ຢ່າງ​ບໍຣິສຸດ​ໃຫ້​ແກ່​ເຮົາ​ເປັນ​ຂອງ​ເຈົ້າ​ແລະ​ພວກ​ລູກ​ຂອງ​ເຈົ້າ.


ຄົນໃດ​ທີ່​ເປັນ​ມົນທິນ ແລະ​ບໍ່ໄດ້​ຊຳລະ​ຕົນເອງ​ກໍ​ຍັງ​ເປັນມົນທິນ​ຢູ່ ເພາະ​ລາວ​ບໍ່ໄດ້​ໃຊ້​ນໍ້າ​ຊຳລະ​ຕົນເອງ. ລາວ​ໄດ້​ເຮັດ​ໃຫ້​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ເປັນ​ມົນທິນ ແລະ​ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka