ລະບຽບ^ພວກເລວີ 22:22 - ພຣະຄຳພີສັກສິ22 ຢ່າຖວາຍສັດດັ່ງຕໍ່ໄປນີ້ໃຫ້ພຣະເຈົ້າຢາເວ ຄື: ສັດຕາບອດ ຫລືຂາພິການ ຫລືມີແປ້ວ ຫລືມີສິ່ງໄຫລອອກ ຫລືເປັນຂີ້ກາກຂີ້ຫິດ. ຢ່າຖວາຍສັດເຫຼົ່ານີ້ເທິງແທ່ນບູຊາເປັນເຄື່ອງບູຊາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວ. Uka jalj uñjjattʼäta |
ເມື່ອພວກເຈົ້ານຳສັດຕາບອດ ຫລືສັດເຈັບໂຊ ຫລືສັດຂາພິການ ມາຖວາຍແກ່ເຮົາ ພວກເຈົ້າຄິດວ່າເປັນການຖືກຕ້ອງແລ້ວບໍ? ຈົ່ງລອງນຳສັດເຊັ່ນນັ້ນໄປໃຫ້ຜູ້ປົກຄອງຂອງພວກເຈົ້າເບິ່ງດູ ເພິ່ນຈະພໍໃຈນຳພວກເຈົ້າບໍ? ຫລືພວກເຈົ້າຈະໄດ້ຮັບຄວາມດີຄວາມຊອບຫຍັງແດ່ຈາກເພິ່ນ?” ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.