Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 22:21 - ພຣະຄຳພີສັກສິ

21 ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ນຳ​ເຄື່ອງ​ມາ​ຖວາຍ ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ ບໍ່​ວ່າ​ຈະ​ເປັນ​ເຄື່ອງ​ຖວາຍ​ເພື່ອ​ແກ້​ບະບົນ ຫລື​ດ້ວຍ​ໃຈ​ສັດທາ​ກໍດີ ສັດ​ທີ່​ຈະ​ຖວາຍ​ນັ້ນ​ຕ້ອງ​ເປັນ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ຈຶ່ງ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ໄດ້.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 22:21
13 Jak'a apnaqawi uñst'ayäwi  

ແລ້ວ​ຢາໂຄບ​ກໍ​ໄດ້​ສາບານ​ວ່າ, “ຖ້າ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ຂ້ານ້ອຍ ແລະ​ປົກປັກ​ຮັກສາ​ຂ້ານ້ອຍ​ໃນ​ການ​ເດີນທາງ ແລະ​ໃຫ້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ


ຈົ່ງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ ຖວາຍ​ແກ່​ຜູ້​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕາມ​ທີ່​ເຈົ້າ​ສາບານ​ໄວ້.


ປະຊາຊົນ​ອິດສະຣາເອນ​ທັງ​ຍິງ​ແລະ​ຊາຍ​ຜູ້​ທີ່​ມີ​ໃຈ​ເຫລື້ອມໃສ​ສັດທາ ກໍໄດ້​ນຳ​ເຄື່ອງ​ຖວາຍ​ຂອງ​ພວກເຂົາ​ມາ​ປະກອບສ່ວນ​ໃນ​ວຽກງານ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ ໃຫ້​ພວກເຂົາ​ເຮັດ​ນັ້ນ​ທຸກປະການ.


“ມື້ນີ້​ຂ້ອຍ​ໄດ້​ນຳ​ເຄື່ອງ​ໄປ​ຖວາຍບູຊາ ແລະ​ກໍໄດ້​ຊີ້ນ​ມາ​ຈາກ​ເຄື່ອງບູຊາ​ນັ້ນ.


ຢ່າ​ຖວາຍ​ສັດ​ດັ່ງ​ຕໍ່ໄປນີ້​ໃຫ້​ພຣະເຈົ້າຢາເວ ຄື: ສັດ​ຕາບອດ ຫລື​ຂາ​ພິການ ຫລື​ມີ​ແປ້ວ ຫລື​ມີ​ສິ່ງ​ໄຫລ​ອອກ ຫລື​ເປັນ​ຂີ້ກາກ​ຂີ້ຫິດ. ຢ່າ​ຖວາຍ​ສັດ​ເຫຼົ່ານີ້​ເທິງ​ແທ່ນບູຊາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ.


ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ສັດ​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ​ເພື່ອ​ຄວາມ​ສາມັກຄີທຳ ຕ້ອງ​ໃຫ້​ຜູ້ນັ້ນ​ຖວາຍ​ງົວເຖິກ ຫລື​ງົວແມ່ ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ຕໍ່ໜ້າ​ພຣະເຈົ້າຢາເວ.


ຖ້າ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ​ນັ້ນ ເປັນ​ແກະ​ຫລື​ແບ້ ຈະ​ເປັນ​ໂຕ​ເຖິກ​ຫລື​ໂຕ​ແມ່​ກໍດີ ຕ້ອງ​ໃຫ້​ເປັນ​ສັດ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ.


ພວກເຈົ້າ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ແກະ ຫລື​ແບ້​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ກໍໄດ້ ຕາມ​ພິທີ​ເຜົາ​ສັດ​ທັງໂຕ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍບູຊາ​ອັນ​ເນື່ອງ​ມາ​ຈາກ​ຜົນສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຖວາຍ​ບູຊາ​ຕາມໃຈ​ສະໝັກ ຫລື​ຖວາຍບູຊາ​ໃນ​ວັນ​ສະຫລອງ​ເທດສະການ​ຕ່າງໆ​ຕາມ​ປົກກະຕິ ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ເຫຼົ່ານີ້ ຈຶ່ງ​ເປັນ​ທີ່​ພໍໃຈ​ອົງພຣະ​ຜູ້​ເປັນເຈົ້າ.


ເມື່ອ​ຖວາຍ​ງົວເຖິກ​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍ​ບູຊາ​ທີ່​ສືບ​ເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຕາມ​ພິທີ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ກໍດີ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka