Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 22:16 - ພຣະຄຳພີສັກສິ

16 ໂດຍ​ປະ​ໃຫ້​ຄົນ​ທີ່​ບໍ່ໄດ້​ຮັບ​ອະນຸຍາດ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ; ເພາະ​ອັນ​ນີ້​ເປັນ​ການ​ນຳ​ຄວາມຜິດ​ກັບ​ການ​ລົງໂທດ​ມາ​ໃຫ້​ຜູ້ນັ້ນ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ເປັນ​ຜູ້​ເຮັດ​ໃຫ້​ເຄື່ອງຖວາຍ​ສັກສິດ.”

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 22:16
15 Jak'a apnaqawi uñst'ayäwi  

ການບາບ​ຂອງ​ຂ້ານ້ອຍ​ກໍ​ຖ້ວມ​ຊີວິດ​ໃຫ້​ຈົມ ເປັນ​ພາລະໜັກ​ເກີນ​ທີ່​ຈະ​ແບກ​ໄດ້.


ຈົ່ງ​ໃຫ້​ອາໂຣນ​ໃສ່​ເຄື່ອງ​ປະດັບ​ນັ້ນ​ປິ່ນ​ມາ​ທາງ​ໜ້າ ເພື່ອ​ວ່າ​ພຣະເຈົ້າຢາເວ​ຈະ​ຮັບ​ເອົາ​ການ​ຖວາຍ​ທຸກຢ່າງ ທີ່​ປະຊາຊົນ​ອິດສະຣາເອນ​ຖວາຍ ເຖິງ​ແມ່ນ​ວ່າ​ປະຊາຊົນ​ໄດ້​ເຮັດ​ຜິດ​ບາງສິ່ງ​ບາງຢ່າງ​ໃນ​ການ​ຖວາຍ​ກໍຕາມ.


“ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ກິນ​ເຄື່ອງ​ຖວາຍ​ລຶບລ້າງ​ບາບ​ໃນ​ບ່ອນ​ບໍຣິສຸດ? ມັນ​ເປັນ​ຂອງ​ບໍຣິສຸດ​ທີ່ສຸດ ແລະ​ພຣະອົງ​ໄດ້​ມອບ​ສິ່ງ​ນັ້ນ​ໃຫ້​ພວກເຈົ້າ ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ຕໍ່ໜ້າ​ພຣະເຈົ້າຢາເວ.


ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ເຮັດ​ໃຫ້​ພວກເຈົ້າ​ບໍຣິສຸດ.


ບໍ່​ດັ່ງນັ້ນ ລູກຫລານ​ຂອງ​ພວກເຂົາ​ຜູ້​ທີ່​ຈະ​ຕ້ອງ​ບໍຣິສຸດ​ນັ້ນ ກໍ​ຈະ​ເປັນ​ມົນທິນ​ຕາມ​ກົດບັນຍັດ​ດ້ວຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ໄດ້​ຕັ້ງ​ລາວ​ໄວ້​ຕ່າງຫາກ​ເພື່ອ​ເປັນ​ມະຫາ​ປະໂຣຫິດ.”


ແຕ່​ຍ້ອນ​ວ່າ​ລາວ​ມີ​ຮ່າງກາຍ​ພິການ ຈຶ່ງ​ຈະ​ເຂົ້າ​ມາ​ໃກ້​ຜ້າກັ້ງ ຫລື​ໃກ້​ແທ່ນບູຊາ​ບໍ່ໄດ້. ລາວ​ຕ້ອງ​ບໍ່​ເຮັດ​ໃຫ້​ສິ່ງ​ບໍຣິສຸດ​ເຫຼົ່ານີ້​ເປັນມົນທິນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ໃຫ້​ພວກເຂົາ​ເປັນ​ບໍຣິສຸດ.”


ປະຊາຊົນ​ຕ້ອງ​ຖື​ປະໂຣຫິດ​ວ່າ​ບໍຣິສຸດ ເພາະ​ພວກເຂົາ​ເປັນ​ຜູ້​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຂົາ​ຕ້ອງ​ບໍຣິສຸດ​ຕໍ່​ພວກເຈົ້າ ເພາະວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ ແລະ​ເຮົາ​ສ້າງ​ປະຊາຊົນ​ຂອງເຮົາ​ໃຫ້​ບໍຣິສຸດ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ


ປະໂຣຫິດ​ທຸກຄົນ​ຈະ​ຕ້ອງ​ປະຕິບັດ​ຕາມ​ລະບຽບການ​ຕ່າງໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ນີ້. ຖ້າບໍ່​ດັ່ງນັ້ນ ພວກເຂົາ​ຈະ​ເຮັດ​ຜິດ​ແລະ​ຕາຍ ເພາະ​ໄດ້​ຝ່າຝືນ​ລະບຽບ​ການ​ອັນ​ສັກສິດ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ບໍຣິສຸດ.


ຖ້າ​ຜູ້ໃດ​ຍັງ​ເອົາ​ຊີ້ນ​ທີ່​ເຫຼືອ​ຢູ່​ນັ້ນ​ມາ​ກິນ​ໃນ​ມື້​ທີ​ສາມ ພຣະເຈົ້າ​ກໍ​ຈະ​ບໍ່​ຮັບ​ການ​ຖວາຍ​ຂອງ​ຊາຍ​ຄົນ​ນັ້ນ. ການ​ຖວາຍ​ນີ້​ຈະ​ຖື​ວ່າ​ບໍ່​ຖືກ​ຍອມ​ຮັບ ແຕ່​ຈະ​ຖື​ວ່າ​ເປັນ​ມົນທິນ ແລະ​ຜູ້ໃດ​ກໍຕາມ​ທີ່​ກິນ​ຈະ​ໄດ້​ຮັບ​ຜົນ​ກຳ.


ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ ພ້ອມ​ທັງ​ຊາວ​ເລວີ​ຕ້ອງ​ເປັນ​ຜູ້​ຮັບ​ຜົນ​ກຳ​ຈາກ​ຄວາມຜິດ​ໃນ​ການ​ຮັບໃຊ້ ແລະ​ການ​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ບ່ອນ​ເຮົາ​ສະຖິດ​ຢູ່, ແຕ່​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ໃນ​ຖານະ​ທີ່​ເປັນ​ປະໂຣຫິດ​ຂອງເຮົາ ຈະ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ຄວາມຜິດ​ນັ້ນ.


ພວກເຈົ້າ​ບໍ່ມີ​ຄວາມຜິດ​ໃນ​ຂອງ​ຖວາຍ ເມື່ອ​ພວກເຈົ້າ​ກິນ​ສ່ວນ​ທີ່​ໄດ້​ຮັບ​ນັ້ນ. ແຕ່​ຢ່າ​ເຮັດ​ໃຫ້​ຂອງ​ຖວາຍ​ທີ່​ຊາວ​ອິດສະຣາເອນ​ຖື​ວ່າ​ບໍຣິສຸດ​ນັ້ນ​ເປັນ​ມົນທິນ ໂດຍ​ກິນ​ສ່ວນໃດ​ສ່ວນໜຶ່ງ​ກ່ອນ​ຖວາຍ​ສ່ວນ​ທີ່ດີ​ທີ່ສຸດ ຖ້າ​ພວກເຈົ້າ​ຫາກ​ຂືນ​ເຮັດ ພວກເຈົ້າ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


ພວກ​ຕາບອດ​ທີ່​ໂງ່ຈ້າ​ເອີຍ ສິ່ງໃດ​ທີ່​ສຳຄັນ​ກວ່າ​ກັນ ຄຳ​ຫລື​ພຣະວິຫານ ທີ່​ເຮັດ​ໃຫ້​ຄຳ​ນັ້ນ​ສັກສິດ?


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka