Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 22:13 - ພຣະຄຳພີສັກສິ

13 ແຕ່​ລູກສາວ​ຂອງ​ປະໂຣຫິດ​ທີ່​ເປັນ​ແມ່ໝ້າຍ ຫລື​ແມ່ຮ້າງ​ທີ່​ຍັງ​ບໍ່ມີ​ລູກ ແລະ​ຜູ້​ທີ່​ກັບຄືນ​ມາ​ຢູ່​ໃນ​ຄອບຄົວ​ພໍ່​ທີ່​ຢູ່​ໃຕ້​ຄວາມ​ດູແລ​ຂອງ​ເພິ່ນ ອາດ​ກິນ​ອາຫານ​ທີ່​ພໍ່​ຂອງຕົນ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ​ໄດ້. ຄົນ​ໃນ​ຄອບຄົວ​ຂອງ​ປະໂຣຫິດ​ເທົ່ານັ້ນ ທີ່​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ໄດ້.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 22:13
11 Jak'a apnaqawi uñst'ayäwi  

ແລ້ວ​ຢູດາ​ກໍ​ເວົ້າ​ຕໍ່​ຕາມາ​ລູກໃພ້​ຂອງຕົນ​ວ່າ, “ຈົ່ງ​ກັບຄືນ​ເມືອ​ບ້ານ​ພໍ່​ຂອງ​ເຈົ້າ​ສາ ແລະ​ຢູ່​ເປັນ​ຍິງໝ້າຍ​ຄອຍ​ຖ້າ​ໃຫ້​ເຊລາ​ລູກຊາຍ​ຂອງຂ້ອຍ​ໃຫຍ່.” ເພິ່ນ​ເວົ້າ​ເຊັ່ນນີ້​ຍ້ອນ​ເພິ່ນ​ຢ້ານ​ວ່າ ເຊລາ​ອາດ​ຈະ​ຖືກ​ຂ້າ​ຄື​ກັນ​ກັບ​ອ້າຍ​ຂອງ​ລາວ. ສະນັ້ນ ຕາມາ​ຈຶ່ງ​ກັບຄືນ​ເມືອ​ຢູ່​ບ້ານ​ນຳ​ພໍ່​ຂອງຕົນ.


ຜູ້ປົກຄອງ​ຊາວຢິວ​ໄດ້​ສັ່ງ​ບໍ່​ໃຫ້​ພວກເຂົາ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຈົນກວ່າ​ຈະ​ມີ​ປະໂຣຫິດ​ທີ່​ສາມາດ​ໃຊ້​ອຸຣິມ ແລະ​ທຸມມິມ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ແລະ​ອາໂຣນ​ວ່າ, “ຕໍ່ໄປນີ້ ແມ່ນ​ກົດລະບຽບ​ກ່ຽວກັບ​ພິທີ​ສະຫລອງ​ປັດສະຄາ ຄື​ຢ່າ​ໃຫ້​ຄົນຕ່າງຊາດ​ຮ່ວມ​ກິນ​ປັດສະຄາ


ພວກເຂົາ​ຈະ​ກິນ​ຂອງ​ທີ່​ໄດ້​ໃຊ້​ແລ້ວ​ໃນ​ພິທີ​ລຶບລ້າງ​ບາບ ສຳລັບ​ການ​ສະຖາປະນາ​ນັ້ນ​ກໍໄດ້. ມີ​ແຕ່​ປະໂຣຫິດ​ເທົ່ານັ້ນ​ທີ່​ກິນ​ໄດ້​ເພາະ​ແມ່ນ​ອາຫານ​ບໍຮິສຸດ.


ພວກເຂົາ​ບໍ່ໄດ້​ຮັບຜິດຊອບ​ພິທີ​ອັນ​ສັກສິດ​ຢູ່​ໃນ​ວິຫານ​ຂອງເຮົາ; ແຕ່​ກັບ​ໄດ້​ມອບ​ໃຫ້​ຊາວ​ຕ່າງຊາດ​ເປັນ​ຜູ້​ຮັບຜິດຊອບ.


ແຕ່​ເຈົ້າ​ພ້ອມ​ຄອບຄົວ​ຂອງ​ເຈົ້າ​ຈົ່ງ​ກິນ​ຊີ້ນ​ໜ້າເອິກ​ແລະ​ຊີ້ນ​ຂາ​ຫລັງ ແລະ​ຈົ່ງ​ກິນ​ໄດ້​ໃນ​ທຸກໆ​ບ່ອນ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ. ເຄື່ອງ​ຖວາຍ​ເຫຼົ່ານີ້​ໄດ້​ມອບ​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ແລ້ວ ຊຶ່ງ​ເປັນ​ສ່ວນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ການ​ຖວາຍ ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ປະຊາຊົນ​ອິດສະຣາເອນ.


ຄົນ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ຂອງ​ປະໂຣຫິດ​ເທົ່ານັ້ນ ທີ່​ຈະ​ກິນ​ຂອງ​ຖວາຍ​ອັນ​ສັກສິດ​ໄດ້; ນອກ​ນັ້ນ​ບໍ່ມີ​ຜູ້ໃດ​ສາມາດ​ຈະ​ກິນ​ໄດ້ ແມ່ນແຕ່​ຄົນ​ທີ່​ອາໄສ​ຢູ່​ນຳ​ປະໂຣຫິດ ຫລື​ຄົນ​ທີ່​ປະໂຣຫິດ​ຈ້າງ​ມາ​ຊ່ວຍ​ວຽກ​ກໍ​ກິນ​ບໍ່ໄດ້.


ລູກສາວ​ຂອງ​ປະໂຣຫິດ​ທີ່​ແຕ່ງງານ​ກັບ​ຄົນ​ທີ່​ບໍ່​ເປັນ​ປະໂຣຫິດ ບໍ່​ອາດ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ໄດ້.


ຕໍ່ມາ ຖ້າ​ວ່າ​ນາງ​ໄດ້​ແຕ່ງງານ​ກັບ​ຊາຍ​ອື່ນ​ອີກ


ໃນ​ມື້​ນັ້ນ ໂດເອັກ ຄົນ​ເອໂດມ​ຫົວໜ້າ​ຄົນລ້ຽງແກະ​ຂອງ​ກະສັດ​ໂຊນ​ກໍ​ຢູ່​ໃນ​ທີ່ນັ້ນ ເພື່ອ​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka