11 ແຕ່ພວກຄົນຮັບໃຊ້ທີ່ປະໂຣຫິດຊື້ມາດ້ວຍເງິນຂອງຕົນເອງ ຫລືທີ່ເກີດໃນຄອບຄົວ ອາດກິນອາຫານທີ່ປະໂຣຫິດໄດ້ນຳມານັ້ນ.
ອັບຣາມພານາງຊາຣາຍເມຍຂອງຕົນ ກັບໂລດຫລານຊາຍພ້ອມທັງຊັບສິ່ງຂອງ ແລະພວກຂ້ອຍໃຊ້ທີ່ໄດ້ໃນຮາຣານນັ້ນໄປນຳ ແລະພວກເຂົາໄດ້ພາກັນອອກເດີນທາງ ມຸ່ງໜ້າໄປສູ່ດິນແດນການາອານ. ເມື່ອມາເຖິງການາອານ
ແຕ່ລະຄົນຕ້ອງເຮັດພິທີຕັດ ແລະຈະຕ້ອງໝາຍໄວ້ໃນຮ່າງກາຍ ເພື່ອສະແດງວ່າພັນທະສັນຍາຂອງເຮົານັ້ນດຳລົງຢູ່ສືບໄປ.
ແຕ່ທາດຮັບໃຊ້ຜູ້ທີ່ນາຍໄດ້ຊື້ມາ ແລະເຂົ້າພິທີຕັດແລ້ວໃຫ້ຮ່ວມກິນນຳໄດ້.
ຄົນຢ່າງນັ້ນອາດກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າຂອງເຂົາແລ້ວໄດ້ ຄື: ທັງອາຫານທີ່ຖວາຍແລ້ວຢ່າງບໍຣິສຸດແລະຢ່າງບໍຣິສຸດທີ່ສຸດ;
ລູກສາວຂອງປະໂຣຫິດທີ່ແຕ່ງງານກັບຄົນທີ່ບໍ່ເປັນປະໂຣຫິດ ບໍ່ອາດກິນເຄື່ອງຖວາຍອັນສັກສິດໄດ້.
ເຄື່ອງຖວາຍອັນບໍຣິສຸດທີ່ສຸດ ຊຶ່ງບໍ່ໄດ້ຖືກເຜົາເທິງແທ່ນບູຊາເປັນຂອງເຈົ້າ ແລະມີດັ່ງຕໍ່ໄປນີ້: ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍລຶບລ້າງບາບ ແລະເຄື່ອງຖວາຍໃນການໃຊ້ແທນຄືນ. ທຸກໆສິ່ງທີ່ໄດ້ຖວາຍຢ່າງບໍຣິສຸດໃຫ້ແກ່ເຮົາເປັນຂອງເຈົ້າແລະພວກລູກຂອງເຈົ້າ.