9 ຖ້າລູກສາວຂອງປະໂຣຫິດເປັນໂສເພນີ ນາງກໍເຮັດໃຫ້ພໍ່ຂອງຕົນໄດ້ຮັບຄວາມອັບອາຍຂາຍໜ້າ; ນາງຈະຕ້ອງຖືກເຜົາທັງເປັນ.
ຢູ່ຕໍ່ມາ ປະມານສາມເດືອນມີຄົນມາບອກຢູດາວ່າ, “ດຽວນີ້ຕາມາລູກໃພ້ຂອງເຈົ້າຖືກເຂົາຫລິ້ນມານສາແລ້ວ.” ຢູດາຈຶ່ງສັ່ງວ່າ, “ເອົານາງອອກມາແລະເຜົາໃຫ້ຕາຍທັງເປັນ.”
ຈົ່ງຮັກສາວັນພັກຜ່ອນນີ້ ເພາະເປັນວັນສັກສິດ. ຜູ້ໃດທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ.
ປະຊາຊົນຂອງພູເຂົາຊີໂອນທີ່ເຮັດບາບ ກຳລັງຢ້ານກົວຈົນຕົວສັ່ນເຊັນ. ພວກເຂົາເວົ້າວ່າ, “ການຕັດສິນຂອງພຣະເຈົ້າເປັນດັ່ງໄຟທີ່ໄໝ້ຢູ່ຕະຫລອດໄປ. ມີຜູ້ໃດແດ່ໃນພວກເຮົາທີ່ມີຊີວິດລອດຢູ່ໄດ້ໃນໄຟເຊັ່ນນັ້ນ?”
ຈົ່ງຂ້າຄົນເຖົ້າ, ຊາຍໜຸ່ມ, ຍິງໜຸ່ມ, ບັນດາແມ່ ແລະພວກເດັກນ້ອຍ. ແຕ່ຢ່າແຕະຕ້ອງຜູ້ໃດທີ່ມີເຄື່ອງໝາຍທີ່ໜ້າຜາກ. ຈົ່ງເລີ່ມແຕ່ພຣະວິຫານຂອງເຮົາໄປ.” ສະນັ້ນ ພວກເຂົາຈຶ່ງໄດ້ເລີ່ມສັງຫານບັນດາຜູ້ປົກຄອງທີ່ກຳລັງຢືນຢູ່ໃນພຣະວິຫານ.
ຢ່າເຮັດໃຫ້ລູກສາວຂອງພວກເຈົ້າອັບອາຍຂາຍໜ້າ ໂດຍຊຸກຍູ້ໃຫ້ເຂົາເປັນໂສເພນີຢູ່ຕາມວັດ. ຖ້າພວກເຈົ້າຂືນເຮັດ ພວກເຈົ້າກໍຫັນໄປຫາພະອື່ນສາແລ້ວ ແລະດິນແດນຂອງພວກເຈົ້າກໍຈະເຕັມໄປດ້ວຍການຜິດສິນທຳ.
ຖ້າຊາຍກັບຍິງແຕ່ງງານກັນ ແລະເອົາແມ່ຂອງຍິງນັ້ນເປັນເມຍດ້ວຍ; ເຂົາທັງສາມຈະຕ້ອງຖືກເຜົາໄຟໃຫ້ຕາຍທັງເປັນ ຍ້ອນສິ່ງອັບອາຍທີ່ພວກເຂົາໄດ້ເຮັດນັ້ນ; ການກະທຳເຊັ່ນນີ້ບໍ່ຄວນໃຫ້ເກີດຂຶ້ນໃນທ່າມກາງພວກເຈົ້າ.
ເຮົາຈະລົງໂທດລູກຂອງພວກເຈົ້າ ແລະເອົາໜ້າພວກເຈົ້າຖູໃສ່ຂີ້ສັດທີ່ພວກເຈົ້ານຳມາຖວາຍບູຊານັ້ນ ແລ້ວພວກເຈົ້າກໍຈະຖືກໂຍນອອກໄປພ້ອມກັບຂີ້ສັດນັ້ນ.
ກໍໃຫ້ນຳຍິງນັ້ນອອກໄປທີ່ປະຕູເຮືອນພໍ່ຂອງນາງ ແລ້ວໃຫ້ຊາວເມືອງແກວ່ງກ້ອນຫີນໃສ່ໃຫ້ຕາຍໃນທີ່ນັ້ນ. ນາງໄດ້ເຮັດສິ່ງທີ່ອັບອາຍຂາຍໜ້າທ່າມກາງຊາວເມືອງຂອງພວກເຮົາ ໂດຍສົມສູ່ທາງເພດກ່ອນແຕ່ງງານຄາວທີ່ນາງໄດ້ອາໄສຢູ່ນຳພໍ່ແມ່. ໃນທຳນອງນີ້ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຮ້າຍນີ້.
ຄືພວກຜູ້ປົກຄອງນັ້ນ ຕ້ອງເປັນຜູ້ທີ່ບໍ່ມີຂໍ້ຕິຕຽນ ມີເມຍຄົນດຽວ ມີລູກທີ່ເຊື່ອໃນພຣະເຈົ້າ ແລະບໍ່ຖືກກ່າວຫາວ່າເປັນນັກເລງ ຫລືເປັນຄົນດື້ດ້ານ.
ຜູ້ໃດທີ່ຖືກຈັບໄດ້ພ້ອມກັບສິ່ງຂອງທີ່ຕ້ອງຖືກທຳລາຍ ຈະຖືກເຜົາທັງເປັນພ້ອມກັບທຸກໆຄົນໃນຄອບຄົວຂອງລາວ ແລະທຸກໆສິ່ງທີ່ເປັນຂອງລາວ. ດ້ວຍວ່າ, ລາວໄດ້ນຳເອົາຄວາມອັບອາຍອັນໃຫຍ່ຫລວງມາສູ່ຊາດອິດສະຣາເອນ ແລະທັງໄດ້ລະເມີດພັນທະສັນຍາຂອງພຣະເຈົ້າຢາເວ.”
ໂຢຊວຍໄດ້ກ່າວວ່າ, “ເປັນຫຍັງເຈົ້າຈຶ່ງໄດ້ເຮັດໃຫ້ພວກເຮົາເດືອດຮ້ອນຢ່າງນີ້? ບັດນີ້ພຣະເຈົ້າຢາເວຈະເຮັດໃຫ້ເຈົ້າເດືອດຮ້ອນ.” ພໍກ່າວສຸດແລ້ວ ທຸກຄົນກໍແກວ່ງກ້ອນຫີນໃສ່ອາການຈົນຕາຍ; ພວກເຂົາຍັງໄດ້ແກວ່ງກ້ອນຫີນໃສ່ຄົນໃນຄອບຄົວຂອງລາວ ແລະຈູດພວກເຂົາຕະຫລອດທັງທຸກສິ່ງທີ່ພວກເຂົາມີ.
ບາບຂອງພວກລູກຊາຍຂອງເອລີນີ້ໜັກທີ່ສຸດຕໍ່ສາຍຕາຂອງພຣະເຈົ້າຢາເວ ເພາະພວກເຂົາໝິ່ນປະໝາດເຄື່ອງບູຊາທີ່ໄດ້ຖືກນຳມາຖວາຍແກ່ພຣະເຈົ້າຢາເວ.
ການນີ້ຈະເປັນໝາຍສຳຄັນແກ່ເຈົ້າ ເມື່ອໂຮຟະນີແລະຟີເນຮາລູກຊາຍທັງສອງຂອງເຈົ້າຕາຍໄປໃນວັນດຽວກັນ.