Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 21:7 - ພຣະຄຳພີສັກສິ

7 ປະໂຣຫິດ​ຈະ​ບໍ່​ຕ້ອງ​ແຕ່ງງານ​ກັບ​ຍິງ​ທີ່​ເປັນ​ໂສເພນີ ຫລື​ກັບ​ຍິງ​ທີ່​ບໍ່​ບໍຣິສຸດ ຫລື​ກັບ​ແມ່ຮ້າງ. ເພາະ​ພວກເຂົາ​ບໍຣິສຸດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 21:7
7 Jak'a apnaqawi uñst'ayäwi  

ຢູ່​ຕໍ່​ມາ ປະມານ​ສາມ​ເດືອນ​ມີ​ຄົນ​ມາ​ບອກ​ຢູດາ​ວ່າ, “ດຽວ​ນີ້​ຕາມາ​ລູກໃພ້​ຂອງ​ເຈົ້າ​ຖືກ​ເຂົາ​ຫລິ້ນ​ມານ​ສາ​ແລ້ວ.” ຢູດາ​ຈຶ່ງ​ສັ່ງ​ວ່າ, “ເອົາ​ນາງ​ອອກ​ມາ​ແລະ​ເຜົາ​ໃຫ້​ຕາຍ​ທັງເປັນ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


ປະໂຣຫິດ​ຈະ​ແຕ່ງງານ​ກັບ​ແມ່ຮ້າງ​ບໍ່ໄດ້; ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງສາວ​ອິດສະຣາເອນ​ຜູ້​ບໍຣິສຸດ​ເທົ່ານັ້ນ ຫລື​ແຕ່ງງານ​ກັບ​ເມຍ​ໝ້າຍ​ຂອງ​ປະໂຣຫິດ​ຄົນອື່ນ.


ປະຊາຊົນ​ຕ້ອງ​ຖື​ປະໂຣຫິດ​ວ່າ​ບໍຣິສຸດ ເພາະ​ພວກເຂົາ​ເປັນ​ຜູ້​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຂົາ​ຕ້ອງ​ບໍຣິສຸດ​ຕໍ່​ພວກເຈົ້າ ເພາະວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ ແລະ​ເຮົາ​ສ້າງ​ປະຊາຊົນ​ຂອງເຮົາ​ໃຫ້​ບໍຣິສຸດ.


ຝ່າຍ​ພວກ​ແມ່ຍິງ​ກໍ​ເໝືອນກັນ ຕ້ອງ​ເປັນ​ຄົນ​ເອົາການ​ເອົາງານ ຕ້ອງ​ມີ​ຄຸນສົມບັດ​ດີ ແລະ​ຕ້ອງ​ບໍ່​ເວົ້າ​ໃສ່ຮ້າຍ​ປ້າຍສີ​ນິນທາ​ຄົນອື່ນ ຕ້ອງ​ເປັນ​ຜູ້​ຮູ້ຈັກ​ບັງຄັບ​ຕົນ ແລະ​ເປັນ​ຄົນ​ສັດຊື່​ໃນ​ທຸກສິ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka