Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 21:23 - ພຣະຄຳພີສັກສິ

23 ແຕ່​ຍ້ອນ​ວ່າ​ລາວ​ມີ​ຮ່າງກາຍ​ພິການ ຈຶ່ງ​ຈະ​ເຂົ້າ​ມາ​ໃກ້​ຜ້າກັ້ງ ຫລື​ໃກ້​ແທ່ນບູຊາ​ບໍ່ໄດ້. ລາວ​ຕ້ອງ​ບໍ່​ເຮັດ​ໃຫ້​ສິ່ງ​ບໍຣິສຸດ​ເຫຼົ່ານີ້​ເປັນມົນທິນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ໃຫ້​ພວກເຂົາ​ເປັນ​ບໍຣິສຸດ.”

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 21:23
13 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຈົດຈຳ​ສິ່ງ​ທີ່​ຄົນ​ເຫຼົ່ານັ້ນ ໄດ້​ດູໝິ່ນ​ປະໝາດ​ຕຳແໜ່ງ​ປະໂຣຫິດ​ແລະ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ແລະ​ຊາວ​ເລວີ​ດ້ວຍ​ເຖີດ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ເຕືອນ​ປະຊາຊົນ​ອິດສະຣາເອນ ກ່ຽວກັບ​ການ​ເປັນ​ມົນທິນ​ຂອງ​ພວກເຂົາ; ເພື່ອ​ພວກເຂົາ​ຈະ​ບໍ່ໄດ້​ເຮັດ​ໃຫ້​ຫໍເຕັນ​ສັກສິດ​ຂອງ​ພຣະອົງ ທີ່​ຕັ້ງ​ຢູ່​ກາງ​ຄ້າຍ​ດ່າງພອຍ. ຖ້າ​ພວກເຂົາ​ເຮັດ​ໃຫ້​ຫໍເຕັນ​ດ່າງພອຍ ພວກເຂົາ​ຈະ​ຕ້ອງ​ຖືກ​ຂ້າ.


ໃຫ້​ບອກ​ຊຸມຊົນ​ອິດສະຣາເອນ​ວ່າ, “ຈົ່ງ​ບໍຣິສຸດ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເປັນ​ບໍຣິສຸດ.


ຈົ່ງ​ຮັກສາ​ພວກເຈົ້າ​ເອງ​ໃຫ້​ບໍຣິສຸດ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ລາວ​ບໍ່​ຕ້ອງ​ອອກ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າ ແລະ​ບໍ່​ເຮັດ​ໃຫ້​ວິຫານ​ຂອງ​ພຣະເຈົ້າ​ເປັນ​ມົນທິນ ເພາະວ່າ​ລາວ​ໄດ້​ຮັບ​ການ​ຫົດສົງ​ແຕ່ງຕັ້ງ​ດ້ວຍ​ນໍ້າມັນ​ສັກສິດ​ຂອງ​ພຣະເຈົ້າ ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຄົນ​ຢ່າງ​ນັ້ນ​ອາດ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ຂອງເຂົາ​ແລ້ວ​ໄດ້ ຄື: ທັງ​ອາຫານ​ທີ່​ຖວາຍ​ແລ້ວ​ຢ່າງ​ບໍຣິສຸດ​ແລະ​ຢ່າງ​ບໍຣິສຸດ​ທີ່ສຸດ;


ນີ້​ແມ່ນ​ຖ້ອຍຄຳ​ທີ່​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ອາໂຣນ ຕະຫລອດ​ທັງ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ດ້ວຍ.


ພວກເຂົາ​ຕ້ອງ​ໃຫ້​ບໍຣິສຸດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຢ່າ​ເຮັດ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ​ເສື່ອມ​ເສຍ. ເພາະວ່າ​ພວກເຂົາ​ເປັນ​ຜູ້​ຖວາຍ​ບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ, ເປັນ​ອາຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ; ສະນັ້ນ ພວກເຂົາ​ຕ້ອງ​ບໍຣິສຸດ.


ໂດຍ​ປະ​ໃຫ້​ຄົນ​ທີ່​ບໍ່ໄດ້​ຮັບ​ອະນຸຍາດ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ; ເພາະ​ອັນ​ນີ້​ເປັນ​ການ​ນຳ​ຄວາມຜິດ​ກັບ​ການ​ລົງໂທດ​ມາ​ໃຫ້​ຜູ້ນັ້ນ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ເປັນ​ຜູ້​ເຮັດ​ໃຫ້​ເຄື່ອງຖວາຍ​ສັກສິດ.”


ພວກ​ຕາບອດ​ທີ່​ໂງ່ຈ້າ​ເອີຍ ສິ່ງໃດ​ທີ່​ສຳຄັນ​ກວ່າ​ກັນ ຄຳ​ຫລື​ພຣະວິຫານ ທີ່​ເຮັດ​ໃຫ້​ຄຳ​ນັ້ນ​ສັກສິດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka