22 ຄົນຢ່າງນັ້ນອາດກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າຂອງເຂົາແລ້ວໄດ້ ຄື: ທັງອາຫານທີ່ຖວາຍແລ້ວຢ່າງບໍຣິສຸດແລະຢ່າງບໍຣິສຸດທີ່ສຸດ;
ໂມເຊໄດ້ກ່າວແກ່ອາໂຣນແລະເອເລອາຊາແລະອີທາມາ ລູກຊາຍສອງຄົນຂອງລາວວ່າ, “ຈົ່ງເອົາພືດຜົນເປັນເມັດທີ່ເຫຼືອຈາກການຖວາຍແກ່ພຣະເຈົ້າຢາເວນັ້ນ ມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະກິນທີ່ຂ້າງແທ່ນບູຊາເພາະການຖວາຍນີ້ແມ່ນບໍຣິສຸດທີ່ສຸດ.
“ເປັນຫຍັງພວກເຈົ້າຈຶ່ງບໍ່ກິນເຄື່ອງຖວາຍລຶບລ້າງບາບໃນບ່ອນບໍຣິສຸດ? ມັນເປັນຂອງບໍຣິສຸດທີ່ສຸດ ແລະພຣະອົງໄດ້ມອບສິ່ງນັ້ນໃຫ້ພວກເຈົ້າ ເພື່ອລຶບລ້າງບາບຂອງປະຊາຊົນຕໍ່ໜ້າພຣະເຈົ້າຢາເວ.
ເພິ່ນຈະຂ້າປາດຄໍແກະເຖິກ ຢູ່ໃນບ່ອນສັກສິດ ຄືບ່ອນຂ້າສັດຖວາຍລຶບລ້າງບາບ ແລະເຜົາຖວາຍບູຊາ. ເພິ່ນຕ້ອງຂ້າສັດໃນທີ່ນັ້ນ ເພາະວ່າເຄື່ອງຖວາຍຊົດໃຊ້ແທນຄືນ ແລະລຶບລ້າງບາບ ເປັນຂອງປະໂຣຫິດແລະເປັນເຄື່ອງບໍຣິສຸດທີ່ສຸດ.
ສ່ວນເຄື່ອງຖວາຍທີ່ເຫຼືອນັ້ນເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ.
ເຄື່ອງຖວາຍພືດຜົນເປັນເມັດທີ່ຍັງເຫລືອຢູ່ນັ້ນ ເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດ ໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ.
ແຕ່ຍ້ອນວ່າລາວມີຮ່າງກາຍພິການ ຈຶ່ງຈະເຂົ້າມາໃກ້ຜ້າກັ້ງ ຫລືໃກ້ແທ່ນບູຊາບໍ່ໄດ້. ລາວຕ້ອງບໍ່ເຮັດໃຫ້ສິ່ງບໍຣິສຸດເຫຼົ່ານີ້ເປັນມົນທິນ ເພາະເຮົາແມ່ນພຣະເຈົ້າຢາເວຜູ້ໃຫ້ພວກເຂົາເປັນບໍຣິສຸດ.”
ຢ່າເອົາສັດທີ່ໄດ້ຈາກຊາວຕ່າງດ້າວ ມາເຮັດພິທີຖວາຍອາຫານແກ່ພຣະເຈົ້າຂອງເຈົ້າ. ສັດເຫຼົ່ານັ້ນຈະຖືວ່າ ເປັນສັດທີ່ບໍ່ປົກກະຕິແລະຈະເປັນທີ່ຍອມຮັບເອົາບໍ່ໄດ້.”
ຫລັງຈາກຕາເວັນຕົກດິນແລ້ວ ລາວກໍບໍ່ເປັນມົນທິນ ແລະລາວອາດກິນຂອງຖວາຍອັນສັກສິດ ຊຶ່ງເປັນອາຫານຂອງລາວໄດ້.
ຢ່າໃຫ້ຜູ້ໃດຂາຍຫລືຊື້ຄືນສິ່ງທີ່ຕົນໄດ້ຖວາຍຂາດຕົວ ແກ່ພຣະເຈົ້າຢາເວແລ້ວ ບໍ່ວ່າຈະເປັນມະນຸດ, ສັດ ຫລືທີ່ດິນກໍດີ. ສິ່ງນັ້ນເປັນຂອງພຣະເຈົ້າຢາເວຢ່າງຖາວອນ.
ແລ້ວປະໂຣຫິດ ຜູ້ນຸ່ງເສື້ອຄຸມກັບສົ້ງຂາສັ້ນທີ່ເຮັດດ້ວຍຜ້າປ່ານ ກໍຈະເອົາຂີ້ເຖົ່າຂອງໄຂມັນເຫຼືອທີ່ແທ່ນບູຊາ ໄປຖອກໄວ້ທີ່ຂ້າງແທ່ນ.
ຜູ້ຊາຍທຸກໆຄົນທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ກິນຊີ້ນທີ່ໄດ້ຖວາຍແລ້ວນີ້ໄດ້;
ຕໍ່ໄປນີ້ ແມ່ນລະບຽບການສຳລັບຖວາຍເພື່ອຊົດໃຊ້ແທນຄືນ ຊຶ່ງເປັນການຖວາຍອັນສັກສິດທີ່ສຸດ.
ຜູ້ຊາຍທຸກໆຄົນໃນຄອບຄົວປະໂຣຫິດກິນຊີ້ນສັດທີ່ຖວາຍແລ້ວນັ້ນໄດ້, ແຕ່ຕ້ອງກິນໃນບ່ອນສັກສິດ ເພາະເປັນເຄື່ອງບໍຣິສຸດທີ່ສຸດ.
ເຄື່ອງຖວາຍພິເສດທັງໝົດເປັນບໍຣິສຸດທີ່ຊາວອິດສະຣາເອນໄດ້ນຳມາຖວາຍແກ່ພຣະເຈົ້າຢາເວ ເປັນຂອງເຈົ້າແລະພວກລູກຊາຍຍິງຂອງເຈົ້າທຸກຍຸກທຸກສະໄໝສືບໄປ. ອັນນີ້ ແມ່ນພັນທະສັນຍາຂອງເກືອອັນປ່ຽນແປງບໍ່ໄດ້ຕໍ່ໜ້າພຣະເຈົ້າຢາເວສຳລັບເຈົ້າແລະເຊື້ອສາຍຂອງເຈົ້າ.”
ແນ່ນອນພວກເຈົ້າກໍຮູ້ວ່າ ຜູ້ທີ່ເຮັດວຽກໃນພຣະວິຫານ ກໍໄດ້ອາຫານຈາກພຣະວິຫານ ແລະຜູ້ທີ່ຖວາຍເຄື່ອງເທິງແທ່ນບູຊາ ກໍໄດ້ຮັບສ່ວນແບ່ງຂອງເຄື່ອງຖວາຍນັ້ນ.