Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 21:12 - ພຣະຄຳພີສັກສິ

12 ລາວ​ບໍ່​ຕ້ອງ​ອອກ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າ ແລະ​ບໍ່​ເຮັດ​ໃຫ້​ວິຫານ​ຂອງ​ພຣະເຈົ້າ​ເປັນ​ມົນທິນ ເພາະວ່າ​ລາວ​ໄດ້​ຮັບ​ການ​ຫົດສົງ​ແຕ່ງຕັ້ງ​ດ້ວຍ​ນໍ້າມັນ​ສັກສິດ​ຂອງ​ພຣະເຈົ້າ ເຮົາ​ແມ່ນ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 21:12
9 Jak'a apnaqawi uñst'ayäwi  

ຈົ່ງ​ເຮັດ​ເຄື່ອງ​ປະດັບ​ດ້ວຍ​ຄຳສົດ ແລະ​ຈາລຶກ​ຊື່​ໃສ່​ວ່າ ‘ອຸທິດ​ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ.’


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.


ຢ່າ​ໜີໄປ​ຈາກ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຖ້າບໍ່​ດັ່ງນັ້ນ ພວກເຈົ້າ​ຈະ​ຕາຍ ຍ້ອນ​ວ່າ​ພວກເຈົ້າ​ຖືກ​ອຸທິດ​ຖວາຍ​ແລ້ວ ໂດຍ​ນໍ້າມັນ​ເຈີມ​ສັກສິດ​ຂອງ​ພຣະເຈົ້າຢາເວ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ໂມເຊ​ໄດ້​ບອກ.


ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງ​ສາວ​ບໍຣິສຸດ


ໂມເຊ​ໄດ້​ເອົາ​ນໍ້າມັນ​ສັກສິດ​ແລະ​ເລືອດ​ບາງ​ສ່ວນ​ທີ່​ແທ່ນບູຊາ​ນັ້ນ ຊິດ​ໃສ່​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ແລະ​ຊິດ​ໃສ່​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ. ໃນ​ທຳນອງນີ້ ເພິ່ນ​ໄດ້​ອຸທິດ​ຖວາຍ​ພວກເຂົາ​ພ້ອມ​ທັງ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ.


ຜົມ​ຂອງ​ລາວ​ເປັນ​ເຄື່ອງໝາຍ​ຂອງ​ການ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ. ສະນັ້ນ ລາວ​ຈຶ່ງ​ຈະ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນມົນທິນ​ໂດຍ​ເຂົ້າ​ໄປ​ໃກ້​ຊາກສົບ ບໍ່​ວ່າ​ຂອງ​ພໍ່​ແມ່​ຫລື​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ກໍຕາມ.


ພວກທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ພຣະເຈົ້າ​ໄດ້​ຫົດສົງ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຣິດເດດ, ພຣະອົງ​ໄດ້​ໄປ​ທຸກຫົນ​ທຸກແຫ່ງ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊົງ​ໂຜດ​ຮັກສາ​ທຸກຄົນ​ທີ່​ຖືກ​ອຳນາດ​ຂອງ​ມານຮ້າຍ​ບຽດບຽນ ເພາະວ່າ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka