Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 21:10 - ພຣະຄຳພີສັກສິ

10 ສ່ວນ​ມະຫາ​ປະໂຣຫິດ​ນັ້ນ ແມ່ນ​ຜູ້ໜຶ່ງ​ທີ່​ໄດ້​ຮັບ​ການ​ຫົດສົງ​ສະຖາປະນາ​ດ້ວຍ​ນໍ້າມັນ​ເຈີມ​ສັກສິດ​ໃສ່​ເທິງ​ຫົວ ແລະ​ທັງ​ໄດ້​ຖືກ​ສະຖາປະນາ​ໃຫ້​ນຸ່ງ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃນ​ທ່າມກາງ​ພີ່ນ້ອງ​ຂອງຕົນ. ສະນັ້ນ ລາວ​ຈຶ່ງ​ບໍ່​ຕ້ອງ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ ຫລື​ຈີກ​ເຄື່ອງນຸ່ງ​ຂອງຕົນ​ເປັນ​ການ​ໄວ້ທຸກ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 21:10
18 Jak'a apnaqawi uñst'ayäwi  

ຢາໂຄບ​ຈີກ​ເສື້ອ​ຕົນເອງ​ໄວ້ທຸກ ແລະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຕົນ​ເປັນ​ເວລາ​ນານ.


ກະສັດ​ດາວິດ​ໄດ້​ຮ້ອງໄຫ້​ຂຶ້ນ​ໄປ​ເທິງ​ພູເຂົາ​ໝາກກອກເທດ; ເພິ່ນ​ປະ​ຕີນ​ເປົ່າ​ແລະ​ເອົາ​ຜ້າ​ຄຸມ​ຫົວ​ໄວ້​ເປັນ​ເຄື່ອງໝາຍ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ທຸກຄົນ​ທີ່​ຕິດຕາມ​ເພິ່ນ​ໄປ​ນັ້ນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ແລະ​ຮ້ອງໄຫ້​ເໝືອນກັນ.


ແລ້ວ​ມໍເດໄກ​ກໍ​ກັບຄືນ​ໄປ​ທີ່​ທາງ​ເຂົ້າ​ວັງ ແລະ​ໃນຂະນະ​ດຽວກັນ​ນັ້ນ​ຮາມານ​ກໍ​ຟ້າວ​ກັບຄືນ​ເມືອ ທັງ​ອັດ​ໜ້າ​ຂອງຕົນ​ໄວ້​ດ້ວຍ​ຄວາມ​ອັບອາຍ.


ແລ້ວ​ໂຢບ​ກໍ​ລຸກ​ຂຶ້ນ ແລະ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມ​ທຸກໃຈ. ເພິ່ນ​ແຖ​ຜົມ ແລະ​ກົ້ມຂາບ​ລົງ​ດິນ.


ດັ່ງ​ນໍ້າມັນ​ເຈີມ​ອັນ​ປະເສີດ​ທີ່​ໄຫລ​ລົງ​ຈາກ​ຫົວ ແລະ​ໜວດ​ຂອງ​ອາໂຣນ​ແລະ​ຕາມ​ຄໍ​ເສື້ອຄຸມ​ຂອງ​ເພິ່ນ.


ແລ້ວ​ເຈົ້າ​ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ທີ່​ເທິງ​ຫົວ​ຂອງ​ລາວ ແລະ​ສະຖາປະນາ​ລາວ.


ຢ່າ​ໃຫ້​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າ​ສະອຶກ​ສະອື້ນ. ຢ່າ​ໄວ້ທຸກ​ໂດຍ​ໄປມາ​ບໍ່ມີ​ຜ້າປົກ​ຫົວ ຫລື​ຍ່າງ​ຕີນ​ເປົ່າ. ຢ່າ​ປົກ​ໜ້າ ຫລື​ກິນ​ອາຫານ​ທີ່​ຄົນ​ໄວ້ທຸກ​ກິນ.”


ບຸກຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ຂີ້ທູດ ຕ້ອງ​ໃສ່​ເຄື່ອງນຸ່ງ​ຂາດ, ປ່ອຍ​ຜົມ​ໃຫ້​ຫຍຸ້ງ, ອັດ​ຮີມ​ສົບ​ດ້ານ​ເທິງ​ໄວ້ ແລະ​ຮ້ອງ​ໄປ​ວ່າ, “ເປັນ​ມົນທິນ! ເປັນ​ມົນທິນ!”


ມະຫາ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ສະຖາປະນາ ແລະ​ອຸທິດ​ຕົນ​ໃຫ້​ສືບແທນ​ພໍ່​ຂອງຕົນ​ໃນ​ຖານະ​ເປັນ​ມະຫາ​ປະໂຣຫິດ​ນັ້ນ ຕ້ອງ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ນີ້. ເພິ່ນ​ຈະ​ຕ້ອງ​ນຸ່ງ​ເຄື່ອງ​ປະຈຳ​ຕໍ່າແໜ່ງ​ປະໂຣຫິດ


ຖ້າ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ເຮັດ​ບາບ ແລະ​ໄດ້​ນຳ​ຄວາມຜິດ​ມາ​ສູ່​ປະຊາຊົນ; ເພື່ອ​ລຶບລ້າງ​ບາບ​ຂອງຕົນ ເພິ່ນ​ຕ້ອງ​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳ​ໜິ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ເພິ່ນ​ໄດ້​ສະຖາປະນາ​ອາໂຣນ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ບາງ​ສ່ວນ​ຫົດສົງ​ທີ່​ຫົວ​ຂອງ​ລາວ ເປັນ​ການ​ອຸດທິດ​ຖວາຍຕົວ.


ໃຫ້​ຊຸມຊົນ​ຊ່ວຍກູ້​ຄວາມຜິດ​ຂອງ​ຜູ້​ທີ່​ຂ້າ​ຄົນ ໃຫ້​ພົ້ນ​ຈາກ​ເງື້ອມມື​ຍາດພີ່ນ້ອງ​ຂອງ​ຜູ້ຕາຍ ໂດຍ​ສົ່ງ​ລາວ​ໄປ​ທີ່​ເມືອງ​ລີ້ໄພ. ໃຫ້​ລາວ​ຢູ່​ທີ່​ນັ້ນ​ຈົນກວ່າ​ປະໂຣຫິດ​ປະຈຳການ​ໃນ​ສະໄໝ​ນັ້ນ​ຕາຍໄປ.


ເມື່ອ​ໄດ້ຍິນ​ດັ່ງນັ້ນ ມະຫາ​ປະໂຣຫິດ​ກໍ​ຈີກ​ເສື້ອ​ຂອງຕົນ ແລ້ວ​ເວົ້າ​ຂຶ້ນ​ວ່າ, “ມັນ​ໄດ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ແລ້ວ ພວກເຮົາ​ຍັງ​ຈະ​ຕ້ອງການ​ພະຍານ​ຫຍັງ​ຕື່ມ​ອີກ? ນີ້​ແຫຼະ ພວກເຈົ້າ​ໄດ້ຍິນ​ຄຳ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ແລ້ວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka