Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 21:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ບັນດາ​ປະໂຣຫິດ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ວ່າ, “ຢ່າ​ໃຫ້​ປະໂຣຫິດ​ປະພຶດ​ຕົນ​ເປັນ​ມົນທິນ​ຕາມ​ກົດບັນຍັດ ໂດຍ​ເຂົ້າ​ຮ່ວມ​ພິທີ​ສົບ​ຂອງ​ພວກ​ພີ່ນ້ອງ​ຂອງຕົນ ເມື່ອ​ພວກເຂົາ​ຕາຍໄປ;

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 21:1
12 Jak'a apnaqawi uñst'ayäwi  

ປະໂຣຫິດ​ຈະ​ຕ້ອງ​ບໍ່​ເປັນ​ມົນທິນ​ຍ້ອນ​ແຕະຕ້ອງ​ຊາກສົບ ນອກຈາກ​ວ່າ​ຜູ້​ຕາຍ​ນັ້ນ​ຈະ​ເປັນ​ພໍ່​ແມ່, ລູກ​ຫລື​ອ້າຍ​ນ້ອງ ຫລື​ເອື້ອຍ​ນ້ອງ​ທີ່​ຍັງ​ບໍ່​ທັນ​ໄດ້​ແຕ່ງງານ​ເທື່ອ.


“ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ ຈົ່ງ​ຟັງ​ເລື່ອງ​ນີ້ ປະຊາຊົນ​ອິດສະຣາເອນ ຈົ່ງ​ລະມັດ​ລະວັງ​ເດີ ພວກເຈົ້າ​ຜູ້​ເປັນ​ເຊື້ອວົງ​ຂອງ​ກະສັດ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ຄວນ​ຈະ​ຕັດສິນ​ຢ່າງ​ຍຸດຕິທຳ ບໍ່​ດັ່ງນັ້ນ​ແລ້ວ ການຕັດສິນ​ກໍ​ຈະ​ຕົກ​ຖືກ​ພວກເຈົ້າ. ພວກເຈົ້າ​ໄດ້​ກາຍເປັນ​ດັ່ງ​ແຮ້ວ​ທີ່​ເມືອງ​ມີຊະປາ ເປັນ​ດັ່ງ​ຕະຂ່າຍ​ທີ່​ກາງ​ຢູ່​ເທິງ​ພູ​ຕາໂບ


ຫລື​ປາດເນື້ອ​ເຖືອໜັງ​ຂອງ​ພວກເຈົ້າ​ເອງ ເພື່ອ​ໄວ້ທຸກ​ໃຫ້​ແກ່​ຄົນ​ຕາຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ລາວ​ຕ້ອງ​ບໍ່​ເຂົ້າ​ໄປ​ໃນ​ສະຖານທີ່​ບ່ອນ​ມີ​ຄົນ​ຕາຍ; ລາວ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ຕາມ​ກົດບັນຍັດ ເຖິງ​ແມ່ນ​ວ່າ​ຜູ້ນັ້ນ​ຈະ​ເປັນ​ຍາດຕິພີ່ນ້ອງ​ຂອງ​ພໍ່​ຫຼື​ແມ່​ຂອງ​ຕົນເອງ​ກໍຕາມ


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ບັນດາ​ປະໂຣຫິດ​ວ່າ, “ຄຳສັ່ງ​ນີ້​ແມ່ນ​ສຳລັບ​ພວກເຈົ້າ:


ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ໄດ້​ໃຫ້​ຄຳສັ່ງ​ນີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ພັນທະສັນຍາ​ຂອງເຮົາ​ຊຶ່ງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ເລວີ​ນັ້ນ ຈະ​ດຳລົງ​ຄົງ​ຢູ່​ຕໍ່ໄປ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.


“ຜູ້ໃດ​ກໍຕາມ​ທີ່​ຈັບ​ບາຍ​ຊາກສົບ​ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ.


ຖ້າ​ຫາກ​ມີ​ຄົນໜຶ່ງ​ຕາຍ​ໃນ​ຫໍເຕັນ​ແຫ່ງ​ໜຶ່ງ ທຸກຄົນ​ທີ່​ຢູ່​ໃນ​ຫໍເຕັນ ຫລື​ເຂົ້າ​ໄປ​ໃນ​ທີ່ນັ້ນ ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ​ຕາມ​ກົດບັນຍັດ.


ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ຄົນ​ທີ່​ຖືກ​ຂ້າ​ຕາຍ ຫລື​ຕາຍ​ຕາມ​ທຳມະດາ​ນອກ​ຫໍເຕັນ ຫລື​ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ກະດູກ​ຫລື​ຂຸມຝັງສົບ ຜູ້ນັ້ນ​ຈະ​ເປັນ​ມົນທິນ​ຢູ່​ເຈັດ​ວັນ.


“ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ໄລ່​ທຸກຄົນ​ທີ່​ເປັນ​ໂຣກ​ຂີ້ທູດ ຫລື​ມີ​ສິ່ງ​ບໍ່​ສະອາດ​ໄຫລ​ອອກ​ມາ​ຈາກ​ຮ່າງກາຍ ແລະ​ເປັນມົນທິນ​ເພາະ​ແຕະຕ້ອງ​ຊາກສົບ ອອກ​ໄປ​ຈາກ​ຄ້າຍພັກ​ອາໄສ.


ຜົມ​ຂອງ​ລາວ​ເປັນ​ເຄື່ອງໝາຍ​ຂອງ​ການ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ. ສະນັ້ນ ລາວ​ຈຶ່ງ​ຈະ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນມົນທິນ​ໂດຍ​ເຂົ້າ​ໄປ​ໃກ້​ຊາກສົບ ບໍ່​ວ່າ​ຂອງ​ພໍ່​ແມ່​ຫລື​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ກໍຕາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka